ແມ່ຍິງທີ່ຖືກກ່າວຫາວ່າ ບໍ່ໄດ້ເຮັດຫຍັງຢູ່ເຮືອນ ຂະນະທີ່ຄວາມພະຍາຍາມຂອງລາວ ມີຄວາມໝາຍທັງໝົດ

ວຽກງານດູແລຄອບຄົວຂອງແມ່ຍິງທີ່ບໍ່ໄດ້ຮັບຄ່າຈ້າງແມ່ຍິງຫຼາຍຄົນຄົງຈະຄຸ້ນເຄີຍໄດ້ຍິນກັບຄຳເວົ້າທີ່ວ່າພວກເຂົາບໍ່ໄດ້ເຮັດຫຍັງຢູ່ເຮືອນ. ຄຳກ່າວອ້າງນີ້ບໍ່ໄດ້ສົນໃຈກັບຄວາມເປັນຈິງຂອງການເຮັດວຽກທີ່ບໍ່ຢຸດນິ່ງ. ຫຼາຍຄົນເຫັນແຕ່ອາຫານ, ເຄື່ອງນຸ່ງທີ່ສະອາດ, ຄວາມເປັນລະບຽບຮຽບຮ້ອຍທີ່ເບິ່ງຄືງຽບສະຫງົບໃນເບື້ອງຫຼັງ. ແຕ່ເຮົາບໍ່ຄ່ອຍໄດ້ເຫັນພາລະທາງດ້ານຮ່າງກາຍ ແລະ ຈິດໃຈທີ່ຢູ່ເບື້ອງຫຼັງຂອງວຽກເຫຼົ່ານັ້ນ.

1. ຜົນການຄົ້ນຄວ້າ: ຈາກມະຫາວິທະຍາໄລໃນປະເທດຊູແອດ, ສະຫະລັດອາເມລິກາ ແລະ ອິນເດຍ ສະແດງໃຫ້ເຫັນວ່າ ວຽກງານດູແລທີ່ບໍ່ໄດ້ຮັບຄ່າຈ້າງ ໃຊ້ເວລາຫຼາຍກວ່າວຽກເຕັມເວລາສ່ວນໃຫຍ່. ມັນຄໍ້າຈູນຄອບຄົວ ແລະ ເຮັດໃຫ້ວຽກເຮືອນຊານດຳເນີນໄປໄດ້ໃນແຕ່ລະວັນ.

2. ຄວາມສຳຄັນ: ເຮົາອີງໃສ່ວຽກງານນີ້ເພື່ອຄວາມໝັ້ນຄົງ ເດັກນ້ອຍອີງໃສ່ມັນເພື່ອຄວາມປອດໄພ ແລະ ການເຕີບໃຫຍ່. ເຮືອນຊານຍັງຄົງເຮັດວຽກໄດ້ຢ່າງມີປະສິດທິພາບ ກໍຍ້ອນວ່າມີຄົນເສຍສະຫຼະເວລາ, ຄວາມເອົາໃຈໃສ່ ແລະ ພະລັງງານໂດຍບໍ່ໄດ້ຮັບການຍອມຮັບ.

3. ຜົນກະທົບທາງບວກ: ວຽກງານດັ່ງກ່າວເປັນຕົວສ້າງຄວາມເປັນລະບຽບຮຽບຮ້ອຍໃນຊີວິດປະຈຳວັນ. ມັນຊ່ວຍຫຼຸດຜ່ອນຄວາມຕຶງຄຽດໃຫ້ກັບທຸກຄົນ. ມັນເປັນສິ່ງທີ່ຍຶດໜຽວຄອບຄົວໄວ້ນຳກັນ. ການເອີ້ນວຽກນີ້ວ່າ “ບໍ່ໄດ້ເຮັດຫຍັງ” ແມ່ນການຫຼຸດຄຸນຄ່າຂອງຄວາມພະຍາຍາມທີ່ຄໍ້າຈູນຊີວິດທັງໝົດ.

4. ການຮັບຮູ້: ປັດຈຸບັນ ຫຼາຍສັງຄົມໄດ້ເລີ່ມສຶກສາວຽກງານດູແລທີ່ບໍ່ໄດ້ຮັບຄ່າຈ້າງໃນບົດລາຍງານທາງດ້ານເສດຖະກິດ. ພວກເຂົາບັນທຶກຜົນກະທົບຂອງມັນຕໍ່ຜະລິດຕະພາບ ແລະ ຄວາມຢູ່ດີກິນດີ. ຜົນການຄົ້ນພົບເຫຼົ່ານີ້ສະແດງໃຫ້ເຫັນວ່າວຽກງານນີ້ແມ່ນ ມີຄວາມຈຳເປັນ ແລະ ສາມາດວັດແທກໄດ້. ຄວາມເຄົາລົບຈະເພີ່ມຂຶ້ນ ເມື່ອຜູ້ຄົນເຂົ້າໃຈຂອບເຂດຂອງວຽກງານທີ່ປິດບັງນີ້ ແລະ ຄວາມເຂັ້ມແຂງທີ່ຕ້ອງໃຊ້.

ສະຫຼຸບແບບລວມແລ້ວ: ຄວນໃຫ້ກຽດແກ່ຜູ້ທີ່ເຮັດວຽກງານທີ່ບໍ່ມີໃຜເຫັນ ຄວນຫຼີກເວັ້ນກ່າວຫາວ່າແມ່ຍິງບໍ່ໄດ້ເຮັດຫຍັງຢູ່ເຮືອນ ໃນຂະນະທີ່ຄວາມພະຍາຍາມທຸກຢ່າງຂອງລາວມີຄວາມໝາຍທັງໝົດ.

ທີ່ມາ: Learn Everyday

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles