2025 ສະຫວັນນະເຂດ ບັນຈຸຄູ່ອາສາສະໝັກ 620 ຄົນ ເຂົ້າລັດຖະກອນໃໝ່

ປີ 2025 ພະແນກສຶກສາແຂວງສະຫວັນນະເຂດ ປະກາດຜົນສຳເລັດ ການບັນຈຸຄູອາສາສະໝັກ 620 ຄົນ ເຂົ້າເປັນລັດຖະກອນໃໝ່. ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ສຳເລັດການຄົ້ນຄວ້າ ແລະ ຄັດເລືອກບັນຈຸຄູອາສາສະໝັກອັດຕາຈ້າງຂອງລັດຖະບານ ເຂົ້າເປັນລັດຖະກອນໃໝ່ ປະຈຳປີ 2025 ຢ່າງເປັນທາງການ.

ອີງຕາມບົດລາຍງານ ເລກທີ 2842/ສກຂ.ຈຕ ລົງວັນທີ 28 ພະຈິກ 2025 ຈາກແຜນແບ່ງປັນຕົວເລກ (ໂກຕ້າ) ທັງໝົດ 626 ຄົນ ແລະ ມີຄູອາສາສະໝັກທົ່ວແຂວງ 629 ຄົນ ຜົນການຄັດເລືອກຕົວຈິງສາມາດສະຫຼຸບໄດ້ດັ່ງນີ້:

ຜູ້ທີ່ຜ່ານການຄັດເລືອກບັນຈຸ: 620 ຄົນ (ຍິງ 547 ຄົນ).

ຜູ້ທີ່ບໍ່ຜ່ານ ແລະ ບໍ່ໄດ້ເຂົ້າຮ່ວມ:

– ຄູອາສາສະໝັກທີ່ບໍ່ມາຮ່ວມກວດກາຄັດເລືອກ: 3 ຄົນ (ຍິງ 1 ຄົນ).

– ຄູອາສາສະໝັກທີ່ກວດກາບໍ່ຜ່ານ: 6 ຄົນ (ຍິງ 1 ຄົນ).

– ມີການສະເໜີຂໍຕົວເລກເພີ່ມ 2 ຄົນ (ຈາກເມືອງພີນ ແລະ ເມືອງເຊໂປນ).

ການຄັດເລືອກໄດ້ດຳເນີນຜ່ານ 4 ສູນຫຼັກ ລວມທັງໝົດ 15 ພາກສ່ວນ (ມີຄູອາສາໃນບັນຊີຄັດເລືອກ 629 ຄົນ) ດັ່ງນີ້:

ສູນທີ 1: ເມືອງພະລານໄຊ (ລວມ 69 ຄົນ) ປະກອບມີ: ເມືອງພະລານໄຊ (60), ເມືອງວິລະບູລີ (5), ເມືອງເຊໂປນ (3) ແລະ ເມືອງນອງ (1).

ສູນທີ 2: ເມືອງອາດສະພັງທອງ (ລວມ 207 ຄົນ) ປະກອບມີ: ເມືອງອາດສະພັງທອງ (123) ແລະ ເມືອງອາດສະພອນ (84).

ສູນທີ 3: ເມືອງອຸທຸມພອນ (ລວມ 258 ຄົນ) ປະກອບມີ: ເມືອງຈໍາພອນ (112), ເມືອງຊົນນະບູລີ (89), ເມືອງອຸທຸມພອນ (51) ແລະ ເມືອງໄຊບູລີ (6).

ສູນທີ 4: ພະແນກສຶກສາແຂວງ (ລວມ 95 ຄົນ) ປະກອບມີ: ນະຄອນໄກສອນພົມວິຫານ (56), ໂຮງຮຽນມັດທະຍົມອ້ອມຂ້າງພະແນກ (17), ເມືອງສອງຄອນ (13), ເມືອງທ່າປາງທອງ (1) ແລະ ໂຮງຮຽນມັດທະຍົມອ້ອມຂ້າງພະແນກ (17)

ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ກ່າວເນັ້ນຢ້ຳເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຄູອາສາສະໝັກວ່າ:

ຄູອາສາສະໝັກທັງໝົດ 620 ຄົນ (ຍິງ 547 ຄົນ) ທີ່ໄດ້ເຂົ້າມາໃຫ້ການຮ່ວມມື, ຜ່ານການສຳພາດ, ກວດກາສຸຂະພາບ ແລະ ເອກະສານທາງການ ຄົບຖ້ວນຕາມຂັ້ນຕອນ ໃນ 4 ສູນທີ່ຜ່ານມານັ້ນ ແມ່ນໄດ້ຖືກບັນຈຸເຂົ້າເປັນລັດຖະກອນຄູໃໝ່ ປະຈຳປີ 2025 ເປັນທີ່ຮຽບຮ້ອຍແລ້ວ.

ທີ່ມາ: PESS Savannakhet

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles