ພິທີເປີດໂຄງການ “ແຜນການພັດທະນາຮຽນຮູ້ລະດັບສູງ” ໃນງານສັບປະດາພາບ-ສຽງ ແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ ປີ 2025 ແລະ ຮ່ວມງານ ສັບປະດາຮູບເງົາສາກົນແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 7 ຈັດຂຶ້ນທີ່ ນະຄອນຊູຈິ້ງ, ນະຄອນຄຸນມິງ ແຂວງຢຸນນານ ໄລຍະວັນທີ 27 ພະຈິກ ຫາ 1 ທັນວາ 2025

ພິທີເປີດໂຄງການ “ແຜນການພັດທະນາຮຽນຮູ້ລະດັບສູງ” ໃນງານສັບປະດາພາບ-ສຽງ ແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ ປີ 2025 ແລະ ຮ່ວມງານ ສັບປະດາຮູບເງົາສາກົນແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 7 ຈັດຂຶ້ນທີ່ ນະຄອນຊູຈິ້ງ, ນະຄອນຄຸນມິງ ແຂວງຢຸນນານ ໄລຍະວັນທີ 27 ພະຈິກ ຫາ 1 ທັນວາ 2025.

ອົງການຄຸ້ມຄອງວິທະຍຸ-ໂທລະພາບແຫ່ງຊາດຈີນ ຮ່ວມກັບ ອຳນາດການປົກຄອງແຂວງຢຸນນານ ໄດ້ສ້າງຕັ້ງງານສັບປະດາພາບ-ສຽງ ແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ ຕັ້ງແຕ່ປີ 2020, ມາຮອດປັດຈຸບັນນີ້ໄດ້ຈັດຂຶ້ນຢ່າງສຳເລັດຜົນເປັນ ເວລາ 05 ຄັ້ງມາແລ້ວ, ກິດຈະກຳດັ່ງກ່າວນັບມື້ນັບກາຍເປັນເວທີ ທີ່ສຳຄັນໃນການລົງເລີກການແລກປ່ຽນຫຼາຍຝ່າຍ ລະຫວ່າງ ວິທະຍຸ-ໂທລະພາບ ແລະ ເຄືອຂ່າຍສຽງ-ພາບ ໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ມີບົດບາດສົ່ງເສີມການພັດທະນາຂະແໜງການດັ່ງກ່າວເຂົ້າສູ່ຄວາມຈະເລີນຮຸ່ງເຮືອງ. ສັບປະດາຮູບເງົາສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ນັບແຕ່ສ້າງຕັ້ງຂຶ້ນໃນປີ 2016 ເປັນຕົ້ນມາ ໄດ້ຈັດຂຶ້ນຢ່າງສຳເລັດຜົນເປັນເວລາ 06 ຄັ້ງມາແລ້ວ, ເພື່ອແນ່ໃສ່ແບ່ງປັນວັດທະນະທຳພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ໂດຍຜ່ານພາສາຂອງຮູບເງົາ, ພ້ອມທັງສ້າງເວທີສຳລັບການແລກປ່ຽນ, ການຮ່ວມມື ແລະ ການວາງສະແດງຮູບເງົາຂອງພາກພື້ນ.

ງານສັບປະດາພາບ-ສຽງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ປີ 2025 ແລະ ສັບປະດາຮູບເງົາສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 7 ຈັດຂຶ້ນໃນວັນທີ 27 ພະຈິກ ຫາ ວັນທີ 1 ທັນວາ ຢູ່ນະຄອນຄຸນໝິງ, ນະຄອນຊູຈິ້ງ ແລະ ເມືອງອື່ນໆຂອງ ແຂວງຢຸນນານ ສປ. ຈີນ, ໃນໄລຍະດຽວກັນ ໄດ້ຈັດພິທີເປີດ ກອງປະຊຸມສົນທະນາແລກປ່ຽນບຸກຄະລາກອນ, ກອງປະຊຸມສຳມະນາ, ການໄປທັດສະນະສຶກສາ, ຕະຫຼາດນັດວັດທະນະທຳ ແລະ ກິດຈະກຳອື່ນໆ ເພື່ອແນ່ໃສ່ເພີ່ມທະວີການສົນທະນາ ແລະ ການແລກປ່ຽນດ້ານວິຊາການລະຫວ່າງສື່ມວນຊົນຈີນ ແລະ ບັນດາປະເທດອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້.

ປະທານພິທີເປີດດັ່ງກ່າວ ໃຫ້ກຽດໂດຍ ທ່ານ ນາງ ຮວງມິນ ສະມາຊິກຄະນະກຳມະການພັກ ຮອງຜູ້ອຳນວຍການສຳນັກວິທະຍຸ ແລະ ໂທລະພາບ ແຂວງຢຸນນານ ກ່າວໃນທີ່ພິທີວ່າ ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີຄວາມໃກ້ຊິດທາງພູມມີສາດ ແລະ ຄວາມຜູກພັນລະຫວ່າງປະຊາຊົນ, ຜົນງານດ້ານວິທະຍຸ-ໂທລະພາບ ຖືເປັນຂົວທອງຄຳໃນການສົ່ງເສີມຄວາມເຂົ້າໃຈເຊີ່ງກັນແລະກັນ ລະຫວ່າງປະຊາຊົນ. ໂຄງການ “ແຜນການພັດທະນາການຮຽນຮູ້ລະດັບສູງ”.

ອີກໜື່ງວາລະຂອງງານ, ເວທີເສວະນາ ເຂົ້າຮ່ວມໂດຍ ອາຈານຈາກ ຄະນະດົນຕີ, ສີລະປະການເຕັ້ນ Qujing Normal University, ຫົວໜ້າພະແນກຂ່າວຕ່າງປະເທດ International News Department of MCOT (Thai News Agency), ນັກຂ່າວຈາກ VTC News E-Newspaper Vietnam, ວິຊາການພະແນກຂ່າວພາຍໃນ ແລະ ຕ່າງປະເທດ ໂທລະພາບແຫ່ງຊາດ ກຳປູເຈຍ, ປະທານສະມາຄົມນັກຂ່າວ-ຜູ້ອຳນວຍການ Popular News ມຽນມ້າ, ນັກຂ່າວວິທະຍຸຊາວໜຸ່ມລາວ Lao Youth Radio ແລະ ຕາງຫນ້າການນຳຈາກວິທະຍຸແຫ່ງຊາດລາວ Lao National Radio, ມີຕາງໜ້າກະຊວງຖະແຫຼງຂ່າວ, ກະຊວງການສື່ສານ ແລະ ຂະແໜງການສື່ມວນຊົນ ຈາກ 08 ປະເທດເຂົ້າຮ່ວມ, ຮ່ວມກັນແລກປ່ຽນຄວາມຄິດເຫັນແບບຫຼາກຫຼາຍປະເດັນເຊັ່ນ: ການສ້າງຂົວການສື່ສານສຳລັບບຸກຄະລາກອນດ້ານສື່ໃນພູມິພາກ, ການຍົກລະດັບພະລັງການສື່ສານລະຫວ່າງປະເທດ ໃນຮູບແບບພາບ ແລະ ສຽງ, ໃນການຂັບເຄື່ອນການພັດທະນາຮ່ວມກັນ ໃນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles