10 ບັນຫາຄົງຄ້າງ ໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົນ 5ປີ

ຜ່ານການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2021-2025) ເວົ້າລວມເວົ້າສະເພາະ ແມ່ນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງລັດຖະບານ ເຫັນວ່າມີຫຼາຍຂະແໜງການ ມີການເຕີບໂຕຢ່າງຕໍ່ເນື່ອງ ອັນເປັນແຮງຊຸກຍູ້ແກ່ການເຕີບໂຕຂອງເສດຖະກິດ ເຊິ່ງສະແດງອອກ ໃນໄລຍະ 5 ປີ ສະເລ່ຍເສດຖະກິດມະຫາພາກເຕີບໂຕໃນລະດັບ 4.24%.

+ຄຽງຄູ່ກັບຜົນສຳເລັດ ນັ້ນເຫັນວ່າ ຍັງມີບັນຫາທີ່ຄົງຄ້າງ ທີ່ປະຕິບັດບໍ່ທັນໄດ້ດີ ແລະ ຍັງເປັນສິ່ງທ້າທາຍໃຫຍ່ ເປັນຕົ້ນ:

1) ການປັບປຸງກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດຮອບດ້ານມີບາງບ່ອນ ຍັງບໍ່ທັນ ແຂງແຮງ ແລະ ໜັກແໜ້ນ, ການຄຸ້ມຄອງການເຄື່ອນຍ້າຍຂອງພົນລະເມືອງພາຍໃນ ແລະ ຕ່າງປະເທດ ບາງ ທ້ອງຖິ່ນ ບໍ່ທັນເຂັ້ມງວດ. ປະກົດການຫຍໍ້ທໍ້ທາງດ້ານສັງຄົມ ຍັງເກີດຂື້ນຕໍ່ເນື່ອງ ແລະ ມີທ່າອ່ຽງເພີ່ມຄວາມ ຮຸນແຮງຂື້ນ ເຊິ່ງບັນຫາເຫຼົ່ານີ້ ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເດັດຂາດ, ເຖິງກົກເຖິງຮາກເທົ່າທີ່ຄວນ;

2) ການແກ້ໄຂເສດຖະກິດນອກລະບົບຍັງບໍ່ທັນແຂງແຮງເທົ່າທີ່ຄວນ ເຮັດໃຫ້ຍັງມີສະພາບທຸລະ ກິດເຖື່ອນ, ວິສາຫະກິດເອກະຊົນບໍ່ຖືບັນຊີ, ການລັກລອບນໍາເຂົ້າ-ສົ່ງອອກສິນຄ້າ, ການປະຕິບັດທຸລະກຳຊື້-ຂາຍບໍ່ຜ່ານທະນາຄານ, ມີການຮົ່ວໄຫຼຂອງເງິນາຕ່າງປະເທດ ແລະ ອື່ນໆ.

3) ການຈຳກັດການນໍາເຂົ້າສິນຄ້າຟຸມເຟືອຍ ແລະ ສິນຄ້າທີ່ພາຍໃນສາມາດຜະລິດໄດ້ແລ້ວ ເຖິງວ່າ ໄດ້ມີຄວາມພະຍາຍາມ ແຕ່ກໍຍັງບໍ່ທັນບັນລຸໄດ້ຕາມຄາດໝາຍທີ່ກຳນົດໄວ້.

4) ການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງຄົມມະນາຄົມຂົນສົ່ງ ຍັງມີຄວາມຄືບໜ້າ ຊ້າ, ການຄຸ້ມຄອງນໍ້າໜັກ ແລະ ສະພາບເຕັກນິກລົດບັນທຸກຕາມເສັ້ນທາງຕ່າງໆ ບໍ່ທັນເຂັ້ມງວດ ເຮັດໃຫ້ ເສັ້ນທາງເປ່ເພຫຼາຍ; ມີຫາງສຽງກ່ຽວກັບການກໍ່ສ້າງ ແລະ ປັບປຸງເສັ້ນທາງໃນຕົວເມືອງຂອງນະຄອນຫຼວງ ວຽງຈັນ.

5) ການປະຕິບັດມາດຕະການຊຸກຍູ້ ສົ່ງເສີມການລົງທືນ ບໍ່ແຂງແຮງ ຈື່ງບໍ່ທັນສາມາດດຶງດູດໂຄງ ການລົງທືນທີ່ມີປະສິດທິຜົນບໍ່ສູງ; ການຄຸ້ມຄອງ, ຕິດຕາມ, ກວດກາໂຄງການສໍາປະທານຕ່າງໆທີ່ໄດ້ຮັບ ອະນຸຍາດໄປແລ້ວ ຍັງບໍ່ທັນເຂັ້ມງວດ ແລະ ແທດເຖິງຕົວຈິງ ຈຶ່ງພາໃຫ້ເກີດມີຄວາມຫຼ້າຊ້າແກ່ຍາວ, ບາງ ໂຄງການສ້າງຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ; ການພັດທະນາໂຄງການແຮ່ທາດ ຍັງຫັນໄປສູ່ ການປຸງແຕ່ງໄດ້ໜ້ອຍ ສ່ວນຫຼາຍສົ່ງອອກແຮ່ດິບ.

6) ການປັບປຸງລັດວິສາຫະກິດ ຍັງມີຄວາມຄືບໜ້າຊ້າ, ການແກ້ໄຂສະພາບຫຼຸບທຶນ ແລະ ບັນຫາໜີ້ ສິນຂອງລັດວິສາຫະກິດ ໂດຍລວມຍັງບໍ່ທັນມີວິທີການແກ້ໄຂທີ່ຈະແຈ້ງ.

7) ການຄຸ້ມຄອງສື່ສັງຄົມອອນລາຍ, ການເຄື່ອນໄຫວຕອບໂຕ້, ການແກ້ໄຂເປົ້າໝາຍທີ່ກໍ່ຄວາມບໍ່ ສະຫງົບຜ່ານສື່ອອນລາຍ ຍັງບໍ່ທັນສະພາບການ, ຂາດຄວາມຄົມແຫຼມ ແລະ ບໍ່ທັນມີຫຼາຍຮູບຫຼາຍສີ, ເຂັ້ມ ງວດ ເທົ່າທີ່ຄວນ.

😎 ການແກ້ໄຂນະໂຍບາຍສະຫວັດດີການ ແລະ ຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ ແລະ ພະນັກງານຜູ້ມີຜົນງານຕໍ່ປະເທດຊາດ ຍັງບໍ່ທັນບັນລຸລະດັບຄວາມຈໍາເປັນການດໍາລົງຊີວິດຂັ້ນພື້ນຖານ.

9) ການດໍາເນີນຄະດີຕາມຂະບວນການຍຸຕິທໍາຍັງເຮັດບໍ່ທັນໄດ້ດີ, ຍັງຊັກຊ້າ, ບາງຂອດຍັງບໍ່ຮັບປະ ກັນຄວາມໂປ່ງໃສ ແລະ ຍຸຕິທຳ. ການຊີ້ນໍາການປະຕິບັດຄໍາຕັດສິນຂອງສານຍັງບໍ່ທັນແຂງແຮງ ແລະ ຄ້າງ ປະຕິບັດຫຼາຍກໍລະນີ.

10) ຄວາມຕື່ນຕົວ ແລະ ເປັນເຈົ້າການໃນການປະຕິບັດກົດໝາຍ, ລະບຽບການ, ມະຕິ, ຄໍາສັ່ງຂອງ ກະຊວງ, ອົງການຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນ, ພະນັກງານ, ເຈົ້າໜ້າທີ່, ຜູ້ປະກອບການ ແລະ ປະຊາຊົນ ຈຳນວນໜື່ງ ຍັງທັນບໍ່ສູງ ຈຶ່ງເຮັດໃຫ້ການປະຕິບັດຕົວຈິງ ບໍ່ທັນເຂັ້ມງວດ ທົ່ວເຖິງ ແລະ ເດັດຂາດ.

ທີ່ມາ: ເສດຖະກິດການຄ້າ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles