ວາລະສານ Time ໄດ້ປະກາດໃຫ້ບັນດາສະຖາປະນິກຜູ້ພັດທະນາ AI (The AI Architects) ໄດ້ຮັບເລືອກເປັນບຸກຄົນແຫ່ງປີ ປະຈຳປີນີ້. Time ຍົກຍ້ອງບຸກຄົນສໍາຄັນທີ່ມີບົດບາດໃນການຊຸກຍູ້ນະວັດຕະກໍາປັນຍາປະດິດ (AI) ເຊິ່ງຖືກປຽບທຽບວ່າເປັນ ການປ່ຽນແປງຄັ້ງໃຫຍ່ທີ່ສຸດ ນັບຕັ້ງແຕ່ຍຸກອາວຸດນິວເຄລຍ. ບຸກຄົນສຳຄັນທີ່ຖືກກ່າວເຖິງມີ: Jensen Huang ຈາກ Nvidia, Sam Altman ຈາກ OpenAI, Elon Musk ຈາກ xAI, Demis Hassabis ຈາກ Google DeepMind, Dario Amodei ຈາກ Anthropic ແລະ Fei-Fei Li ຈາກ Stanford.
Time ລະບຸວ່າ ປີ 2025 ຈະເປັນໄລຍະທີ່ AI ປ່ຽນຈາກຄໍາໝັ້ນສັນຍາກາຍເປັນຄວາມຈິງທີ່ສາມາດຈັບຕ້ອງໄດ້. Jensen Huang ໃຫ້ສຳພາດວ່າ “AI ຄືເຕັກໂນໂລຊີທີ່ຊົງອິດທິພົນທີ່ສຸດໃນຍຸກຂອງພວກເຮົາ” ແລະ ຄາດຄະເນວ່າເສດຖະກິດໂລກອາດຈະຂະຫຍາຍຕົວຈາກ 100 ພັນຕື້ໂດລາເປັນ 500 ພັນຕື້ໂດລາດ້ວຍພະລັງຂອງ AI.
ປັດຈຸບັນມີຜູ້ໃຊ້ງານ ChatGPT ຄິດເປັນ 10% ຂອງປະຊາກອນໂລກແລ້ວ. ເຖິງແມ່ນວ່າຈະມີຄວາມກ້າວໜ້າ ແຕ່ບົດຄວາມຍັງໄດ້ສະທ້ອນເຖິງບັນຫາທີ່ຕ້ອງລະມັດລະວັງຄື: ຜົນກະທົບຕໍ່ສຸຂະພາບຈິດຂອງຜູ້ໃຊ້ງານ, ບັນຫາທາງດ້ານກົດໝາຍ ແລະ ຄວາມກັງວົນກ່ຽວກັບການທີ່ AI ເຂົ້າທົດແທນແຮງງານມະນຸດ.
Thomas Hudson ນັກວິເຄາະຈາກ Forrester ໃຫ້ຄວາມເຫັນວ່າ ການຄັດເລືອກໃນຄັ້ງນີ້ສະທ້ອນບົດບາດຂອງ AI ໄດ້ຢ່າງຊັດເຈນ ເພາະ AI ໄດ້ກາຍເປັນສູນກາງຂອງເສດຖະກິດປີ 2025 ແລະ ເປັນຫົວໃຈຂອງການໂຕ້ຖຽງວ່າ ມັນຈະກຳນົດອະນາຄົດສັງຄົມແນວໃດ.
ທີ່ມາ: Ceemeagain

