ປະເທດ​ອົດສະຕຣາລີ ໄດ້ຍົກເວັ້ນກົດລະບຽບວິຊ່າໃໝ່ສຳຫຼັບປະເທດອາຊຽນ ໂດຍໃຫ້ຄອມຄົວຂອງນັກສຶກສາ ພາຄອບຄົວເດີນທາງໄປຢູ່ນຳໄດ້ຄືເກົ່າ

ປະເທດ​ອົດສະຕຣາລີ ໄດ້ອອກນະໂຍບາຍກົດລະບຽບວິຊ່າໃໝ່ ເພື່ອຫຼຸດຜ່ອນຈຳນວນຜູ້ຍົກຍ້າຍຖິ່ນຖານ, ໂດຍ “ຫ້າມບໍ່ໃຫ້ນັກຮຽນ-ນັກສຶກສາຕ່າງຊາດ ພາຄອບຄົວ/ຜູ້ຕິດຕາມ (Dependents)” ເດີນທາງມາຢູ່ນຳ.

ແຕ່ອົດສະຕຣາລີ ໃຫ້ສິດນັກສຶກສາຈາກປະເທດອາຊຽນ ເມື່ອໄປຮຽນຕໍ່ຢູ່ອົດສະຕຣາລີ ຍັງສາມາດພາຄອບຄົວ, ຄູ່ສົມລົດ ຫຼື ບຸດຫຼານ ໄປຕິດຕາມໄດ້ຄືເກົ່າ, ໃນຂະນະທີ່ນັກສຶກສາຈາກປະເທດອື່ນໆ (ເຊັ່ນ: ອິນເດຍ ຫຼື ປະເທດນອກກຸ່ມອາຊຽນ) ຈະບໍ່ສາມາດພາຄອບຄົວໄປໄດ້ອີກຕໍ່ໄປ.

ເພື່ອເສີມສ້າງຄວາມເຂັ້ມແຂງທາງດ້ານການທູດ ແລະ ຂະຫຍາຍໂອກາດການເດີນທາງ-ການສຶກສາໃນພູມິພາກຂອງອາຊຽນ.

ບັນດາປະເທດທີ່ໄດ້ຮັບສິດຍົກເວັ້ນ ມີທັງໝົດ 11 ປະເທດ ດັ່ງນີ້:

ບຣູໄນ (Brunei)

ມຽນມາ (Myanmar)

ກຳປູເຈຍ (Cambodia)

ຟີລິບປິນ (Philippines)

ອິນໂດເນເຊຍ (Indonesia)

ສິງກະໂປ (Singapore)

ລາວ (Laos)

ໄທ (Thailand)

ມາເລເຊຍ (Malaysia)

ຫວຽດນາມ (Vietnam)

ຕີມໍ ເລສເຕ (Timor-Leste)

ທີ່ມາ: Seasia​ Stats

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles