ງານກິລານັກຮຽນອາຊຽນ ຄັ້ງທີ 14 (Asean School Games Brunei Darussalam 2025) ໄດ້ໄຂຂຶ້ນຢ່າງເປັນທາງການແລ້ວ ໃນຕອນແລງວັນທີ 20 ພະຈິກ 2025 ທີ່ເດີ່ນຮົ່ມສະໜາມກິລາແຫ່ງຊາດ ຮັດສະນັນ ໂບນເກຍ ນະຄອນຫຼວງບັນດາເຊຣີ ເບກາວັນ ປະເທດບຣູໄນ ດາລູຊາລາມ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນເປີດງານຂອງທ່ານນາງ ຮາຈາ ໂຣໄມຊາ ບິນຕີ ຮາຈີ ໂມ ຊານເລ (Dr. Hajah Romaizah Binti Haji Mohd Salleh) ລັດຖະມົນຕີກະຊວງສຶກສາທິການ ບຣູໄນ ດາລູຊາລາມ ທັງເປັນປະທານຈັດງານ.
ຜູ້ແທນລາວແມ່ນທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິກນ ແລະ ກິລາ, ປະທານຄະນະບໍລິຫານງານສະຫະພັນກິລານັກຮຽນລາວ ທັງເປັນປະທານສະພາກິລານັກຮຽນອາຊຽນ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ຮອງປະທານ ແລະ ເລຂາທິການສະຫະພັນກິລານັກຮຽນລາວ, ພ້ອມນັ້ນ ຍັງມີຄະນະນຳຂອງບັນດາປະເທດສະມາຊິກສະພາກິລາອາຊຽນ, ຄູຝຶກ, ນັກກິລາ ແລະ ແຂກຮັບເຊີາເຂົ້າຮ່ວມ.
ງານມະຫະກຳກິລານັກຮຽນອາຊຽນຄັ້ງນີ້, ລາວເຮົາສົ່ງນັກກິລາເຂົ້າຮ່ວມ 4 ປະເພດ ຄື: ແລ່ນ-ລານ, ດອກປີກໄກ່, ກະຕໍ້ ແລະ ປັນຈັກສີລັດ. ມີຄະນະນຳ, ຄູຝຶກ ແລະ ນັກກິລາ 42 ຄົນ, ຍິງ 7 ຄົນ.
ໂດຍຕັ້ງຄວາມຫວັງຍາດໃຫ້ໄດ້ 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ.
ສ່ວນຜົນງານການເຂົ້າຮ່ວມງານກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ຈັດຂຶ້ນຢູ່ຫວຽດນາມ ນັກກິລານັກຮຽນລາວຍາດໄດ້ 1 ຫຼຽນເງິນ ແລະ 3 ຫຼຽນທອງ.
ທີ່ມາ: ວສລ

