Fiesta Nightຈຸດໄຟເທສະການບຸນທາດຫຼວງ 2025ດ້ວຍຄວາມມ່ວນຊື່ນ!

ວຽງຈັນ, ລາວ — ພາຍໃຕ້ແສງສີທອງຂອງພະທາດຫຼວງ, ບ່ອນທີ່ຄອບຄົວມາເຕົ້າໂຮມກັນເພື່ອສະເຫຼີມສະຫຼອງປະເພນີ, Fiesta ໄດ້ນຳເອົາຄວາມໝັ້ນໃຈຂອງໄວໜຸ່ມມາສູ່ງານບຸນປະເພນີທີ່ໃຫຍ່ທີ່ສຸດໃນລາວ. ໃນງານບຸນທາດຫຼວງ, ເເບຣນ Fiesta ໄດ້ມີໂອກາດພົບປະຜູ້ຄົນທີ່ມາງານຢ້ຽມຢາມຫຼາຍກວ່າແສນຄົນ, ໂດຍພວກເຮົາໄດ້ນຳສະເໜີຜະລິດຕະພັນ Fiesta ທີ່ມີຄຸນນະພາບສູງ ພ້ອມທັງສະເຫຼີມສະຫຼອງໄປກັບບັນຍາກາດງານບຸນໃຫ້ມີຊີວິດຊີວາຍິ່ງຂຶ້ນ ແລະ ເຜີຍເເຜ່ ພ້ອມເເຈກຜະລິດຕະພັນໃຫ້ທຸກຄົນທີ່ມີຄວາມກ້າສະເເດງອອກ.

ຮີດຄອງປະເພນີ ທີ່ມີມາຍາວນານພົບປະກັບຄວາມໝັ້ນໃຈໃນປະຈຸບັນ

ງານບຸນທາດຫຼວງເປັນທີ່ຮູ້ຈັກກັນດີໃນດ້ານມໍລະດົກອັນເລິກເຊິ່ງ, ຄວາມໝາຍທາງປະຫວັດສາດອັນຍາວນານ ແລະ ຄວາມສາມັກຄີທີ່ອົບອຸ່ນຂອງປວງຊົນລາວ. Fiesta ໄດ້ຖືເປັນກຽດເຂົ້າຮ່ວມງານດັ່ງກ່າວໂດຍການເພີ່ມສິ່ງໃໝ່ໆເຂົ້າໃນການສະເຫຼີມສະຫຼອງຄື: ຄວາມມ່ວນຊື່ນຍິ່ງຂຶ້ນ.

ຄວາມໝັ້ນໃຈທີ່ບໍ່ໜ້າອາຍ ພ້ອມການສົນທະນາຢ່າງເປີດເຜີຍກ່ຽວກັບຄວາມສຸກ ແລະ ການປ້ອງກັນ.

ພວກເຮົາໄດ້ສ້າງເກມທີ່ເຮັດໃຫ້ຄົນເວົ້າຫາກ່ຽວກັບຖົງຢາງອະນາໄມ, ເພດສຳພັນທີ່ປອດໄພ, ແລະ ຄວາມສຸກ. ດ້ວຍການສົນທະນາທີ່ເປີດເຜີຍຢ່າງເປັນເປັນທຳມະຊາດ, ຄອຍຢ້ຳເຕືອນທຸກຄົນວ່າການປ້ອງກັນຕົວເອງບໍ່ເເມ່ນເລື່ອງທີ່ໜ້າອາຍໃນປະຈຸບັນ – ຍັງຊ່ວຍໃຫ້ສາມາດມ່ວນໄດ້, ໝົດກັງວົນ ແລະ ເຕັມໄປດ້ວຍຄວາມຮູ້ສຶກທີ່ດີ.

ຜູ້ຄົນທີ່ມາຮ່ວມງານບຸນໄດ້ຫຼັ່ງໄຫຼກັນມາຖ່າຍຮູບໃນບູດ Fiesta ຢ່າງຄຶກຄື້ນໜາແຫນ້ນ, ເຊິ່ງກາຍເປັນຈຸດທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຢ່າງໄວວາບໍ່ວ່າຈໍະເປັນ ຖ່າຍຮູບເຊວຟີ, ຮູບຄູ່ ແລະ ຮູບຖ່າຍກຸ່ມທີ່ເຮຮາ. ແສງໄຟທີ່ສົດໃສ, ບວກກັບພະລັງຂອງງານບຸນ ໄດ້ສ້າງຮູບພາບທີ່ຮູ້ສຶກວ່າມີຄວາມເຜັດຮ້ອນ ແລະ ເປັນການສະເຫຼີມສະຫຼອງຢ່າງພ້ອມອົກພ້ອມໃຈກັນ.

ເກມທີ່ເຮັດໃຫ້ງານບຸນດັງກ້ອງໄປທົ່ວ

Fiesta ຍັງຄົງຮັກສາຈັງຫວະການດຳເນີນງານດ້ວຍເກມທີ່ອອກແບບມາເພື່ອດຶງດູດຝູງຊົນ ແລະ ສ້າງສຽງຫົວ.

ເຊິ່ງເກມນີ້ກໍ່ນີ້ຄື “Catch it if you can”, ປະເພດເກມທີ່ແຂ່ງກັນຈັບສິ່ງທີ່ຕົກລົງມາໃຫ້ໄດ້ຫຼາຍ ເເລະ ໄວທີ່ສຸດກ່ອນໝົດເວລາ. ເກມນີ້ເເມ່ນມັນໄວ, ຕື່ນເຕັ້ນ, ແລະ ຕ້ອງມີຄວາມກ້າຫານອີກດ້ວຍ —

ພາບແບບເກມທີ່ຄົນມາຫຼິ້ນຫຼາຍ ເເລະ ຫຼິ້ນຊ້ຳ.

ນອກຈາກນັ້ນ ຍັງໄດ້ດຶງດູດສຽງເຊຍຈາກຄົນທີ່ກາຍໄປມາຢ່າງສະໜັ່ນຫວັ່ນໄຫວ ເເລະ ໄດ້ເພີ່ມຄວາມຄວາມຄືກຄື້ນ ໃນພື້ນທີ່ເທດສະການໃຫ້ມັນດັງຂື້ນ, ມ່ວນຊື່ນຂຶ້ນ, ແລະ ເພີ່ມຄວາມໜັ້ນໃຈຫຼາຍຂື້ນ.

ຄວາມມ່ວນຊື່ນ, ອິດສະລະ, ແລະການເລືອກທີ່ປອດໄພ

ຕະຫຼອດຄືນ, Fiesta ໄດ້ແບ່ງປັນຖົງຢາງອະນາໄມຫຼາຍກວ່າພັນອັນ, ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມງານບຸນມີໂອກາດໄດ້ສຳຜັດກັບຍີ່ຫໍ້ນີ້ໂດຍກົງ. ບັນຍາກາດອ້ອມຮອບບູດແມ່ນອົບອຸ່ນ ແລະ ເປັນກັນເອງ – ບໍ່ມີຄວາມເຂີນອາຍ, ບໍ່ມີການເເບ່ງເເຍກ, ຫຼາຍຄົນໃຫ້ຄວາມສົນໃຈ ແລະ ການເຂົ້າຮ່ວມ.

ແຂກທິ່ມາໄດ້ຖາມຄຳຖາມ, ຮຽນຮູ້ກ່ຽວກັບການນຳໃຊ້ທີ່ຖືກຕ້ອງ, ແລະ ສຳຫຼວດປະເພດຜະລິດຕະພັນທີ່ແຕກຕ່າງກັນ. ການສົນທະນາເລັກໆນ້ອຍໆ ແລະ ຄວາມຈິງໃຈເຫຼົ່ານີ້ໄດ້ຊ່ວຍທຳລາຍຂໍ້ຫ້າມ ແລະ ສົ່ງເສີມທາງເລືອກທີ່ປອດໄພ ແລະ ໝັ້ນໃຈຫຼາຍຂຶ້ນສຳລັບໄວໜຸ່ມລາວ.

ທຸກຕົວຢ່າງຂອງຜະລິດຕະພັນທີ່ເເຈກເເມ່ນມີຂໍ້ຄວາມຝາກໄວ້:

ເມື່ອເຈົ້າປ້ອງກັນຄວາມມ່ວນຊື່ນກໍ່ຈະເພີ່ມຂຶ້ນ.

ຄວາມໜັ້ນໃຈເຮັດໃຫ້ໜ້າດຶງດູດ

Fiesta ພ້ອມແລ້ວທີ່ຈະຊ່ວຍເຈົ້າໃຫ້ມ່ວນຊື່ນທັງສອງຢ່າງ.

Fiesta: ນຳງານສະຫຼອງ ໄປສູ່ການປ້ອງກັນ

Fiesta ຄືແບຣນຖົງຢາງອານາໄມລະດັບພຣີມ້ຽມທີ່ອອກແບບມາເພື່ອສ້າງຊ່ວງເວລາອັນແສນອົບອຸ່ນ ແລະ ນ່າຕື່ນເຕັ້ນຍິ່ງຂື້ນໂດຍນຶກເຖິງຄວາມປອດໄພເປັນສິ່ງສຳຄັນ ແບຣນນີ້ໄດ້ຮັບແຮງບັນດານໃຈຈາກພາສາລາຕິນທີ່ແປວ່າ ” ປາຕີ້ ” ສະທ້ອນເຖີງຄວາມສະໜຸກສະໜານ, ອິດສະລະ ແລະ ຄວາມໜັ້ນໃຈລະຫວ່າງຄູ່ຮັກ.

ຖົງຢາງອານາໄມ Fiesta ຜະລິດຈາກຢາງທຳມະຊາດ 100%, ມີສານລໍ່ລື່ນ 100%,  ຜ່ານການທົດສອບທາງອີເລັກໂທນິກ 100%, ໄດ້ຮັບການຮັບຮອງມາດຕະຖານ ISO 4074 ແລະ ມີຈຳໜ່າຍໃນຮູບແບບແພັດ 3 ອັນ ຫຼື ກ່ອງລະ 12 ອັນໃ ປັດຈຸບັນ Fiesta ຈຳໜ່າຍໃນກວ່າ 15 ປະເທດສ້າງຄວາມໂດດເດັ່ນ ແລະ ສະໜຸກສະໜານໃນໂລກສຸຂະພາບທາງເພດ

ສາຍຜະລິດຕະພັນ Fiesta

• Fiesta Form Fit – Ultra Thin
ກະຊັບພໍດີ ໃຫ້ຄວາມຮູ້ສຶກເປັນທຳມະຊາດ ແລະ ເຮັດໃຫ້ຄູ່ຮັກໃກ້ຊິດກັນຫຼາຍຂື້ນດ້ວຍກັບຄວາມຮູ້ສຶກທີ່ບໍ່ເຄີຍມີມາກ່ອນ.

• Fiesta Long Shock – Ultra Thin
ປະກອບໄປດ້ວຍສານເບນໂຊເຄນ ສຳລັບຄູ່ຮັກທີ່ຕ້ອງການຊ່ວງ ໃກ້ຊິດທີ່ຍາວນານຂຶ້ນ ແລະ ພົບຄວາມພໍໃຈຫຼາຍຂຶ້ນ.

• Fiesta Ribbed & Dotted – 3-in-1
ມີປຸ່ມນູນ, ລາຍເສັ້ນ ແລະ ຮູບຊົງໂອບຮັດ ເພື່ອການກະຕຸ້ນສາມເທົ່າ ແລະ ຄວາມຕື່ນເຕັ້ນບໍ່ຮູ້ລືມສຳລັບຄູ່ຮັກທັງສອງຝ່າຍ

ຜະລິດຕະພັນແຕ່ລະອັນໄດ້ຮັບການອອກແບບມາເພື່ອປະສົມປະສານຄວາມເພີດເພີນ ຄວາມນ່າເຊື່ອຖື ແລະ ຄວາມສະບາຍໃຈ ເພາະການປ້ອງກັນບໍ່ຄວນເຮັດໃຫ້ຄວາມມ່ວນຫຼຸດໜ້ອຍລົງ.

ເປັນຫຍັງ   DKT Mekong ຈືງນຳ Fiesta ມາສູ່ປະເທດລາວ

Fiesta ແມ່ນສ່ວນໜຶ່ງຂອງພາລະກິດຂອງ DKT Mekong ໃນການສົ່ງເສີມສຸຂະພາບທາງເພດ ແລະ ການຄວບຄຸມການເກີດຂອງເດັກໃນພາກພື້ນ ເປັນອົງການເພື່ອທາງສັງຄົມ, DKT ໄດ້ນຳລາຍໄດ້ໄປລົງທືນໃນການສື່ສານຊຸມຊົນ, ການໃຫ້ຄວາມຮູ້ການສຶກສາ, ແລະ ການປັບປ່ຽນພຶດຕິກຳ ເຊິ່ງລວມເຖິງໂຄງການທີ່ອອກແບບສຳລັບເຍົາວະຊົນທີ່ມັກປະສົບບັນຫາຂາດຄວາມຮູ້ໃຫ້ຫົວຂໍ້ SRH.

ໃນປະເທດລາວ ຄົນໜຸ່ມສາວເລີ່ມມີເພດສຳພັນກັນຫຼາຍຂື້ນ ແຕ່ການເຂົ້າເຖິງຄວາມຮູ້ທີ່ຖືກຕ້ອງກ່ຽວກັບ SRH ຍັງຄົງມີຈຳກັດ Fiesta ຈຶ່ມາພ້ອມແນວທາງທີ່ເເປກໃຫມ່ ແລະ ທັນສະໄຫມ

ເຂົ້າຫາໄວໜຸ່ມໃນຈຸດທີ່ພວກເຂົາຢູ່.
ສື່ສານໃນພາສາຂອງພວກເຂົາ.

ເຮັດໃຫ້ການສຶກສາເປັນເລື່ອງມ່ວນ,ເປິດກວ້າງ ແລະ ບໍ່ມີອັກຄະຕິໃດໆ.

Fiesta Night ໄດ້ກາຍເປັນເອກະລັກອັນມີສີສັນຂອງພະລັງງານຄວາມເຍົາໄວ ແລະ ການສະແດງອອກເຖິງຄວາມເປັນຕົນເອງທີ່ກ້າຫານໃນລາວ. ດ້ວຍພາລະກິດທີ່ມອບຄວາມມ່ວນຊື່ນ, ຄວາມໜັ້ນໃຈ, ແລະ ບັນຍາກາດງານປາຕີ້ໃຫ້ກັບຄົນຮຸ່ນໃຫມ່, Fiesta Night ໄດ້ສ້າງຈຸດເດັ່ນໃນເທສະການທີ່ສຳຄັນຫລາຍໆເຊັ່ນ ເທສະການດົນຕຣີ Water festival ແລະ Laos HipHop Festival — ໂດຍມີການແຈກຕົວຢ່າງ Fiesta ກວ່າພັນອັນ, ເຊື່ອມໂຍງແບຣນເຂົ້າກັບຊຸມຊົນໄວໜຸ່ມລາວທ, ຄົນຮັກການເຕັ້ນ (hip-hop), ແລະ ສາຍທ່ຽວກາງຄືນຕາມຄຣັບໃນນະຄອນວຽງຈັນ.

ດ້ວຍຄວາມດຶງດູດໃຈ ຄວາມມ່ວນຊື່ນ, ຄວາມຕື່ນເຕັ້ນ ແລະ ຄວາມສົດໃຫມ່, ຄ່ຳຄືນ Fiesta Night ທຸກຄັ້ງຈິ່ງເຕັມໄປດ້ວຍສຽງຫົວ, ຄວາມຕື່ນເຕັ້ນ, ແລະ ອັນຊ່ວງເວລາອັນໜ້າຈົດຈຳ. ກະແສຕອບຮັບທີ່ດີຈາກ Fiesta ພິສູດໃຫ້ເຫັນຢ່າງໜຶ່ງວ່າ: ການທີ່ເວົ້າກ່ຽວກັບເພດສຳພັນຢ່າງປອດໄພນັ້ນສາມາດເປັນທັງເລື່ອງທີ່ນ່າຕື່ນເຕັ້ນ ແລະ ເສີມສ້າງພະລັງໃຈໄດ້.

ຜ່ານງານສັງສັນ ແລະ ເທສະການທີ່ຕື່ນເຕັ້ນເຫຼົ່ານີ້, Fiesta ຍັງຄົງເຜີຍແຜ່ຂໍ້ຄວາມທີ່ມີຄວາມໝາຍ ວ່າການມີເພດສຳພັນບໍ່ຄວນເປັນແຕ່ເລື່ອງປອດໄພ ແລະ ມີຄວາມຮັບຜິດຊອບເທົ່ານັ້ນ, ແຕ່ຍັງເພີ່ມຄວາມມ່ວນຊື່ນ ເພາະບໍ່ມີຄວາມກັງວົນໃດໆ. ນີ້ແມ່ນຫົວໃຈສຳຄັນຂອງຄວາມມຸ່ງໜັ້ນ Fiesta ທີ່ມີຕໍ່ເຍົາວະຊົນລາວ: ນັ້ນຄືການສົ່ງເສີມຄວາມໜັ້ນໃຈໃນຄວາມສຸກທາງເພດ, ຄວາມມ່ວນຊື່ນ, ແລະການປົກປ້ອງໃນທາງເພດສຳພັນໃນຮູບແບບທີ່ທັນສະໄຫມ, ເປີດກວ້າງ, ແລະ ສອດຄ່ອງກັບວີຖີຊີວິດປະຈຳວັນຂອງພວກເຂົາ.

ໃນການເຂົ້າຮ່ວມງານເທດສະການບຸນທາດຫຼວງປີ 2025, Fieata ຖືວ່າເປັນການເຂົ້າໃກ້ຫົວໃຈຂອງຊາວລາວໂດຍສະເພາະຄົນລຸ້ນໃຫມ່ຫຼາຍຂື້ນ. ດ້ວຍການປະສົມປະສານການສະເຫຼີມສະຫຼອງແບບດັ້ງເດີມກັບຄວາມໜັ້ນໃຈທີ່ກ້າຫານແລະ ທັນສະໄຫມ.

ຊື້ Fiesta ໄດ້ຢູ່ໃສໃນປະເທດລາວ

ຖົງຢາງອະນາໄມ Fiesta Premium condoms ໄດ້ມີການວາງຈໍາໜ່າຍຢ່າງເປັນທາງການແລ້ວໃນຮ້ານຢາ ແລະ ຮ້ານຄ້າທົ່ວໄປທັງພາຍໃນນະຄອນຫຼວງ ແລະ ຕ່າງແຂວງຜ່ານ Viengthong Pharma ຜູ້ຈັດຈຳໜ່າຍແຕ່ພຽງຜູ້ດຽວ.

ຖ້າຮ້ານຄ້າໃກ້ຄຽງບໍ່ມີສີນຄ້າ Fiesta ກໍສາມາດແຈ້ງຂໍ ແລະ ເຊີນໃຫ້ຕິດຕໍ່ Viengthong Pharma ເພື່ອຈັດຂໍຮັບສິນຄ້າໃຫ້.

ມີຈຳໜ່າຍທີ່:
ຮ້ານຂາຍຢາ:

– Amphone Naen Shop, ທາດຫຼວງ

ຮ້ານຂາຍຢາຈະເລີນຊັບ, ສາຂາ 2

ຮ້ານຂາຍຢາຈະເລີນໄຊ, ເມືອງໄຊເສດຖາ

ຮ້ານຂາຍຢາຈິນຕະນາ

ຮ້ານຂາຍຢາພິດສະໄໝ, ມິດຕະພາບ

ຮ້ານຂາຍຢາພູວັນ, ໂນນຄໍ້

ຮ້ານຂາຍຢາເເສງທອງ, ຕະຫຼາດເຊົ້າ

ຮ້ານຂາຍຢາວຽງ

ຮ້ານສະດວກຊື້:

– Faiy Mart

– VG Mart

– Win Mart

ຄຣີນິກ:

ຄຣີນິກ ດຣ ມອນທອງ

Mini Mart:

– Mini BigC

ຮ້ານຂາຍສົ່ງ:

ຮ້າຍຂາຍຢາໃສສະອາດ

ຮ້ານຂາຍຢາມະນີວອນ, ຕະຫຼາດເຊົ້າຕຶກເກົ່າ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles