ໃນຕອນບ່າຍຂອງວັນທີ 15 ທັນວາ 2025 ທີ່ຜ່ານມານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງເຈົ້າແຂວງໄຊຍະບູລີ (ຜູ້ເກົ່າ) ແລະ ປະທານຄະນະກໍາມະການປົກຄອງແຂວງ ໄຊຍະບູລີ (ຜູ້ໃໝ່) ຂຶ້ນຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນການພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ.
ໃນພິທີ ຍັງໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ອາເມ ຊົງເຢ່ຍເລັ່ງ ແລະ ສະຫາຍ ບຸດສະກອນ ອິນທະລັງສີ ເປັນຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ ພ້ອມທັງມອບຂໍ້ຕົກລົງ ໂດຍການໃຫ້ກຽດມອບ ຂອງທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ.
ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນການພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ກ່າວເນັ້ນໜັກໃຫ້ຄະນະພັກ ແລະ ຄະນະກໍາມະການປົກຄອງທຸກຂັ້ນເອົາໃຈໃສ່ປະຕິບັດຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງໝ້າທີ່ຮັບຜິດຊອບໃຫ້ຈະແຈ້ງ ແລະ ມີກົນໄກປະສານງານທີ່ດີ ເພື່ອນໍາພາຈັດຕັ້ງປະຕິບັດພາລະກິດປົກປັກຮັກສາ ແລະ ພັດທະນາແຂວງໄຊຍະບູລີ ໃຫ້ມີຜົນສໍາເລັດຢ່າງບໍ່ຢຸດຢັ້ງ.
ທີ່ມາ: News.XBL

