ອີງຕາມການລາຍງານ ຈາກສຳນັກຂ່າວ Xinhua ໃຫ້ຮູ້ວ່າ: ສສ ຫວຽດນາມ ກຽມນຳໃຊ້ລະບົບຂໍ້ມູນດິຈິຕອນ ແທນເຈ້ຍເອກະສານ ໃນຂົງເຂດວຽກບໍລິຫານຈໍານວນ 786 ລາຍການ, ກວມເອົາ 14 ກະຊວງ ແລະ ອີກໜຶ່ງໜ່ວຍງານລະດັບກະຊວງ. ໂດຍມີຜົນບັງຄັບໃຊ້ ຕັ້ງແຕ່ວັນທີ 1 ມັງກອນ 2026 ເປັນຕົ້ນໄປ.
ພາຍໃຕ້ນະໂຍບາຍໃໝ່, ຂົງເຂດວຽກບໍລິຫານຫຼາຍລາຍການ ຈະຖືກຫຼຸດຜ່ອນການນຳໃຊ້ເອກະສານ ຫຼື ປ່ຽນໄປນໍາໃຊ້ຂໍ້ມູນທີ່ຜ່ານການກວດສອບແລ້ວ ຈາກຖານຂໍ້ມູນລະດັບຊາດ ເຊັ່ນ: ຂໍ້ມູນປະຊາກອນ, ການຂຶ້ນທະບຽນທຸລະກິດ, ຂໍ້ມູນໃບຕາດິນ ແລະ ຂໍ້ມູນດ້ານສາທາລະນະສຸກ.
ມາດຕະການດັ່ງກ່າວ, ຈະຊ່ວຍອຳນວຍຄວາມສະດວກແກ່ປະຊາຊົນ ແລະ ອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ສຳລັບການຍື່ນເອກະສານຊ້ຳໆ ເພາະໜ່ວຍງານລັດ ສາມາດດຶງຂໍ້ມູນ ຈາກຖານຂໍ້ມູນດິຈິຕອນມານຳໃຊ້ໄດ້ໂດຍກົງ ເຮັດໃຫ້ການປະສານງານ ມີຄວາມສະດວກ ແລະ ວ່ອງໄວຍິ່ງຂຶ້ນ.
ທີ່ມາ: Xinhua

