ຫວຽດວາງແຜນຫ້າມໃຊ້ໜັງສືຜ່ານແດນເຮັດທຸລະກຳໃນປະເທດ ເພື່ອປ້ອງກັນການສໍ້ໂກງ

ໃນວັນທີ 25 ພະຈິກ 2025 ເອກະສານແຈ້ງການ ທີ່ອອກໂດຍທະນາຄານກາງ ຂອງຫວຽດນາມ ລະບຸວ່າ ກົດລະບຽບໃໝ່ ກຳນົດໃຫ້ລູກຄ້າຕ້ອງສະແດງບັດປະຈຳຕົວທີ່ມີຊິບ ຫຼື ບັດປະຈຳຕົວອິເລັກໂຕຣນິກ (EID) ສຳລັບການໃຊ້ບໍລິການ ທາງທະນາຄານທຸກປະເພດ ລວມທັງການຈ່າຍເງິນ, ການຖອນເງິນ ແລະ ການໃຊ້ບໍລິການບັດ.

ທະນາຄານກາງຂອງຫວຽດນາມ ເວົ້າວ່າ ຂັ້ນຕອນນີ້ມີເປົ້າໝາຍເພື່ອຮັບປະກັນຄວາມຖືກຕ້ອງ, ເພີ່ມທະວີການປ້ອງກັນການສໍ້ໂກງ ແລະ ການປອມແປງ, ພ້ອມທັງສ້າງມາດຕະຖານຂໍ້ມູນໃນທົ່ວລະບົບທະນາຄານ.

ທີ່ມາຈາກ: Vietnam VN

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles