ຄົບຮອບ 10 ປີ ດາວທຽມ ແຊັດວັນ ດວງທຳອິດຂອງລາວປ່ອຍຂຶ້ນວົງໂຄຈອນໂລກ

21/11/2025​ ແມ່ນວັນຄົບຮອບ 10 ປີ ວັນປ່ອຍດາວທຽມ ແຊັດວັນ ດາວທຽມດວງທໍາອິດຂອງລາວ ຂຶ້ນສູ່ວົງໂຄຈອນໂລກ (ໂດຍດາວທຽມດັ່ງກ່າວ ມີກຳນົດການນຳໃຊ້ປະມານ 15 ປີ, 2015-2031).

ມາຮອດປັດຈຸບັນ, ສປປ ລາວ ໄດ້ຮັບຜົນປະໂຫຍດຫລາຍດ້ານ ຈາກການນຳໃຊ້ດາວທຽມລາວ ເປັນຕົ້ນ ແມ່ນສາມາດທົດແທນການນຳໃຊ້ດາວທຽມຂອງຕ່າງປະເທດ, ສະໜອງຄວາມຕ້ອງການຂອງຂະແໜງການລັດ ແລະ ເອກະຊົນທີ່ຢາກນໍາໃຊ້ດາວທຽມໄດ້ຢ່າງສະດວກສະບາຍ ແລະ ທຸກພາກສ່ວນລັດ ແລະ ເອກະຊົນປະຈຳລາວ ທີ່ນຳໃຊ້ດາວທຽມຕ່າງປະເທດໃນເມື່ອກ່ອນໄດ້ຫັນມາໃຊ້ດາວທຽມລາວ 100%. ນອກຈາກນັ້ນ, ດາວທຽມລາວ ຍັງໄດ້ບໍລິການຮັບໃຊ້ຕ່າງປະເທດຕື່ມອີກ, ເພາະສັນຍານດາວທຽມລາວກວມເອົາພື້ນທີ່ຂອງ 17 ປະເທດໃນຂົງເຂດອາຊີ ແລະ ປາຊີຟິກ; ດາວທຽມລາວໄດ້ຖືກນຳໃຊ້ໃນທຸກວຽກງານ ຂອງສັງຄົມລາວຢ່າງກວ້າງຂວາງ, ນັບທັງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການບິນ, ການສຶກສາ, ສາທາລະນະສຸກ ແລະ ການບໍລິການຕ່າງໆ.

ດາວທຽມລາວແຊັດ 1 ຈະໝົດອາຍຸການນຳໃຊ້ ໃນປີ 2031, ແຕ່ ສປປ ລາວ ກໍຈະມີດາວທຽມດວງໃໝ່ທີ່ຈະສາມາດເພິ່ງຕົນເອງ ແລະ ກຸ້ມຕົນເອງໄດ້ ໃນການລົງທຶນໂດຍບໍ່ຕ້ອງໃຫ້ລັດຖະບານລາວ ຢືມທຶນໃຫ້ຕື່ມອີກ.

ເພາະຜົນສຳເລັດຂອງໂຄງການດາວທຽມລາວ ເກີດຂຶ້ນໂດຍການຮ່ວມມື ແລະ ໄດ້ຮັບການຊ່ວຍເຫລືອແບບເພື່ອນມິດສະຫາຍຂອງ ພັກ, ລັດຖະບານ, ນັກທຸລະກິດ ແລະ ປະຊາຊົນຈີນ ເຊິ່ງເປັນໜຶ່ງໃນຜົນສຳເລັດ ຂອງການຮວ່ມມື ລາວ-ຈີນ ເພາະວ່າ ລາວ ແລະ ຈີນ ແມ່ນເພື່ອນມິດສະຫາຍຮ່ວມອຸດົມການທາງການເມືອງດຽວກັນ, ເປັນປະເທດສັງຄົມນິຍົມ, ເປັນບ້ານໃກ້ເຮືອນຄຽງ ແລະ ເປັນຄູຮ່ວມຊາຕາກໍາທີ່ໝັ້ນຄົງ. ຍ້ອນແນວນັ້ນ, ໂຄງການນີ້ ຈຶ່ງເປັນໂຄງການຮ່ວມມືພາຍໃຕ້ບັນຍາກາດ ທີ່ເປັນມິດສະຫາຍນຳກັນ, ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles