23 ເມສາ ວັນປຶ້ມ ແລະ ລິຂະສິດໂລກ (World Book and Copyright Day)

ເພື່ອລະນຶກເຖິງນັກຂຽນທີ່ມີຊື່ສຽງລະດັບໂລກ William Shakespeare, Miguel Cervantes ແລະ Inca Garcilaso de la Vega ທີ່ເສຍຊີວິດລົງພ້ອມກັນໃນວັນທີ 23 ເມສາ ຄສ 1616 ແລະ ວັນທີ 23 ເມສາ ຍັງກົງກັບວັນເກີດຂອງນັກຂຽນຊື່ດັງອີກຫຼາຍຄົນ ເຊັ່ນ: Maurice Druon, Halldór Laxness .

ວັນດັ່ງກ່າວ ຖືກກຳນົດຂຶ້ນຄັ້ງທຳອິດໃນປີ 1995 ໂດຍອົງການ UNESCO ໂດຍໃຫ້ເຫດຜົນວ່າ ປຶ້ມ ເປັນສິ່ງທີ່ມີພະລັງອຳນາດສູງສຸດ ແລະ ມີປະສິດທິພາບສູງສຸດໃນການແຜ່ກະຈາຍຄວາມຮູ້ ແລະ ຮັກສາຄວາມຮູ້ໄວ້ເພື່ອມະນຸດ.

ອົງການ UNESCO ຕ້ອງການໃຫ້ທົ່ວໂລກສົ່ງເສີມການອ່ານ ແລະ ການພິມເຜີຍແຜ່ ລວມໄປເຖິງປົກປ້ອງຊັບສິນທາງປັນຍາຜ່ານລິຂະສິດ .

ສຸກສັນວັນປຶ້ມໂລກ! ຂໍໃຫ້ທຸກຄົນມີຄວາມສຸກກັບການອ່ານເດີ້!

Lao Youth​ Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles