ເລີ່ມແລ້ວ! ປະເພນີບຸນກິນຈຽງ (ນໍ່ເປເຈົ່າ) ຂອງພີ່ນ້ອງເຜົ່າມົ້ງ!

ມົ້ງແມ່ນຊົນເຜົ່າໃຫຍ່ທີ່ອາໄສຢູ່ໃນພາກກາງ​ ຫາ​ ພາກເໜືອຂອງປະເທດລາວ, ເປັນເຜົ່າທີ່ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ, ຮີດຄອງປະເພນີ ແລະ ມີຄວາມເປັນເອກະລັກສະເພາະຕົວ. ປະເພນີທີ່ຊາວເຜົ່າມົ້ງ ໃຫ້ຄວາມສຳຄັນປະຕິບັດສືບຕໍ່ກັນມາ ຢ່າງບໍ່ຂາດ ແລະ ມີຄວາມເປັນເອກະລັກ ໂດດເດັ່ນທີ່ເຫັນໄດ້ໃນປະຈຸບັນນັ້ນກໍຄື “ປະເພນີ ບຸນກິນຈຽງ”

ຄຳວ່າ “ຈຽງ” ແມ່ນ ໝາຍເຖິງ​ ເດືອນ​ຈຽງ ຫຼື ເດືອນໜຶ່ງລາວ. ການກິນຈຽງກໍຄືການສະເຫຼີມສະຫຼອງ ຜົນລະປູກປະຈຳປີທີ່ໄດ້ຮັບການເກັບກ່ຽວມາ​ ເພື່ອໃຫ້ຊາວບ້ານໄດ້ຮ່ວມງັນ ໃຫ້ໄດ້ຢູ່ໄດ້ກິນຮ່ວມກັນ ແລະ ບຸນກິນຈຽງຂອງຊາວເຜົ່າມົ້ງ​ ແມ່ນຈັດຂຶ້ນຢູ່ໃນລະຫວ່າງຕົ້ນເດືອນທັນວາ​ ແກ່ຍາວໄປເຖິງຕົ້ນເດືອນມັງກອນ​ ຂອງປີໃໝ່ສາກົນ ຫຼື ຕັ້ງແຕ່ແຮມ 15 ຄໍ່າ​ ເດືອນ 12 ເຖິງແຮມ 15 ຄໍ່າ​ ເດືອນ 01 (ເດືອນຈຽງ) ເຊິ່ງຖືວ່າເປັນການສະເຫຼີມສະຫຼອງ ປີໃໝ່ຂອງຊາວເຜົ່າມົ້ງ.

ການເຮັດບຸນກິນຈຽງ ແຕ່ລະຄັ້ງ​ ຕ້ອງໄດ້ມີການກະກຽມສະຖານທີ່, ປະດັບເອ້ບ້ານ-ເຮືອນໃຫ້ມີຄວາມງົດງາມ ແລະ ສະອາດ. ເມື່ອກ່ອນຊາວບ້ານຈະຮ່ວມກັນປຸກຜາມຂຶ້ນ ແລ້ວເອົາອຸປະກອນການເຮັດໄຮ່​ ເຊັ່ນ: ພ້າ, ມີດ, ຈົກ, ສຽມ ແລະ ແວກ ທີ່ໃຊ້ເຂົ້າໃນການປູກຝັງ​ ມາວາງໄວ້ໜ້າປະຕູ ເມື່ອຮອດເວລາແລ້ວໝໍພອນຈະເຮັດພິທີກຳຄອບຜີບັນພະບຸລຸດ ຫຼັງຈາກນັ້ນກໍໃຫ້ໝໍພອນນຳພາ​ ເຂົ້າປະຕູດ້ານຫຼັງ ແລ້ວອອກມາປະຕູໜ້າທີ່ມີອຸປະກອນວາງໄວ້ລຸ່ມປະຕູ ໂດຍເຂົາເຈົ້າເຊື່ອກັນວ່າ ຈະເຮັດໃຫ້ຄວາມທຸກເສົ້າ ແລະ ຄວາມບໍ່ດີຕ່າງໆ ຫາຍໄປ ກັບປີເກົ່າ.

ພາຍຫຼັງແລ້ວພິທີກຳດັ່ງກ່າວນັ້ນແລ້ວ ໜຸ່ມສາວທີ່ຍັງໂສດ ກໍຮ່ວມກັນເຮັດກິດຈະກຳຕ່າງ​ໆ​ ເຊັ່ນ: ການໂຍນໝາກຄອນ ໃຫ້ຜູ້ຍິງຢູ່ຝ່າຍໜຶ່ງ ແລະ ຜູ້ຊາຍຢູ່ຝ່າຍໜຶ່ງ ປ່ຽນກັນໂຍນໄປມາປະສານກັບສຽງຂັບລຳຂອງຄູ່ບ່າວສາວ​ ເພື່ອຊອກຄູ່ຮັກ​ ເຮັດໃຫ້ຫຼາຍຄູ່ໄດ້ແຕ່ງງານກັນໃນເວລາຕໍ່ມາ, ລວມໄປຮອດການໂຍນໝາກຂ່າງ, ການເປົ່າແຄນ, ການຟ້ອນ ແລະ ຂັບມົ້ງຢ່າງມ່ວນຊື່ນ.

ປະຈຸບັນ ເພື່ອຕອບສະໜອງ ນະໂຍບາຍສົ່ງເສີມການທ່ອງທ່ຽວຂອງລາວ ພັກ- ລັດ ຈຶ່ງໄດ້ເຮັດກິດຈະກຳໃນບຸນກິນຈຽງໃຫ້ຫຼາກຫຼາຍ ແລະ ມີຄວາມຄຶກຄື້ນ ຍິ່ງໃຫຍ່ກວ່າເດີມ​ ເຊັ່ນ: ການແຂ່ງຂັນກິລາງົວຊົນງົວ, ກິລາຍິງໜ້າເກັກ, ກິລາເປຕັງ, ປະກວດສິລະປະວັນນະຄະດີ, ປະກວດນາງສາວມົ້ງ, ການຮ່ວມໂຍນໝາກຄອນເປັນແຖວຍາວ ແລະ ມີຕະຫຼາດນັດເພື່ອສະແດງສິນຄ້າໂອດັອບ​ ທີ່ເປັນຂອງທີ່ລະນຶກຕ່າງໆຢ່າງຫຼວງຫຼາຍ.

ສຳລັບຜູ້ທີ່ບໍ່ເຄີຍທ່ຽວບຸນກິນຈຽງ ຫຼື ເຄີຍໄປແລ້ວ ຢາກໄປອີກ​ ແມ່ນສາມາດໄປສຳຜັດກັບບັນຍາກາດ ທີ່ຄຶກຄື້ນໄດ້ທີ່ງານບຸນກິນຈຽງປະຈຳປີຂອງເຜົ່າມົ້ງ ຕາມບ້ານຕ່າງ​ໆ​ ໂດຍສະເພາະ​ ຢູ່ ເມືອງໄຊທານີ,​ ເມືອງນາຊາຍທອງ,​ ເມືອງໂພນໂຮງ ແຂວງວຽງຈັນ ທີ່ຈຸດສຸມບ້ານພັດທະນາ-ນາເລົາ (ຫຼັກ 52), ແຂວງຊຽງຂວາງ ແລະ ຈຸດອື່ນໆອີກຫຼາຍຈຸດໃນທົ່ວປະເທດລາວ.

Yack dung

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles