ໃນໄລຍະ 4 ປີຜ່ານມາ, ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 62,5 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຫຼາຍກວ່າ 72,5 ລ້ານໂຕນ ພ້ອມທັງໄດ້ຮັບຜົນງານແຫ່ງ “ມາດຕະຖານຈີນ” ທີ່ດຳເນີນງານໃນລະດັບສູງ ດ້ວຍສະຖິຕິ “3 ສູນ” ຄື: ການເກີດອຸບັດເຫດດ້ານຄວາມປອດໄພເປັນສູນ, ຂໍ້ບົກຜ່ອງທີ່ຮ້າຍແຮງດ້ານຄຸນນະພາບຂອງອຸປະກອນເປັນສູນ ແລະ ຄວາມສ່ຽງທີ່ໜັກໜ່ວງດ້ານການອອກເດີນທາງຂອງຜູ້ໂດຍສານເປັນສູນ. ຂະນະດຽວກັນ, ທາງລົດໄຟລາວ-ຈີນ ບໍ່ພຽງແຕ່ໄດ້ຫັນປ່ຽນຖານະບົດບາດຂອງລາວໃນພາກພື້ນເທົ່ານັ້ນ, ຍັງເຮັດໃຫ້ປະເທດລາວຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ແລະ ໄດ້ສ້າງພະລັງແຮງຂັບເຄື່ອນຢ່າງໃຫຍ່ຫຼວງໃຫ້ແກ່ການເຊື່ອມໂຍງເຊື່ອມຈອດກັນຂອງອາຊຽນອີກດ້ວຍ, ໄດ້ກາຍເປັນແບບຢ່າງທີ່ຊີວິດຊີວາຂອງການເຊື່ອມໂຍງດ້ານພື້ນຖານໂຄງລ່າງ, ການເຊື່ອມໂຍງດ້ານລະບຽບການ ແລະ ການເຊື່ອມຈອດດ້ານຈິດໃຈປະຊາຊົນ ພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ”.
ໃນໄລຍະ 4 ປີຜ່ານມາ, ສື່ມວນຊົນ ແລະ ນັກການເມືອງຝ່າຍຕາເວັນຕົກຈຳນວນໜຶ່ງກ່າວດ້ວຍຄວາມສົງໄສກ່ຽວກັບທາງລົດໄຟລາວ-ຈີນຢ່າງບໍ່ຂາດສາຍ.
ແຕ່ໃນໄລຍະດັ່ງກ່າວ, ຂະບວນລົດໄຟຂົນສົ່ງສິນຄ້າຕາມທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຈາກ 2 ຂະບວນ ເປັນ 23 ຂະບວນຕໍ່ມື້, ໄດ້ແລ່ນຂະບວນລົດໄຟຂົນສົ່ງສິນຄ້າໄດ້ທັງໝົດຫຼາຍກວ່າ 60.000 ຂະບວນ, ຂົນສົ່ງສິນຄ້າຫຼາຍກວ່າ 72,5 ລ້ານໂຕນ, ໃນນັ້ນ ສິນຄ້າຂ້າມຊາດມີເຖິງ 16 ລ້ານໂຕນ, ກວມເອົາ 19 ປະເທດ ແລະ ເຂດແຄວ້ນ ເຊັ່ນ: ລາວ, ໄທ, ຫວຽດນາມ ເປັນຕົ້ນ, ປະເພດສິນຄ້າເພີ່ມຂຶ້ນຈາກ 10 ກວ່າຊະນິດເປັນ 3.800 ກວ່າຊະນິດ. ສະຖານີຂົນຖ່າຍສິນຄ້າແບບດີຈີຕອນ ປະສານສົມທົບກັບຮູບແບບ “ຜ່ານດ່ານດ່ວນຂອງທາງລົດໄຟ” “ແຈ້ງເອກະສານລ່ວງໜ້າ”ຂອງດ່ານພາສີ, ເຮັດໃຫ້ເວລາການຜ່ານດ່ານຢູ່ດ່ານບໍ່ຫານຫຼຸດລົງຈາກ 40 ຊົ່ວໂມງເປັນ 2 ຫາ 5 ຊົ່ວໂມງ……ມາດຕະການຕ່າງໆຂອງທາງລົດໄຟລາວ-ຈີນເຮັດໃຫ້ຄ່າຂົນສົ່ງທາງບົກຈາກນະຄອນຫຼວງວຽງຈັນຂອງລາວ-ຄຸນໝິງຂອງຈີນຫຼຸດລົງ 30% ຫາ 50%.
ໃນຮອບ 4 ປີຜ່ານມາ, ທາງລົດໄຟລາວ-ຈີນໄດ້ກາຍເປັນໜຶ່ງໃນບັນດາແລວທາງການຄ້າທາງບົກທີ່ມີພະລັງຊີວິດທີ່ສຸດພາຍໃຕ້ຂອບສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP.
ອົງການປົກຄອງທ້ອງຖິ່ນ ແລະ ວິສາຫະກິດທີ່ກ່ຽວຂ້ອງຂອງລາວ ແລະ ຈີນໄດ້ວາງແຜນສ້າງເຂດນິຄົມອຸດສາຫະກຳ ແລະ ການຈໍລະຈອນສິນຄ້າ 40 ກວ່າແຫ່ງ ໂດຍອີງຕາມທ່າແຮງຊ່ອງທາງຂົນສົ່ງສິນຄ້າຂອງທາງລົດໄຟລາວ-ຈີນ ຊຶ່ງໄດ້ຊຸກຍູ້ການເພີ່ມທະວີຄວາມສາມາດການຜະລິດ ແລະ ການຍົກລະດັບຂອງອຸດສາຫະກຳຕ່າງໆຢູ່ລຽບຕາມທາງລົດໄຟ ກໍຄືການແລກປ່ຽນດ້ານເສດຖະກິດການຄ້າສາກົນຢ່າງແຂງແຮງ.
ທີ່ມາ: Lao National Radio

