ການສວນໜາມເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈັດຂຶ້ນໃນວັນທີ 2 ທັນວາ ທີ່ຜ່ານມານີ້; ເຊື່ອວ່າ ບັນດາທ່ານ ຄົງຈະໄດ້ເຫັນພາບ ຄວາມພ້ອມພຽງ ແລະ ສວຍງາມ ຂອງແຕ່ລະກ້ອນກຳລັງ ຜ່ານສື່ມວນຊົນ ໜຶ່ງໃນນັ້ນກໍຄື ກ້ອນຈຸບິນ ເຮືອບິນ Yak-130 ທີ່ປະກອບສວ່ນໃນການບິນໂຊ ຢູ່ເທິງນ່ານຟ້າ ດ້ວຍທ່ວງທ່າ ແລະ ຈັງຫວະ ທີ່ໂດດເດັ່ນ ສ້າງຄວາມປະທັບໃຈໃຫ້ແກ່ສາຍຕາຊາວປະຊາທັງຫຼາຍທີ່ເຂົ້າມາຊົມໃນການສະແດງສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີນ, ເຊິ່ງບິນໂດຍ ສະຫາຍ ຮ້ອຍເອກ ສອນລາ ສິມມາວົງ ນັກບິນ ເຮືອບິນ yak -130 ກອງພັນໃຫຍ່ 702.
ສະຫາຍ ຮ້ອຍເອກ ສອນລາ ສີມມາວົງ ນັກບິນ ເຮືອບິນ yak -130 ກອງພັນໃຫຍ່ 702 ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກດີໃຈ, ພູມໃຈ ແລະ ມີກຽດເປັນຢ່າງຍິ່ງທີ່ໄດ້ເປັນສ່ວນໜຶ່ງໃນການສະເຫຼີມສະຫຼອງວັນຊາດ ໃນຄັ້ງນີ້. ສຳລັບຈຸບິນ Yak-130 ຂອງພວກເຮົາ ພາຍຫຼັງທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ, ຈຸບິນກໍເລີ່ມຝຶກຊ້ອມບິນສະແດງເພື່ອໃຫ້ມີຄວາມພ້ອມຢູ່ຕະຫຼອດເວລາ ແລະ ຍົກສູງເຕັກນິກການຂັບຂີ່ໃຫ້ມີປະສິດທິພາບ ແລະ ໄດ້ຮັບຜົນດີ, ປັດໄຈຫຼັກໃນການຝຶກຊ້ອມໃນຄັ້ງນີ້ແມ່ນເນັ້ນໃສ່ການບິນດີ ບິນໃຫ້ປອດໄພ; ພ້ອມນີ້ກໍໄດ້ປະສານກັບຈຸບິນ Mi-17 ເພື່ອໃຫ້ເຂົ້າໃຈເຊິ່ງກັນ ແລະ ກັນ ໃນການປະຕິບັດໜ້າທີ່ ເພື່ອໃຫ້ມີຄວາມປອດໄພ100% ;
ເຮືອບິນ Yak-130 ຂອງພວກເຮົາແມ່ນປະຕິບັດໜ້າທີ່ການບິນຢູ່ເດີ່ນບິນທົ່ງໄຫຫີນ ແຂວງຊຽງຂວາງ ແລະ ຍ້າຍມາບິນຝຶກປະຈຳຢູ່ສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ ເພື່ອບິນໂຊໃນງານສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ.
ພາຍຫຼັງສໍາເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງແລ້ວ, ກໍ່ໄດ້ນໍາເຮືອບິນ Yak- 130 ກັບຄືນສູ່ເດີນບິນທົ່ງໄຫຫິນແຂວງຊຽງຂວາງດ້ວຍຄວາມປອດໄພ.
ສະຫາຍຍັງກ່າວຕື່ມອີກວ່າ: ໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນໄຊແກ່ການນຳພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມພາສຸກໃນຊີວິດສວນຕົວ ແລະ ຄອບຄົວ ສືບຕໍ່ຊີ້ນຳ-ນຳພາປວງຊົນລາວທັງຊາດພັດທະນາບ້ານເມືອງໃຫ້ຮຸ່ງເຮືອງຍິ່ງໆຂຶ້ນ.
ທີ່ມາ: ໜັງສືພິມ ກອງທັບ, ໜັງສືພິມ ຊຽງຂວາງມີໄຊ.




