ຫວຽດນາມ ຈະກໍ່ສ້າງສະໜາມກິລາລະດັບຊາດແຫ່ງໃໝ່ ທີ່ມີຊື່ວ່າ “ຕຣອງດົງ” (Trong Dong Stadium) ເຊິ່ງຈະກາຍເປັນສັນຍາລັກໃໝ່ຂອງປະເທດຫວຽດນາມ.
ຈະເປັນສະໜາມກິລາທີ່ໃຫຍ່ທີ່ສຸດໃນໂລກ: ດ້ວຍຄວາມອາດສາມາດຮອງຮັບໄດ້ເຖິງ 135,000 ບ່ອນນັ່ງ, ສະໜາມ ຕຣອງດົງ ຈະທຳລາຍສະຖິຕິຂອງສະໜາມ Narendra Modi ທີ່ປະເທດອິນເດຍ (132,000 ບ່ອນນັ່ງ), ກາຍເປັນສະໜາມກິລາທີ່ມີບ່ອນນັ່ງຫຼາຍທີ່ສຸດໃນໂລກ.
ມີຫຼັງຄາເປີດ-ປິດ ອັດຕະໂນມັດທີ່ໃຫຍ່ສຸດ: ຈະມີການຕິດຕັ້ງລະບົບຫຼັງຄາອັດຕະໂນມັດທີ່ທັນສະໄໝ ແລະ ໃຫຍ່ທີ່ສຸດໃນໂລກ.
ໄດ້ມາດຕະຖານສາກົນລະດັບສູງ: ຖືກອອກແບບຕາມມາດຕະຖານ FIFA, ສາມາດຈັດງານແຂ່ງຂັນໃຫຍ່ລະດັບໂລກໄດ້ ເຊັ່ນ: ບານໂລກ (World Cup).
ອອກແບບຕາມເອກະລັກຂອງຫວຽດນາມ: ສະຖາປັດຕະຍະກຳຂອງສະໜາມແມ່ນໄດ້ແຮງບັນດານໃຈມາຈາກ “ກອງ ດົງເຊິນ” (Dong Son Drum) ເຊິ່ງເປັນເຄື່ອງດົນຕີບູຮານ, ສະແດງໃຫ້ເຫັນເຖິງການປະສົມປະສານລະຫວ່າງວັດທະນະທຳປະຈຳຊາດ ແລະ ເຕັກໂນໂລຊີທີ່ອັດສະລິຍະ ແຕ່ເປັນມິດກັບສິ່ງແວດລ້ອມ.
ຄາດວ່າ ໂຄງການປະຫວັດສາດນີ້ຈະເລີ່ມລົງມືກໍ່ສ້າງໃນວັນທີ 19 ທັນວາ ນີ້ ໃນພື້ນທີ່ທັງໝົດ 73.3 ແຮັກຕາ!
ທີ່ມາ: ASEAN Beauty Pageant, Vietnam.VN

