ຂ້ອຍແຕ່ງງານກັບລາວ ເພາະຈິດວິນຍານຂອງລາວ ບໍ່ແມ່ນຮູບຮ່າງພາບນອກຂອງລາວ

ຊີວິດຂອງ Turia Pitt ວິສະວະກອນຂຸດຄົ້ນບໍ່ແຮ່ ແລະ ນັກກິລາຊາວອົດສະຕຣາລີ ຜູ້ທີ່ໄດ້ຜ່ານເຫດການທີ່ປ່ຽນແປງຊີວິດຂອງລາວໄປຕະຫຼອດການ ແລະ ຍັງສະແດງໃຫ້ເຫັນເຖິງຄວາມຮັກອັນແທ້ຈິງທີ່ບໍ່ມີເງື່ອນໄຂ.

ປີ 2011 Turia ໄດ້ເຂົ້າຮ່ວມການແຂ່ງຂັນ Ultra-Marathon ໄລຍະທາງ 100 ກິໂລແມັດຢູ່ເຂດ Kimberley ຂອງອົດສະຕຣາລີ. ລາວໄດ້ຖືກໄຟປ່າໂໝ້ຢ່າງຮຸນແຮງ ແລະ ໄດ້ຮັບບາດເຈັບໄໝ້ໃນລະດັບຮຸນແຮງເຖິງ 65% ຂອງຮ່າງກາຍ. ລາວຕ້ອງນອນໃນອາການໂຄມາເປັນເວລາຫຼາຍເດືອນ ຜ່ານການຜ່າຕັດຫຼາຍກວ່າ 200 ຄັ້ງ ແລະ ໃຊ້ເວລາຫຼາຍປີໃນການຟື້ນຟູຮ່າງກາຍແພດໝໍບໍ່ຄິດວ່າລາວຈະລອດຊີວິດໄດ້.

ຈຸດໃຈກາງຂອງເລື່ອງລາວນີ້ແມ່ນ Michael Hoskin ຄູ່ຮັກຂອງ Turia ຜູ້ທີ່ໄດ້ພິສູດໃຫ້ເຫັນເຖິງຄວາມຮັກທີ່ແທ້ຈິງ ແລະ ຄວາມຈົ່ງຮັກພັກດີຢ່າງບໍ່ເຄີຍຫັ່ນປ່ຽນ Michael ໄດ້ລາອອກຈາກວຽກເພື່ອຢູ່ເບິ່ງແຍງ Turia ຕະຫຼອດການປິ່ນປົວ ແລະ ການຟື້ນຟູທີ່ເຈັບປວດ. ສິ່ງທີ່ສ້າງແຮງບັນດານໃຈທີ່ສຸດແມ່ນ Michael ໄດ້ຊື້ແຫວນໝັ້ນໃຫ້ Turia ໃນຂະນະທີ່ລາວຍັງນອນຢູ່ໃນອາການໂຄມາດ້ວຍຄວາມເຊື່ອໝັ້ນວ່າລາວຈະຟື້ນຄືນມາ ແລະ ຈະໄດ້ມອບແຫວນນີ້ໃຫ້ລາວໃນມື້ໃດມື້ໜຶ່ງ. ເມື່ອຖືກຖາມວ່າເປັນຫຍັງລາວຈຶ່ງຢູ່ຄຽງຂ້າງ Turia ຕະຫຼອດໄປ Michael ໄດ້ຕອບວ່າ: ຂ້ອຍໄດ້ຕົກຫລຸມຮັກກັບຈິດວິນຍານຂອງລາວ ບໍ່ແມ່ນທີ່ຮູບຮ່າງພາຍນອກ ລາວເປັນຄົນດຽວທີ່ຢູ່ຄຽງຂ້າງຂ້ອຍສະເໝີ.

Turia ບໍ່ໄດ້ຍອມພ່າຍແພ້ຕໍ່ໂຊກຊະຕາ ລາວໄດ້ໃຊ້ເວລາສອງປີໃນຊຸດປ້ອງກັນໄຟ ແລະ ຜ້າອັດໜ້າ ແຕ່ກໍໄດ້ກັບຄືນສູ່ຊີວິດຢ່າງມຸ່ງໝັ້ນ. ລາວໄດ້ກາຍເປັນນັກເວົ້າທີ່ສ້າງແຮງບັນດານໃຈ ເປັນນັກຂຽນ ແລະ ແມ່ນແຕ່ໄດ້ສຳເລັດການແຂ່ງຂັນ Ironman (ການແຂ່ງຂັນກິລາທີ່ຍາກລຳບາກ) ແລະ ສືບຕໍ່ເຮັດວຽກການກຸສົນ. Turia ແລະ Michael ໄດ້ໝັ້ນກັນໃນປີ 2015 ແລະ ໄດ້ສ້າງຄອບຄົວຮ່ວມກັນ ໂດຍມີລູກຊາຍສອງຄົນຊື່ Hakavai ແລະ Rahiti.

ເລື່ອງລາວຂອງ Turia ແລະ Michael ສະແດງໃຫ້ເຫັນເຖິງພະລັງຂອງການປັບປຸງ ຄວາມກ້າຫານ ແລະ ຄວາມຮັກທີ່ບໍ່ໄດ້ຂຶ້ນກັບຮູບຮ່າງພາຍນອກ ແຕ່ເປັນສິ່ງທີ່ມາຈາກຄວາມຜູກພັນທາງຈິດວິນຍານທີ່ແທ້ຈິງ.

ທີ່ມາ: goalcast

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles