ມາສຶກສາ ບ່ອນຈອດລົດ ໃນງານນະມັດສະການ ບຸນທາດຫຼວງ 2025 ນໍາກັນ

1. ສະເພາະ ບ່ອນຈອດລົດ ພິເສດ (VIP) ອະນຸຍາດໃຫ້ຈອດຢູ່ເບື້ອງທິດຕາເວັນອອກ ເຂດເຮືອນຊົງລາວ.

2. ບ່ອນຈອດລົດ P1, P2 ອະນຸຍາດໃຫ້ຈອດຢູ່ສະໜາມຫຼວງ (ເຂດພື້ນທີ່ອານຸສາວະລີດາວແດງເກົ່າ).

3. ລົດທີ່ມາສົ່ງເຄື່ອງຂາຍ ເລີ່ມແຕ່ເວລາ 5:00 ໂມງ ຫາ 09:00 ໂມງ (ຕອນເຊົ້າ), ພາຍຫຼັງເອົາເຄື່ອງລົງໝົດແລ້ວ ໃຫ້ນໍາລົດໄປຈອດໄວ້ບ່ອນທີ່ຄະນະກຳມະການກຳນົດ (ຖ້າຈອດລົດກາຍກຳນົດເວລາ ທາງຄະນະກຳມະການຈະໄດ້ໃຊ້ລົດແກ່ລາກອອກໄປກັກໄວ້ ຈົນກວ່າການຈັດງານບຸນພະທາດຫຼວງໄດ້ສຳເລັດ ຈິ່ງຈະຄົ້ນຄວ້າແກ້ໄຂຕາມລະບຽບການ).

4. ສຳລັບລົດຂົນສົ່ງມວນຊົນ, ຕຸກໆ, ຈຳໂບ້, ລົດຂົນສົ່ງໂດຍສານ ອະນຸຍາດໃຫ້ຈອດຊົ່ວຄາວເພື່ອສົ່ງຄົນໂດຍສານ ລົງຕາມຈຸດທີ່ໄດ້ກຳນົດ​ ເຊັ່ນ: ຈຸດຕະຫຼາດທາດຫຼວງ, ເສັ້ນທາງສີສັງວອນ – ໂພນໄຊ, ເສັ້ນທາງປະຕູໄຊ – ໂພນສະອາດ, ເສັ້ນທາງຊ້າງເຜືອກເຂດບ້ານຮ່ອງໄກ່ແກ້ວ ແລະ ຮ່ອມໂຮງຮຽນມັດທະຍົມສົມບູນໜອງສ້າງ.

5. ສະເພາະພາຫະນະ ທີ່ມີຈຸດປະສົງໄປທ່ຽວງານບຸນ, ງານວາງສະແດງສິນຄ້າ ໃຫ້ຈອດຕາມສະຖານທີ່ຂອງຄະນະກຳມະການຈັດງານບຸນໄດ້ກຳນົດໄວ້ ຫຼື ປະຕິບັດຕາມການແນະນໍາຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນຢູ່ຕາມຈຸດຕ່າງໆ.

6. ພາຫະນະທີ່ມາແຕ່ເສັ້ນທາງ 13 ເໜືອ ອະນຸຍາດໃຫ້ຈອດຢູ່ສະຖານທີ່ຈອດລົດປະຕູໄຊ ແລະ ຈອດຢູ່ສະຖານທີ່ບໍລິການຈອດລົດ, ຈອດຕາມທາງຊອຍ, ທາງຮ່ອມເຂດບ້ານສີບຸນເຮືອງ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການ ກິດຂວາງການສັນຈອນຂອງຍານພາຫະນະອື່ນໆ.

7. ພາຫະນະທີ່ມາແຕ່ເສັ້ນທາງ 13 ໃຕ້ ແລະ ເສັ້ນທາງເລກ 10 ອະນຸຍາດໃຫ້ຈອດລຽບຕາມເສັ້ນທາງຊອຍ, ທາງຮ່ອມເຂດບ້ານໂພນພະເນົາ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພາຫະນະອື່ນ.

8. ລົດໂດຍສານ, ລົດ 6 ລໍ້ຂຶ້ນໄປ ທີ່ມາແຕ່ເສັ້ນທາງທ່າເດື່ອ ອະນຸຍາດໃຫ້ຈອດຕາມທາງຊອຍເຂດບ້ານສະພັງໝໍ້ ແລະ ເສັ້ນທາງໂພນສີນວນ​ ເຫັນວ່າມີຄວາມປອດໄພ ແລະ ບໍ່ກີດຂວາງການສັນຈອນຂອງຍານພາຫະນະອື່ນ.

9. ພາຫະນະມາແຕ່ບ້ານຊຳເຄ, ນາຄວາຍ, ດົງຄໍາຊ້າງ, ຊຽງດາ ໃຫ້ຈອດຢູ່ເຂດຕະຫຼາດຫົວຂົວ ທີ່ເຫັນວ່າປອດໄພ.

ອີງຕາມແຈ້ງການ ​ສະບັບ​ເລກທີ​ 453/ປກສ.ນວ ລົງວັນທີ​ 29​ ຕຸລາ​ 2025 ຂອງກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles