ຫວຽດນາມ ຈະສ້າງສາຖາບັນການເມືອງ ການປົກຄອງແຫ່ງຊາດ ເຂດພາກໃຕ້ ໃຫ້ເປັນຂອງຂວັນວັດຊາດ ສປປ ລາວ

ພິທີວາງສີລາລຶກໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂດພາກໃຕ້​ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ຢູ່ທີ່ບ້ານຄອນໄຫຼ​ ນະຄອນປາກເຊ​ ແຂວງຈຳປາສັກ ຊຶ່ງເປັນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 1975) ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).

ຕາງໜ້າພັກ, ລັດຖະບານແຫ່ງ ສປປ ລາວ ເຂົ້າຮ່ວມໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ​ ຮອງນາຍົກລັດຖະມົນຕີ​ ແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານ ແຫ່ງ ສສ ຫວຽດນາມ ໂດຍສະຫາຍ ຫງວຽນ ຊວນ ຖັງ​ ກຳມະການກົມການເມືອງສູນກາງພັກ​ ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ປະທານສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ.

ໂຄງການນີ້, ມີມູນຄ່າການລົງທຶນທັງໝົດ 750 ກວ່າຕື້ດົງ, ແຫຼ່ງທຶນຕົ້ນຕໍ ແມ່ນ ທຶນຊ່ວຍເຫຼືອລ້າຈາກລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ແລະ ມີທຶນສົມທົບ ຈາກລັດຖະບານລາວ ອີກຈໍານວນໜຶ່ງ, ໂຄງການມີໄລຍະເວລາປະຕິບັດງານທັງໝົດແຕ່ປີ 2026 ເຖິງ 2035, ໂດຍແບ່ງອອກເປັນ 2 ໄລຍະການກໍ່ສ້າງຫຼັກ ຄື: ໄລຍະທີ 1 (2026-2030): ເນັ້ນໃສ່ການກໍ່ສ້າງອາຄານຫຼັກ ເພື່ອຮອງຮັບການຮຽນ-ການສອນ ປະກອບມີ: ອາຄານຫ້ອງການ 5 ຊັ້ນ, ອາຄານຫ້ອງຮຽນ 5 ຊັ້ນ, ຫໍພັກນັກສຶກສາ (ຫຼັງທີ 1 ແລະ 2), ຫໍພັກພະນັກງານ ແລະ ລະບົບພື້ນຖານໂຄງລ່າງເຕັກນິກ. ງົບປະມານສໍາລັບໄລຍະນີ້ແມ່ນ 487 ຕື້ກວ່າດົງ.

ໄລຍະທີ 2 (2031-2035): ຈະສືບຕໍ່ກໍ່ສ້າງສະໂມສອນໃຫຍ່, ສູນຂໍ້ມູນຂ່າວສານ, ຫ້ອງອາຫານ​ ແລະ ຫໍພັກນັກສຶກສາຫຼັງທີ 3.

ການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດເຂດພາກໃຕ້ ມີຄວາມໝາຍຍຸດທະສາດໄລຍະຍາວ, ເປັນການສ້າງຄວາມເຂັ້ມແຂງ, ເປັນເຈົ້າຕົນເອງໃນວຽກງານກໍ່ສ້າງ, ບຳລຸງພະນັກງານນໍາພາ-ຄຸ້ມຄອງ ໃຫ້ແກ່ພັກ-ລັດ. ເມື່ອກໍ່ສ້າງສໍາເລັດ ຈະເປັນ ບ່ອນສຶກສາອົບຮົມ, ບຳລຸງຍົກລະດັບທິດສະດີມາກ-ເລນິນ, ແນວຄິດໂຮ່ຈີມິນ, ແນວຄິດ ໄກສອນ ພົມວິຫານ, ເຜີຍແຜ່ມູນເຊື້ອຄວາມສາມັກຄີ ລະຫວ່າງ ລາວ-ຫວຽດນາມ ໃຫ້ຊຶມເລິກເຂົ້າໃນຖັນແຖວ ພະນັກງານ-ສະມາຊິກພັກ, ພ້ອມທັງເສີມສ້າງຄວາມຮູ້ດ້ານທິດສະດີການເມືອງ-ການປົກຄອງທີ່ທັນສະໄໝ ໃຫ້ແກ່ພະນັກງານຫຼັກແຫຼ່ງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພັກເຮົາ ແລະສາມາດນໍາພາປະເທດຊາດ ໄປສູ່ຄວາມຈະເລີນຮຸ່ງເຮືອງ ໂດ້ຢ່າງໝັ້ນຄົງ ແລະ ສະຫາຍໄດ້ເນັ້ນວ່າ: ສອງສະຖາບັນ ໂດຍສະເພາະສອງຄະນະຄຸ້ມຄອງໂຄງການ ຄວນປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊີ້ນໍາ, ຕິດຕາມ ການຈັດຕັ້ງປະຕິບັດໂຄງການ ໃຫ້ໄປຕາມແຜນຜັງທີ່ກຳນົດໄວ້. ພ້ອມກັນນີ້ ກໍປະສານສົມທົບກັບບັນດາກະຊວງ, ອົງການ, ອຳນາດການປົກຄອງແຂວງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ທັງສອງປະເທດ ເພື່ອສ້າງເງື່ອນໄຂເຮັດໃຫ້ໂຄງການນີ້ ດໍາເນີນໄປຕາມແຜນການທີ່ກຳນົດໄວ້.

ສະຖາບັນແຫ່ງນີ້ ຈະຢືນຕົ້ນສະຫງ່າງາມຢູ່ດິນແດນຈໍາປາສັກ ເປັນດັ່ງດອກໄມ້ທີ່ຫອມຫວນ ແລະ ເປັນສັນຍາລັກແຫ່ງມິດຕະພາບທີ່ບໍ່ມີວັນຈືດຈາງ ລະຫວ່າງ ລາວ ແລະ ຫວຽດນາມ.

ທີ່ມາ: ໜສພ ປະຊາຊົນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles