ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຈະຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້, ຊຶ່ງປະທານປະເທດ ໄດ້ອອກລັດຖະດຳລັດ ວ່າດ້ວຍການປະກາດວັນເລືອກຕັ້ງດັ່ງກ່າວ ໂດຍໄດ້ກຳນົດເອົາວັນອາທິດ ກົງກັບ ວັນທີ 22 ກຸມພາ ເປັນວັນເລືອກຕັ້ງ.
ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ໂຄສົກຂອງຄະນະກຳມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 3 ທັນວາ 2025, ກ່ຽວກັບການປະກາດວັນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໂດຍມີບາງຕອນໃຫ້ຮູ້ວ່າ: ວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້, ເປັນວັນທີ່ມີຄວາມໝາຍສຳຄັນ ທາງປະຫວັດສາດ ແລະ ຊີວິດການເມືອງຂອງປະຊາຊົນລາວບັນດາເຜົ່າ ໃນຖານະຜູ້ເປັນເຈົ້າຂອງປະເທດຊາດ ແລະ ເປັນເຈົ້າຂອງອຳນາດລັດ ຊຶ່ງເປັນອຳນາດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 2 ຂອງລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບປີ 2025, ເນື່ອງຈາກວ່າໃນວັນທີ 22 ກຸມພາ 2026 ເປັນວັນທີ່ປະຊາຊົນລາວບັນດາເຜົ່າ ຜູ້ມີສິດເລືອກຕັ້ງທົ່ວປະເທດ ຈະໄດ້ພ້ອມກັນ ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຕາງໜ້າຕົນປະຕິບັດສິດອຳນາດ ຂອງປະຊາຊົນລາວບັນດາເຜົ່າ ຢູ່ໃນອົງການອຳນາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ, ຂອງທ້ອງຖິ່ນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ, ພົນລະເມືອງລາວ, ນິຕິບຸກຄົນ ແລະ ການຈັດຕັ້ງ ພ້ອມກັນສູ້ຊົນພັດທະນາປະເທດຊາດ ເພື່ອເຮັດໃຫ້ປະຊາຊົນ ຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ທ່ານ ຈະເລີນ ເຍຍປາວເຮີ ໃຫ້ຮູ້ອີກວ່າ: ໃນໄລຍະແຕ່ນີ້ ໄປຫາວັນທີ 7 ມັງກອນ 2026 ແມ່ນຈະໄດ້ສຸມໃສ່ເຜີຍແຜ່ຮ່ຳຮຽນເອກະສານເລືອກຕັ້ງ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງທຸກຄົນ ຈົ່ງໄດ້ເຂົ້າຮ່ວມການຮ່ຳຮຽນເອກະສານ ກ່ຽວກັບວຽກງານເລືອກຕັ້ງໃຫ້ທົ່ວເຖິງ ເພື່ອກຳແໜ້ນ ແລະ ໃຊ້ສິດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ຈົ່ງກະກຽມທາງດ້ານຈິດໃຈ, ເຫື່ອແຮງ ເພື່ອເຂົ້າຮ່ວມການເລືອກຕັ້ງຄັ້ງນີ້ ໃຫ້ບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.
ທີ່ມາ: ປະເທດລາວ ຂ່າວ-ພາບ: ທະນູທອງ

