ໃນງານປະກາດ ຜົນການແຂ່ງຂັນ ຜະລິດສື່ສີຂຽວ (Green Media) ປະຈຳປີ 2025 ພາຍໃຕ້ໂຄງການ GAMCIL ທີ່ຈັດຕັ້ງປະຕິບັດໂດຍ ອົງການ Care International ຮ່ວມກັບ ສະມາຄົມນັກຂ່າວ ແຫ່ງປະເທດລາວ ແລະ ໄດ້ຮັບການສະໜັບສະໜູນຈາກ ສະຫະພາຍ ເອີຣົບ, ມີຜົນງານສົ່ງເຂົ້າແຂ່ງຂັນເກືອບ 200 ລາຍການ ທີ່ມາຈາກນັກຂ່າວ, ນັກຂ່າວພົນລະເມືອງ ແລະ ອົງການສື່ມວນຊົນຈາກ 18 ແຂວງ ໃນທົ່ວປະເທດ. ຫົວຂໍ້ການແຂ່ງຂັນ ໃນປີນີ້ ແມ່ນ ການປົກປ້ອງສິ່ງແວດລ້ອມ ແລະ ການປັບໂຕເຂົ້າກັບການປ່ຽນແປງຂອງສະພາບອາກາດ ໂດຍການມີສ່ວນຮ່ວມ ຂອງບົດບາດຍິງຊາຍ.
ຜ່ານການແຂ່ງຂັນ ຜົນປະກົດວ່າ ນາງ ກິນນາລີ ສາຍທະວີ ອາຍຸ20ປີ ນັກສຶກສາຈາດວິທະຍາໄລເທັກນິກປາກປ່າສັກ ໄດ້ຮັບລາງວັນຊະນະເລີດ ອັນດັບ 1 ປະເພດ ວິດີໂອສັ້ນ ຈາກພາກ ນັກຂ່າວພົນລະເມືອງ, ຫົວຂໍ້ “ໄພທຳມະຊາດ ຍັບຍັ້ງໄດ້ພຽງແຄ່ປ່ຽນພຶດຕິກຳ” ໄດ້ຮັບລາງວັນ ແລະ ຮັບໂອກາດ ໄປທັດສະນະສຶກສາ ຢູ່ ສສ ຫວຽດນາມ ໃນເດືອນທັນວານີ້.
ກິນນາລີ ໄດ້ໃຫ້ສໍາພາດວ່ສ ສິ່ງທີ່ເຮັດໃຫ້ ຕົນເອງ ຕັດສິນໃຈເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ແມ່ນເລີ່ມມາຈາກການທີ່ໄດ້ຮັບໂອກາດໃຫ້ເປັນຜູ້ເຂົ້າຮ່ວມຝຶກອົບຮົມພາຍໃຕ້ຫົວຂໍ້ການຜະລິດສື່ສີຂຽວຂອງໂຄງການ Gamcil ທີ່ຮ່ວມມືກັບ ອົງການແຄຣ໌ນານາຊາດ ແຫ່ງ ສປປລາວ ເພາະໂອກາດໃນຄັ້ງນີ້ໄດ້ຈຸດປະກາຍຄວາມເປັນນັກອະນຸລັກໃນຕົວຂ້າພະເຈົ້າຢູ່ແລ້ວບວກກັບການມີພື້ນຖານຄວາມມັກໃນການສ້າງຄອນເທັນຂຽນສະຄິບແລະຕັດຕໍ່ວີດີໂອ ແລະນ່ະທີ່ນີ້ຄືໂອກາດໃນການຮຽນຮູ້ແລະພັດທະນາສັກກະຍະພາບທີ່ມີ.
ກິນນາລີ ກ່າວຕື່ມວ່າ: ຂ້າພະເຈົ້າ ຫວັງວ່າ ວິດີໂອນີ້ ມັນຈະສ້າງຄວາມຕະໜັກຮູ້ ຄວາມເຂົ້າໃຈ ແລະ ທີ່ສຳຄັນຢາກໃຫ້ ທຸກຄົນ ຫັນມາໃສ່ໃຈທຳມະຊາດ ທີ່ເປັນທຸກສິ່ງທຸກຢ່າງ ໃນການດຳລົງຊີວິດຂອງເຮົາ ປ່ຽນພຶດຕິກຳພຽງເລັກນ້ອຍ ກໍສາມາດຊ່ວຍໂລກໄດ້ຫຼາຍກວ່າທີ່ເຮົາຄິດ.ກິນນາລີ ກ່າວວ່າ ຈະຕັ້ງໃຈທີ່ຈະນຳຄວາມຮູ້ແລະທັກສະທີ່ໄດ້ຮັບຈາກໂຄງການນີ້ ໄປໃຊ້ໃນການຜະລິດສື່ທີ່ມີຄຸນນະພາບຢ່າງຕໍ່ເນື່ອງ ເພື່ອສ້າງຄວາມຕະໜັກຮູ້ ຜັກດັນການແກ້ໄຂປັນຫາ ແລະສົ່ງເສີມໃຫ້ເກີດການມີສ່ວນຮ່ວມ ຈາກທຸກພາກສ່ວນໃນສັງຄົມ.
ໃນຕອນທ້າຍ ກິນນາລີ ກ່າວວ່າ: ຢາກບອກທຸກຄົນວ່າ ການອະນຸລັກຮັກສາສິ່ງແວດລ້ອມບໍ່ຄວນເປັນພຽງໜ້າທີ່ ຂອງນັກອານຸລັກພຽງເທົ່ານັ້ນ ແຕ່ມັນຄວນເປັນໜ້າທີ່ຂອງທຸກຄົນໃນສັງຄົມ

