ກຳປູເຈຍ ພົບລູກປາຂ່າເກີດໃຫມ່ ໂຕທີ 8 ເຮັດໃຫ້ປະຊາກອນປາຂ່າ ເພີ່ມຂຶ້ນແລ້ວ 112 ໂຕ

ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ຂອງປະເທດ ກຳປູເຈຍ ໄດ້ລາຍງານການຄົ້ນພົບ ລູກປາຂ່ານ້ຳຂອງເກີດໃໝ່. ເຮັດໃຫ້ຈຳນວນປະຊາກອນ ປາຂ່ານ້ຳຂອງ ພາຍໃນປະເທດ ເພີ່ມຂຶ້ນແລ້ວ 112 ໂຕ.

ເມື່ອຕອນບ່າຍ ຂອງວັນທີ 1 ທັນວາ 2025 ທີມນັກວິໄຈ ຈາກສຳນັກງານ ບໍລິຫານການປະມົງ ຮ່ວມກັບກອງທຶນສັດປ່າສາກົນ (WWF) ໄດ້ພົບເຫັນລູກປາຂ່າ ທີ່ຄາດຄະເນ ວ່າອາດຈະມີອາຍຸປະມານ 1 ມື້ ກຳລັງລອຍນ້ຳ ຂ້າງແມ່ຂອງມັນ ແລະ ຝູງປ່າຂ່າໃຫຍ່ອີກ 4 ໂຕ ໃນແຫຼ່ງປາຂ່າ Kampi ເຂດ Chetr Borei. ເຊິ່ງເປັນປາຂ່າ ໂຕທີ 8 ທີ່ໄດ້ບັນທຶກການພົບເຫັນ ໃນປີ 2025

ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ຂອງປະເທດ ກຳປູເຈຍ, ຍັງໄດ້ລະບຸອີກວ່າ: ໃນປັດຈຸບັນ, ມີປາຂ່າອາໄສຢູ່ໃນບໍລິເວນ ລຸ່ມແມ່ນ້ຳຂອງ ກວມເອົາ 120 ກິໂລແມດ ຕັ້ງແຕ່ແຂວງ Kratie ເຖິງແຂວງ Stung Treng ເຊິ່ງມີຈຳນວນປະຊາກອນປາຂ່າ ທັງໝົດ 112 ໂຕ.

ປາຂ່ານ້ຳຂອງ ຖືກຈັດເປັນສັດປ່າໃກ້ສູນພັນຂັ້ນວິກິດ ໃນບັນຊີແດງຂອງສະຫະພາບລະຫວ່າງປະເທດ, ເພື່ອການອະນຸລັກ ທຳມະຊາດ (IUCN) ແລະ ສຳລັບປີ 2025 ແມ່ນຖືເປັນປີທຳອິດ ທີ່ຍັງບໍ່ມີການລາຍງານປາຂ່າເສຍຊີວິດ ເຊິ່ງຖືເປັນສັນຍານບວກ ຕໍ່ຄວາມພະຍາຍາມ ໃນການອະນຸລັກ.

ທີ່ມາ: kiripost

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles