ຈຸດຈົບຂອງຈັກກະວານ? ເມື່ອ “ພະລັງງານມືດ” ອາດຈະໝົດອາຍຸ ແລະ ນຳໄປສູ່ Big Crunch

ທ່ານເຄີຍສົງໄສບໍ່ວ່າ… ຈັກກະວານທີ່ກວ້າງໃຫຍ່ໄພສານນີ້ ຈະຂະຫຍາຍຕົວອອກໄປເລື້ອຍໆແບບບໍ່ມີບ່ອນສິ້ນສຸດ ຫຼື ບໍ່? ຫຼ້າສຸດມີງານວິໄຈໃໝ່ທີ່ເຮັດໃຫ້ນັກວິທະຍາສາດຕ້ອງກັບມາທົບທວນຄືນ ເພາະມີຄວາມເປັນໄປໄດ້ວ່າ “ຈັກກະວານອາດຈະຢຸດຂະຫຍາຍຕົວ” ໃນອີກບໍ່ດົນນີ້.

ເວລາແຫ່ງອະນາຄົດ:

ອີງຕາມແບບຈຳລອງທາງຄະນິດສາດ ແລະ ຂໍ້ມູນການສຳຫຼວດພະລັງງານມືດ (Dark Energy) ນັກວິໄຈໄດ້ຄາດການໄວ້ວ່າ:

1. ອີກ 11,000 ລ້ານປີ: ຈັກກະວານຈະຂະຫຍາຍຕົວໄປຮອດຈຸດສູງສຸດ (ໃຫຍ່ກວ່າປັດຈຸບັນປະມານ 69%) ແລ້ວຈະເລີ່ມ “ຢຸດຂະຫຍາຍຕົວ”.

2. ອີກ 20,000 ລ້ານປີ: ຫຼັງຈາກຢຸດຕົວ, ຈັກກະວານຈະເລີ່ມຫົດຕົວລົງ ແລະ ຍຸບລວມກັບຄືນໄປສູ່ຈຸດເລີ່ມຕົ້ນ ທີ່ເອີ້ນວ່າ Big Crunch ພາຍໃນເວລາປະມານ 2 ໝື່ນລ້ານປີຂ້າງໜ້າ.

ພະລັງງານມືດ (Dark Energy) ອາດບໍ່ໄດ້ຄົງທີ່

ປົກກະຕິແລ້ວ ເຮົາເຊື່ອກັນວ່າພະລັງງານມືດເປັນແຮງຍູ້ທີ່ເຮັດໃຫ້ຈັກກະວານຂະຫຍາຍຕົວອອກໄປເລື້ອຍໆ. ແຕ່ງານວິໄຈນີ້ສະເໜີວ່າ ພະລັງງານນີ້ອາດຈະ “ເສື່ອມສະຫຼາຍ” ໄດ້ຕາມກາລະເວລາ. ຖ້າມັນອ່ອນແຮງລົງ, ແຮງໂນ້ມຖ່ວງຈະກັບມາມີອຳນາດເໜືອກວ່າ ແລະ ດຶງທຸກຢ່າງໃຫ້ຫົດກັບຄືນມາຫາກັນ.

ຕຳແໜ່ງປັດຈຸບັນຂອງພວກເຮົາ:

ປັດຈຸບັນຈັກກະວານມີອາຍຸປະມານ 13,800 ລ້ານປີ. ຖ້າທິດສະດີນີ້ເປັນຈິງ ໝາຍຄວາມວ່າພວກເຮົາກຳລັງຢືນຢູ່ “ຈຸດເກືອບເຄິ່ງກາງ” ຂອງອາຍຸໄຂຈັກກະວານແລ້ວ (ເຊິ່ງຄາດວ່າມີອາຍຸລວມທັງໝົດປະມານ 33,300 ລ້ານປີ).

ຄວາມຈິງ ຫຼື ແບບຈຳລອງ?

ແນວໃດກໍຕາມ, ນີ້ຍັງເປັນພຽງ “ສົມມຸດຕິຖານ” ເທົ່ານັ້ນ ນັກຟີຊິກສ່ວນໃຫຍ່ຍັງເຊື່ອໃນທິດສະດີ Big Freeze (ຈັກກະວານຂະຫຍາຍຕົວຈົນເຢັນຕາຍ) ຢູ່. ເຊິ່ງພວກເຮົາຕ້ອງລໍຖ້າຂໍ້ມູນຢືນຢັນທີ່ຊັດເຈນຈາກ:

1. ກ້ອງໂທລະທັດອະວະກາດ Euclid (ESA)

2. ຫໍເບິ່ງດາວ Vera C. Rubin

ທີ່ກຳລັງເກັບກຳຂໍ້ມູນພະລັງງານມືດຢ່າງເຂັ້ມງວດໃນປັດຈຸບັນ

ແຫຼ່ງອ້າງອີງ:

• NASA

• Journal

• Scientific American

Related Articles

LEAVE A REPLY

Please enter your comment!
Please enter your name here

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles