ວັນທີ 𝟎𝟖 ພຶດສະພາ 𝟐𝟎𝟐𝟔 – ບໍລິສັດ ລາວ ແລນໂຣເວີ ພູມໃຈນໍາສະເຫນີ 𝐍𝐞𝐰 𝐃𝐞𝐟𝐞𝐧𝐝𝐞𝐫 ຮຸ່ນປີ 𝟐𝟎𝟐𝟔 ທີ່ເປັນ 𝐏𝐥𝐮𝐠-𝐢𝐧 𝐇𝐲𝐛𝐫𝐢𝐝 𝐄𝐕, ລົດ 𝟐 ລະບົບ ນໍ້າມັນ ແລະ ໄຟຟ້າ, ເຄື່ອງຈັກ 𝟐.𝟎𝐋 ທີ່ມາພ້ອມກໍາລັງແຮງ 𝟒𝟎𝟒 ແຮງມ້າ ຢ່າງເປັນທາງການໃນລາວ ໂດຍໄດ້ຖ່າຍທອດວິວັດທະນາການຮຸ່ນລ່າສຸດຂອງລົດ 𝐒𝐔𝐕 ລະດັບຕໍານານກວ່າ 𝟕𝟖 ປີ ທີ່ຜະສົມຜະສານຄວາມສະຫງ່າງາມເຫນືອການເວລາເຂົ້າກັບນະວັດຕະກຳລ້ຳສະໄຫມໄດ້ຢ່າງສົມບູນແບບ.

ພາຍໃຕ້ການອອກແບບທີ່ສະທ້ອນເອກະລັກອັນໂດດເດັ່ນຂອງ 𝐃𝐞𝐟𝐞𝐧𝐝𝐞𝐫 ຮຸ່ນໃຫມ່ ໄດ້ຮັບການສ້າງສັນດ້ວຍລາຍລະອຽດພາຍນອກຢ່າງປານີດ ຕັ້ງແຕ່ໄຟຫນ້າ 𝐋𝐄𝐃 ໃຫມ່, ໄຟທ້າຍແບບ 𝐅𝐥𝐮𝐬𝐡 ທີ່ລຽບຫຼູ ຝັງລຽບໄປກັບຕົວລົດທີ່ໄດ້ຮັບການອອກແບບໃໝ່ ໄປຈົນເຖິງອົງປະກອບກັນຊົນ ແລະ ລໍ້ດີໄຊນ໌ລ່າສຸດ ທີ່ຊ່ວຍເສີມພາບລັກສະນະທີ່ແຂງແກ່ນຢ່າງມີລະດັບຂອງ 𝐃𝐞𝐟𝐞𝐧𝐝𝐞𝐫 ຍິ່ງຂື້ນ.
ພາຍໃນຫ້ອງໂດຍສານ ມອບປະສົບການແຫ່ງຄວາມສະດວກສະບາຍ ແລະ ຄວາມທັນສະໄຫມຂັ້ນສູງ ດ້ວຍຫນ້າຈໍສໍາຜັດຂະຫນາດ 𝟏𝟑.𝟏 ນິ້ວ ພ້ອມລະບົບ 𝐏𝐢𝐯𝐢 𝐏𝐫𝐨 ຮຸ່ນລ່າສຸດ ທີ່ຕອບສະຫນອງຢ່າງວ່ອງໄວ ແລະ ມອບຄວາມຄົມຊັດເຫນືອລະດັບ ຜະສົມຜະສານກັບການອອກແບບຄອນໂຊນກາງໃໝ່ ທີ່ຄຳນຶງເຖິງການໃຊ້ງານທີ່ສະດວກສະບາຍ ແລະ ຄວາມຫຼູຫຼາໃນທຸກມິຕິ.

𝐍𝐞𝐰 𝐃𝐞𝐟𝐞𝐧𝐝𝐞𝐫 ຍັງຍົກລະດັບມາດຕະຖານດ້ານຄວາມປອດໄພ ດ້ວຍລະບົບ 𝐃𝐫𝐢𝐯𝐞𝐫 𝐀𝐭𝐭𝐞𝐧𝐭𝐢𝐨𝐧 𝐌𝐨𝐧𝐢𝐭𝐨𝐫𝐢𝐧𝐠 ທີ່ເສີມຄວາມໝັ້ນໃຈໃຫ້ການຂັບຂີ່. ໃນຂະນະທີ່ ເທັກໂນໂລຢີການຂັບຂີ່ແບບອອຟໂຣດ ຍັງຄົງໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເພື່ອຮອງຮັບທຸກສະພາບເສັ້ນທາງໄດ້ຢ່າງໄຮ້ຂີດຈຳກັດ.
ດ້ວຍໂຄງສ້າງທີ່ໄດ້ຮັບການພິສູດແລ້ວ ແລະ ລະບົບ 𝐓𝐞𝐫𝐫𝐚𝐢𝐧 𝐑𝐞𝐬𝐩𝐨𝐧𝐬𝐞 ອັນລໍ້າສະໄໝຂອງ 𝐃𝐞𝐟𝐞𝐧𝐝𝐞𝐫 ຍັງຄົງໄດ້ຮັບການອອກແບບມາ ເພື່ອໃຫ້ເປັນສັນຍາລັກແຫ່ງສະມັດຖະນະ, ແລະ ຄວາມທົນທານ ພ້ອມຕອບໂຈດການໃຊ້ງານໃນທຸກໄລຟ໌ສໄຕສ໌ຢ່າງເຫນືອລະດັບ

ທາງທ່ານ ນາງ ນຸຈະນາ ຈະເລີນສຸກ, ຜູ້ຈັດການທົ່ວໄປຂອງ ລາວ ແລນໂຣເວີ ກ່າວວ່າ “ 𝐍𝐞𝐰 𝐃𝐞𝐟𝐞𝐧𝐝𝐞𝐫 𝟐𝟎𝟐𝟔 ສະທ້ອນເຖິງວິໄສທັດຂອງແບຣນໃນການຜະສົມຜະສານການອອກແບບທີ່ເປັນເອກະລັກເຂົ້າກັບນະວັດຕະກຳທີ່ລໍ້າຫນ້າ ເພື່ອນຳສະເຫນີປະສົບການຂັບຂີ່ທີ່ແຕກຕ່າງໃຫ້ກັບລູກຄ້າໃນລາວ”
𝐍𝐞𝐰 𝐃𝐞𝐟𝐞𝐧𝐝𝐞𝐫 ຮຸ່ນປີ 𝟐𝟎𝟐𝟔 ພ້ອມເປີດໃຫ້ທ່ານລູກຄ້າສໍາຜັດ ແລະ ເປັນເຈົ້າຂອງແລ້ວມື້ນີ້ ທີ່ໂຊຣູມ ລາວ ແລນໂຣເວີ ພ້ອມບໍລິການທົດລອງຂັບແບບສຸດພິເສດຕາມຄຳຂໍ.
ສອບຖາມຂໍ້ມູນເພີ່ມເຕີມ, ໂທ: +𝟖𝟓𝟔𝟐𝟎 𝟓𝟖𝟖𝟖𝟖 𝟏𝟗𝟕
ສະຖານທີ່: ຖະຫນົນກຳແພງເມືອງ, ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ


