ໃນທ້າຍອາທິດທີ່ຜ່ານມາ, ຢູ່ທີ່ບໍລິສັດ ແຊັງເອັດສເອັມ ນະຄອນຫຼວງວຽງຈັນ ໄດ້ຈັດຝຶກອົບຮົມການຂັບຂີ່ປອດໄພ ແລະ ມາລະຍາດຂອງນັກຂັບຂີ່ ໃຫ້ພະນັກງານ ບໍລິສັດ ແຊັງເອັດສເອັມ ເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ, ທ່ານ ລໍ້າຄ່າ ໄຊຍະສານ ຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ແລະ ເຂົ້າຮ່ວມຮັບຟັງມີ ທ່ານ ວູ້ ຮວາຍ ນາມ ຮັກສາການອໍານວຍການຝ່າຍຄຸ້ມຄອງແທັກຊີ ບໍລິສັດ ແຊັງເອັດສເອັມ (Xanh SM Laos), ມີບັນດາຫົວ ໜ້າ, ຮອງຫົວໜ້າພະແນກ ບັນດາຝ່າຍຕ່າງໆ ພ້ອມດ້ວຍບັນດາພະນັກງານຫ້ອງການ, ໂຊເຟີແທັກຊີ ຂອງບໍລິສັດ ແຊັງເອັດສເອັມ ເຂົ້າຮ່ວມຮັບຟັງ.
ພັທ ສັງຄົມ ພົມມະລາດ ໄດ້ຍົກໃຫ້ເຫັນສະພາບການເກີດອຸບັດຕິເຫດໃນປັດຈຸບັນ, ການຄຸ້ມຄອງຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ໃນການສັນຈອນຕາມທາງຫຼວງ, ຊ່ວຍໃຫ້ຜູ້ຂັບຂີ່ຍານພາຫະນະເດີນທາງຖືກຕ້ອງ ແລະ ເປັນບ່ອນອີງໃນການກວດກາຂອງເຈົ້າໜ້າທີ່, ເປັນບ່ອນອີງໃນການຕັດສິນຄະດີຕາມສະພາບຕົວຈິງ ຂອງອຸບັດຕິເຫດທີ່ເກີດຂຶ້ນ ພ້ອມທັງເຜີຍແຜ່ເອກະສານກ່ຽວກັບກົດລະບຽບຈະລາຈອນ, ເອກະສານຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ແລະ ການບັງຄັບໃຊ້ກົດໝາຍ, ການປັບໃໝ ແລະ ມາດຕະການຕ່າງໆ ຕໍ່ຜູ້ລະເມີດລະບຽບກົດໝາຍຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ, ເອກະສານປ້າຍສັນຍານເຕືອນການສັນຈອນ ແລະ ສາລະບານເດີນລົດ ທັງເປັນການປູກຈິດສຳນຶກໃຫ້ຜູ້ຂັບຂີ່ໄດ້ຮູ້ຈັກພື້ນຖານກົດລະບຽບຈະລາຈອນ, ເຂົ້າໃຈບັນດາເນື້ອໃນເອກະສານ, ຮູ້ໄດ້ທິດທາງ, ເຕັກນິກ, ວິທີການຂັບຂີ່ທີ່ຖືກຕ້ອງໃຫ້ແກ່ຜູ້ຂັບຂີ່, ການຂັບຂີ່ຍານພາຫະນະຈຶ່ງຈະປອດໄພ.
ການຝຶກອົບຮົມໃນຄັ້ງນີ້ ກໍເພື່ອເປັນການຈັດຕັ້ງປະຕິບັດຕາມແຜນການຝຶກອົບຮົມຂັບຂີ່ປອດໄພຕາມທາງຫຼວງ ເພື່ອຍົກລະດັບການຂັບຂີ່ ແລະ ມາລະຍາດຂອງຜູ້ຂັບລົດ ຂອງພະແນກໂຍທາທິການ ແລະ ຂົນສົ່ງ ວາງອອກ ແນໃສ່ພັດທະນາຄວາມຮູ້ ແລະ ທັກສະຂອງໂຊເຟີ ໃນການຂັບຂີ່ຢ່າງປອດໄພ, ປະຕິບັດຕາມກົດຈະລາຈອນ ແລະ ມາດຕະຖານຂອງບໍລິສັດ.
ພ້ອມທັງເປັນການສ້າງຈິດສຳນຶກດ້ານຄວາມປອດໄພ ໃນການເຮັດວຽກ, ຫຼຸດຜ່ອນການເກີດອຸບັດຕິເຫດຈາກການຂັບຂີ່ ແລະ ຄວາມເສຍຫາຍທີ່ອາດເກີດຂຶ້ນ ແລະ ຍັງເປັນການສົ່ງເສີມພຶດຕິກຳການຂັບຂີ່ທີ່ດີ ແລະ ມີຄວາມຮັບຜິດຊອບ, ສ້າງພາບລັກທີ່ດີໃຫ້ແກ່ພະນັກງານຫ້ອງການ ແລະ ໂຊເຟີແທັກຊີ ບໍລິສັດ ແຊັງເອັດສເອັມ (Xanh SM Laos) ຕື່ມອີກ.
ທີ່ມາ: ສື່ມວນຊົນ ປກສ

