ຫວຽດນາມພ້ອມໃຫ້ຄວາມຮ່ວມມືກັບລາວ ໃນການຕ້ານອາດຊາຍາກຳທາງໄຊເບີ

ໃນໂອກາດເຂົ້າຮ່ວມງານເສວະນາເສດຖະກິດລະດູໜາວ ປະຈຳປີ 2025, ທີ່ນະຄອນໂຮຈິມິນ ໃນລະຫວ່າງວັນທີ 24 – 27 ພະຈິກ 2025, ຂອງທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ນຳພາຄະນະເຂົ້າຢ້ຽມຂ່ຳນັບ ພະນະທ່ານ ບຸຍ ແທງ ເຊິນ (Bui Thanh Son), ຮອງນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ໃນໂອກາດດັ່ງກ່າວນີ້, ພະນະທ່ານ ບຸຍ ແທງ ເຊິນ, ຮອງນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ກ່າວວ່າ: ຫວຽດນາມ ພ້ອມທີ່ຈະແບ່ງປັນປະສົບການກັບສະຫາຍລາວ ໃນວຽກງານການພັດທະນາຫັນເປັນດິຈິຕອນ, ເຕັກໂນໂລຊີ ແລະ ນະວັດຕະກຳ. ນອກຈາກການເຊື່ອມໂຍງທາງດ້ານໂຄງລ່າງພື້ນຖານຄົມມະນາຄົມແລ້ວ ການເຊື່ອມຕໍ່ໂຄງລ່າງພື້ນຖານດ້ານດິຈິຕອນ ຈະເຊື່ອມໂຍງ ແລະ ຊຸກຍູ້ການພັດທະນາດ້ານເສດຖະກິດ-ສັງຄົມ ລະຫວ່າງສອງປະເທດ. ນອກຈາກນັ້ນ, ກໍຮຽກຮ້ອງໃຫ້ ສປປ ລາວ ສ້າງເງື່ອນໄຂທີ່ເອື້ອອຳນວຍຄວາມສະດວກຕໍ່ກັບບັນດາກຸ່ມບໍລິສັດຂອງຫວຽດນາມ ເປັນຕົ້ນ: Viettel, FPT, ແລະ VNPT ມີການປະກອບສ່ວນຮ່ວມກັບລາວ ເພື່ອສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດວຽກງານດັ່ງກ່າວນີ້ ໃຫ້ເປັນຮູບປະທຳ.

ພ້ອມດຽວກັນນັ້ນ, ກໍພ້ອມໃຫ້ຄວາມຮ່ວມມືກັບສະຫາຍລາວ ໃນການພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມການຮ່ວມມືໃນສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກໍາທາງໄຊເບີ,​ ຊຶ່ງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເຂົ້າຮ່ວມພິທີລົງນາມສົນທິສັນຍາດັ່ງກ່າວ ໃນເດືອນຕຸລາ 2025 ທີ່ຜ່ານມາ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.

📰ທີ່ມາ: ຂ່າວສານ​ ເຕັກໂນໂລຊີ​ ແລະການສື່ສານ

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles