ມອບ – ຮັບໂຄງການ ບູລະນະ ໂຮງນາງສີດາ ຜາສາດຫິນ ວັດພູຈຳປາສັກ

ພິທີມອບ-ຮັບ ໂຄງການອະນຸລັກ, ບູລະນະໂຮງນາງສີດາ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການ ມໍລະດົກໂລກ ວັດພູຈໍາປາສັກ ທີ່ເປັນໂຄງການຮ່ວມມືລາວ-ເກົາຫຼີ ຈັດຂຶ້ນໃນວັນທີ 24 ພະຈິກ 2025 ນີ້ຢູ່ທີ່ສະຖານບູຮານໂຮງນາງສີດາ ມໍລະດົກໂລກວັດພູຈຳປາສັກ ເມືອງຈຳປາສັກ ແຂວງຈຳປາສັກ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ນາງ ເຕດາວັນ ແກ້ວພິລາວັນ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງຈຳປາສັກ, ພ້ອມຄະນະ, ມີທ່ານ ວິໄລສັກ ສູນທອນ ເລຂາພັກເມືອງຈຳປາສັກ,ມີທ່ານ ຄີຢອງລີ ປະທານອົງການມໍລະດົກວັດທະນະທຳ ເກົາຫຼີ ,ທ່ານ ພະຂັນໄຊ ສີຂັນໄຊ ຫົວໜ້າກົມມໍລະດົກ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ,ມີຫົວໜ້າໂຄງການ, ຕາງໜ້າສະຖານທູດເກົາຫຼີປະຈຳນະຄອນຫຼວງວຽງຈັນ, ມີຜູ້ປະສານງານໂຄງການຈາກສູນກາງ, ແຂວງ, ເມືອງ, ບັນດາພະແນກການອ້ອມຂ້າງແຂວງ,ເມືອງພ້ອມດ້ວຍພະນັກງານວິຊາການ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີທ່ານ ນາງ ເຕດາວັນ ແກ້ວພິລາວັນ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງຈຳປາສັກ ໄດ້ກ່າວມີຄຳເຫັນເຊິ່ງທ່ານກ່າວວ່າ ສະຖານບູຮານໂຮງນາງສີດາ ແມ່ນມີປະຫວັດຄວາມເປັນ ມາທາງດ້ານປະຫວັດສາດ ແລະ ວັດທະນະທຳ ເຊິ່ງຖືກສ້າງຂຶນໃນສັດຕະວັດທີ 10 ໄດ້ຖືກປະລະ ເປັນເວລາຫລາຍຮ້ອຍປີ, ມາຮອດປີ 2001 ວັດພູພ້ອມດ້ວຍພື້ນທີ່ວັດທະນະທໍາຈໍາປາສັກ ໄດ້ຖືກ ຮັບຮອງເຂົ້າເປັນມໍລະດົກໂລກ ຈາກອົງການ ຢູແນັດສໂກ ມາຮອດປີ 2013 ມູນິທິວັດທະນະທໍາ ເກົາຫຼີ ໄດ້ມີຄວາມ ສົນໃຈຢາກເຮັດການອະນຸລັກ ແລະ ຟື້ນຟູສະຖານບູຮານດັ່ງກ່າວ ດ້ວຍການໃຫ້ທຶນຊ່ວຍເຫຼືອໃນການ ບູລະນະສ້ອມແປງ ແມ່ນໄດ້ເລີ້ມຈັດຕັ້ງປະຕິບັດມາແຕ່ປີ 2013 ຫາ ປີ 2025. ຕະຫຼອດໄລຍະຜ່ານມາໂຄງການຮ່ວມມືລາວ-ເກົາຫຼີ ແມ່ນໄດ້ສຶກສາ, ສໍາຫຼວດເກັບຂໍ້ມູນ ໃຫ້ແກ່ການບູລະນະສ້ອມແປງ ໂດຍສະເພາະແມ່ນເຫັນໄດ້ບັນດາຫົວໜ້າມູນິທິວັດທະນະທໍເກົາຫຼີ ກໍຄືຊ່ຽວຊານ ໄດ້ພະຍາຍາມເອົາໃຈໃສ່ໃກ້ຊິດດ້ວຍເຂົ້າມາຕິດຕາມຊຸກຍູ້ຢູ່ພາກສະໜາມເປັນປະຈໍາ ແລະ ຕໍ່ເນື່ອງ ອັນເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຢູ່ພາກສະໜາມເປັນໄປດ້ວຍດີ ແລະ ມີ ຄວາມຄືບໜ້າ. ມີການຈັດຕັ້ງປະຕິບັດວຽກງານຢູ່ພາກສະໜາມແມ່ນໄດ້ມີການຮ່ວມມືກັນເປັນຢ່າງດີ ລະຫວ່າງຝ່າຍເກົາຫຼີ ກັບການຈັດຕັ້ງພາກລັດຂັ້ນທ້ອງຖິ່ນຮອດຂັ້ນກະຊວງ ແມ່ນມີການປະຊຸມປຶກສາຫາລືຮ່ວມກັນຂອງແຜນຈັດຕັ້ງປະຕິບັດແຕ່ລະໄລຍະເພື່ອມີຄວາມເປັນເອກະພາບກັນໃນການຈັດຕັ້ງ ປະຕິບັດ ແລະ ກໍມີຫລາຍອັນທີ່ໄດ້ຮັບຜົນສໍາເລັດໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ.

ທີ່ມາ: ໜັງສືພິມຈຳປາໃໝ່

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles