10 ກັນຍາ: ວັນປ້ອງກັນການຂ້າຕົວຕາຍສາກົນ (World Suicide Prevention Day)— “Changing the Narrative on Suicide: ປ່ຽນມຸມມອງ ຮ່ວມສ້າງຄວາມຫວັງ”

ເພາະທຸກໆ ຊີວິດມີຄ່າ ແລະ ທຸກໆ ຄວາມຮູ້ສຶກສົມຄວນໄດ້ຮັບການຮັບຟັງ.​ ທຸກໆ ວັນທີ 10 ກັນຍາ ຂອງທຸກໆ ປີ ໄດ້ຖືກກຳນົດໃຫ້ເປັນ “ວັນປ້ອງກັນການຂ້າຕົວຕາຍສາກົນ” ໂດຍສະມາຄົມຮ່ວມມືປ້ອງກັນການຂ້າຕົວຕາຍສາກົນ (IASP) ຮ່ວມກັບ ອົງການອະນາໄມໂລກ (WHO) ເພື່ອຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຫັນມາຮ່ວມມືກັນຢ່າງຈິງຈັງ ໃນການເບິ່ງແຍງສຸຂະພາບຈິດ.

​ຂໍ້ມູນລ່າສຸດຈາກ ອົງການອະນາໄມໂລກ (WHO) ລະບຸວ່າ ໃນແຕ່ລະປີມີຜູ້ເສຍຊີວິດຈາກການຂ້າຕົວຕາຍຫຼາຍກວ່າ 720,000 ຄົນ​ ໃນທົ່ວໂລກ (ໃນ​ນັ້ນ​ ການເສຍຊີວິດ ຂອງໄວໜຸ່ມອາຍຸ 15-29 ປີ, ຕິດຢູ່ໃນອັນດັບ 3). ແຕ່ສິ່ງທີ່ສຳຄັນທີ່ສຸດແມ່ນ: ຄວາມສູນເສຍເຫຼົ່ານີ້ “ສາມາດປ້ອງກັນໄດ້” ຫາກສັງຄົມເຮົາເລີ່ມຕົ້ນດ້ວຍການເປີດໃຈຮັບຟັງກັນ, ເຫັນອົກເຫັນໃຈກັນ ແລະ​ ຫຼຸດການບູລີ້ ທີ່ເຮັດໃຫ້ອີກຝ່າຍອັບອາຍ ແລະອື່ນໆ.

ຂໍ້ສຳຄັນ ທີ່ທຸກຄົນສາມາດຊ່ວຍໄດ້:​

1​. ລອງສັງເກດ (Observe): ສັງເກດສັນຍານເຕືອນຈາກຄົນອ້ອມຂ້າງ ເຊັ່ນ: ການແຍກໂຕ, ທໍ້ຖອຍ, ຫຼື ໂພສຂໍ້ຄວາມທີ່ສະແດງເຖິງຄວາມສິ້ນຫວັງ.

2 . ຮັບຟັງຢ່າງເຂົ້າໃຈ (Listen without judgment): ເປີດໂອກາດໃຫ້ເຂົາເຈົ້າໄດ້ລະບາຍ ໂດຍບໍ່ຟ້າວຕັດສິນ, ບໍ່ໃຫ້ຄຳແນະນຳທີ່ກົດດັນ, ແຕ່ເນັ້ນການຮັບຟັງດ້ວຍຄວາມເຫັນອົກເຫັນໃຈ.

3 ​. ສົ່ງຕໍ່ການຊ່ວຍເຫຼືອ (Connect): ແນະນຳ ແລະ ພາໄປພົບແພດຊ່ຽວຊານ, ນັກຈິດຕະວິທະຍາ, ຫຼື ຜູ້ທີ່ສາມາດໃຫ້ການເບິ່ງແຍງຢ່າງຖືກວິທີ.

ຖ້າເຈົ້າ ກຳລັງຮູ້ສຶກທໍ້ຖອຍ, ໂດດດ່ຽວ, ຫຼື ຕ້ອງການຄົນຮັບຟັງ… ຂໍໃຫ້ຮູ້ໄວ້ວ່າ “ທ່ານບໍ່ໄດ້ຢູ່ຄົນດຽວ”. ການເອີ່ຍປາກຂໍຄວາມຊ່ວຍເຫຼືອ ບໍ່ແມ່ນຄວາມອ່ອນແອ, ແຕ່ແມ່ນກ້າວທຳອິດຂອງຄວາມເຂັ້ມແຂງ.

ມາຮ່ວມກັນເປັນແສງສະຫວ່າງ, ປ່ຽນມຸມມອງ ແລະ ສົ່ງຕໍ່ຄວາມຫວັງໃຫ້ກັນ​ ແລະ​ ກັນດີກ່ອນ!​ ເພາະການຂ້າຕົວຕາຍ ບໍ່ແມ່ນທາງອອກ, ບັນຫາບໍ່ໄດ້ຢູ່ກັບເຮົາຕະຫຼອດໄປ,​ ແຕ່ຊີວິດຂອງເຮົາ ສິ້ນສຸດລົງພຽງຄັ້ງດຽວເທົ່ານັ້ນ,​ ຈົ່ງເລືອກແກ້ໄຂບັນຫາ ບໍ່ແມ່ນການຢຸດຫາຍໃຈ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles