ສະຫະພາບເອີຣົບ ເຄື່ອນໄຫວຄັ້ງໃຫຍ່ທີ່ອາດສ້າງແຮງສະເທືອນໄປທົ່ວອຸດສາຫະກຳດິຈິຕອນທົ່ວໂລກ! ໂດຍກຽມອອກກົດໝາຍສະບັບໃໝ່ “EU Kids Act” ເພື່ອບັງຄັບໃຫ້ບໍລິສັດເຕັກໂນໂລຊີຍັກໃຫຍ່ຕ້ອງກວດສອບອາຍຸຜູ້ໃຊ້ງານ ແລະ ເພີ່ມລະບົບຄວບຄຸມຢ່າງເຄັ່ງຄັດ.
ບົດບາດສໍາຄັນຂອງກົດໝາຍສະບັບນີ້:
1. ຈຳກັດການເຂົ້າເຖິງ: ຄຸ້ມຄອງເດັກອາຍຸຕ່ຳກວ່າ 15 ປີ ໃນການນຳໃຊ້ໂຊຊຽວມີເດຍ, ແພລັດຟອມວິດີໂອ, ແຊັດບັອດ AI ແລະ ເກມອອນລາຍ.
2. ຜູ້ນຳສະເໜີແຜນການ: ໄດ້ຮັບການຜັກດັນໂດຍ ທ່ານນາງ ອູຊູລາ ຟອນ ເດີ ເລເຢນ (Ursula von der Leyen) ປະທານຄະນະກຳມາທິການເອີຣົບ ແລະ ທ່ານນາງ ເຮັນນາ ເວີຄູເນນ (Henna Virkkunen) ຫົວໜ້າຝ່າຍເຕັກໂນໂລຊີຂອງ EU.
3. ເປົ້າໝາຍຫຼັກ: ມຸ່ງເນັ້ນ “ຈຳກັດການເຂົ້າເຖິງເດັກຂອງບໍລິສັດເຕັກໂນໂລຊີ” ຫຼາຍກວ່າການຈຳກັດສິດທິຂອງເດັກ ເພື່ອໃຫ້ເຍົາວະຊົນໄດ້ໃຊ້ປະໂຫຍດຈາກໂລກດິຈິຕອນໃນສະພາບແວດລ້ອມທີ່ປອດໄພ ຈາກການຖືກລະເມີດ ແລະ ສະແຫວງຫາຜົນປະໂຫຍດ.
ແພລັດຟອມຍັກໃຫຍ່ທີ່ຖືກຈັບຕາ: ການເຄື່ອນໄຫວນີ້ເກີດຂຶ້ນທ່າມກາງຄວາມກັງວົນທົ່ວໂລກ ກ່ຽວກັບຜົນກະທົບຕໍ່ສຸຂະພາບຈິດ ແລະ ຄວາມປອດໄພຂອງເດັກ ຈາກແພລັດຟອມຍອດຮິດ ເຊັ່ນ: Facebook, TikTok, YouTube ແລະ ChatGPT.
ແຫຼ່ງທີ່ມາ: Reuters

