ນັກວິທະຍາສາດເຜີຍ ປາໂລມາເລີ່ມມີອາການ ຄ້າຍຄືພະຍາດສະໝອງເສື່ອມ ຈາກມົນລະພິດທາງນ້ຳ

ໂລມາ ເຊິ່ງເປັນສັດທີ່ສະຫຼາດທີ່ສຸດໃນທະເລ ແຕ່ກຳລັງສະແດງອາການທີ່ໜ້າເປັນຫ່ວງ. ພວກມັນເຄີຍຈື່ຈຳທຸກຢ່າງໃນໂລກຂອງພວກມັນ ເຊິ່ງຕອນນີ້ພວກມັນກຳລັງເລີ່ມຫຼົງລືມ. ນັກວິທະຍາສາດພົບວ່າ ໃນນໍ້າທະເລທີ່ຂຸ້ນມົວດ້ວຍຂີ້ເຫຍື້ອຂອງພວກເຮົາ ໂລມາຈຳນວນໜຶ່ງມີຄວາມເສຍຫາຍຂອງສະໝອງທີ່ຄ້າຍຄືກັບພະຍາດທີ່ພວກເຮົາຢ້ານໃນມະນຸດຄື: ພະຍາດສະໝອງເສື່ອມ.

ເມື່ອກວດສອບໂລມາທີ່ຕິດຢູ່ຝັ່ງ ພວກເຂົາພົບສິ່ງທີ່ເອີ້ນວ່າ: ແຜ່ນອາມີລອຍ ແລະ ເສັ້ນໃຍທາວ (ຄືກັບສັນຍານຂອງສະໝອງເສື່ອມ) ແລະ ສະໝອງຫົດໂຕ. ສຳລັບໂລມາທີ່ຮູ້ຈັກກັນດີວ່າມີຄວາມຊົງຈຳດີ ແລະ ມີການສື່ສານທີ່ສັບຊ້ອນ ນີ້ຄືການສູນເສຍທີ່ໜ້າເສົ້າໃຈ; ປຽບເໝືອນດັ່ງຫໍສະໝຸດແຫ່ງທະເລກໍາລັງເສຍເລື່ອງເລົ່າຂອງຕົນເອງໄປ.

ສາເຫດຫຼັກໆຂອງບັນຫານີ້ແມ່ນມາຈາກສິ່ງທີ່ພວກເຮົາຖິ້ມລົງໃນທະເລ:

1. ສານພິດຈາກສາຫຼ່າຍ: ປຸ໋ຍທີ່ໄຫຼລົງມາເຮັດໃຫ້ສາຫຼ່າຍທີ່ເປັນພິດອອກດອກ, ເຊິ່ງຜະລິດສານ BMAA ທີ່ໄປສະສົມຢູ່ໃນໂຕໂລມາ.

2. ສານເຄມີອັນຕະລາຍ: ໂລຫະໜັກເຊັ່ນ ສານປອດ ແລະ ສານເຄມີເຊັ່ນ PCBs ຈາກໂຮງງານອຸດສາຫະກຳ ໄດ້ຕົກຄ້າງຢູ່ໃນລະບົບຕ່ອງໂສ້ອາຫານ.

ທຸກໆຄັ້ງທີ່ໂລມາຫາຍໃຈເອົາອາກາດເທິງໜ້ານໍ້າ ພວກມັນກໍດຶງເອົາໝອກທີ່ປົນເປື້ອນດ້ວຍສິ່ງທີ່ພວກເຮົາປະໄວ້ເຂົ້າໄປນຳ. ໂລມາແມ່ນສັດທີ່ເປັນສັນຍານເຕືອນໄພລ່ວງໜ້າ ສໍາລັບຄຸນນະພາບຂອງນໍ້າທະເລທີ່ພວກເຮົາອາໄສຢູ່ຮ່ວມກັນ. ຮ່າງກາຍຂອງພວກມັນບັນທຶກສິ່ງທີ່ພວກເຮົາມັກຈະລະເລີຍ. ຖ້າຄວາມຊົງຈຳຂອງພວກມັນເລີ່ມມືດມົວ ນັ້ນກໍໝາຍຄວາມວ່າ ທະເລເອງກໍກຳລັງປະເຊີນກັບບັນຫາຮ້າຍແຮງ. ເນື່ອງຈາກຊີວິດຂອງພວກເຮົາກໍຜູກພັນກັບທະເລເຊັ່ນດຽວກັນ ບັນຫາຂອງພວກມັນບໍ່ແມ່ນພຽງແຕ່ເລື່ອງເສົ້າຂອງສັດເທົ່ານັ້ນ ແຕ່ມັນເປັນຄຳເຕືອນລ່ວງໜ້າກ່ຽວກັບຄ່າໃຊ້ຈ່າຍຂອງການລືມວ່າ ບໍ່ມີຫຍັງທີ່ພວກເຮົາຖິ້ມລົງໃນນໍ້າຈະຫາຍໄປຢ່າງແທ້ຈິງ.

ທີ່ມາ: Educated Minds

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles