ໃນວັນທີ 29 ຕຸລານີ້ ໂຮງໝໍມິດຕະພາບ ໄດ້ຈັດງານສະເຫຼີມສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ (World Stroke Day) ຄັ້ງທີ 9 ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນທີ່ວ່າ: “ປ້ອງກັນດີກວ່າປິ່ນປົວ: ພະຍາດເສັ້ນເລືອດສະໝອງ (Stroke) ປ້ອງກັນໄດ້ຖ້າທ່ານຮູ້ທັນ ແລະ ເຂົ້າໃຈ”. ງານດັ່ງກ່າວມີຂັ້ນເພື່ອເປັນການກະຕຸ້ນເຕືອນໃຫ້ສັງຄົມຮັບຮູ້ເຖິງໄພອັນຕະລາຍ ແລະ ຄວາມສໍາຄັນຂອງການປ້ອງກັນພະຍາດເສັ້ນເລືອດສະໝອງ.
ທ່ານ ດຣ. ສອນໄຊ ຣາດສະວົງ, ຜູ້ອໍານວຍການໂຮງໝໍມິດຕະພາບ, ໄດ້ກ່າວເປີດງານ ແລະ ເນັ້ນໜັກວ່າ: “ພະຍາດເສັ້ນເລືອດສະໝອງ ຖືເປັນບັນຫາສາທາລະນະສຸກທີ່ຮ້າຍແຮງ ແລະ ເປັນສາເຫດອັນດັບຕົ້ນຂອງການເສຍຊີວິດໃນປະເທດລາວ.” ທ່ານໄດ້ຍົກຕົວເລກທີ່ໜ້າເປັນຫ່ວງວ່າ: ຈໍານວນຜູ້ປ່ວຍ Stroke ທີ່ເຂົ້າຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ຈາກ 385 ຄົນໃນປີ 2015-2016 ເພີ່ມຂຶ້ນເປັນ 1,141 ຄົນ ໃນປີ 2023-2024.
ທ່ານຜູ້ອໍານວຍການ ໄດ້ຮຽກຮ້ອງໃຫ້ພະນັກງານ ແລະ ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້, ສະຕິຕື່ນຕົວ, ແລະ ຄວາມເປັນເຈົ້າການ ໃນການຮັກສາສຸຂະພາບ ເພາະ ພວກເຮົາທຸກຄົນມີສ່ວນຊ່ວຍຫຼຸດຜ່ອນພາລະຂອງພະຍາດນີ້ໄດ້.
ອາການເຕືອນໄພຂອງ Stroke ທີ່ສາມາດຈື່ຈໍາໄດ້ງ່າຍ ດ້ວຍຄໍາວ່າ “FAST”
F (Face): ໃບໜ້າບ້ຽວ ຫຼື ມູມປາກຕົກ.
A (Arm): ແຂນຂາອ່ອນແຮງ ຫຼື ຍົກແຂນບໍ່ຂຶ້ນ
S (Speech): ເວົ້າຜິດປົກກະຕິ ຫຼື ເວົ້າລໍາບາກ.
T (Time): ເວລາ. ຖ້າພົບເຫັນອາການເຫຼົ່ານີ້, ຕ້ອງຮີບຟ້າວນໍາສົ່ງໂຮງໝໍໂດຍດ່ວນທີ່ສຸດ ເພາະ ທຸກວິນາທີມີຄ່າ ຕໍ່ການປິ່ນປົວ.
Stroke ສາມາດເກີດຈາກ ເສັ້ນເລືອດສະໝອງແຕກ ຫຼື ເສັ້ນເລືອດສະໝອງອຸດຕັນ. ປັດໄຈສ່ຽງຫຼັກແມ່ນມາຈາກພະຍາດປະຈໍາຕົວທີ່ບໍ່ໄດ້ຄວບຄຸມ ເຊັ່ນ: ຄວາມດັນເລືອດສູງ, ພະຍາດເບົາຫວານ, ແລະ ໄຂມັນໃນເລືອດສູງ, ການປ້ອງກັນທີ່ດີທີ່ສຸດແມ່ນ: ຄວບຄຸມພະຍາດປະຈໍາຕົວ, ກິນອາຫານທີ່ມີປະໂຫຍດ, ອອກກໍາລັງກາຍເປັນປະຈໍາ, ຫຼີກເວັ້ນການສູບຢາ, ມາກວດພະຍາດ ແລະ ຕໍ່ຢາຕາມແພດນັດຖ້າມີພະຍາດປະຈໍາຕົວ.
ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ

