ເຊົາກັງວົນໄດ້ແລ້ວ ຜົນວິໄຈເຜີຍ: 91% ຂອງເລື່ອງທີ່ເຮົາຢ້ານ… ບໍ່ເຄີຍເກີດຂຶ້ນເລີຍ

ເຄີຍບໍ່? ນອນບໍ່ຫຼັບ, ກິນເຂົ້າບໍ່ແຊບ ເພາະມົວແຕ່ຄິດຢ້ານໃນສິ່ງທີ່ “ຍັງບໍ່ທັນເກີດຂຶ້ນ”. ມື້ນີ້ພວກເຮົາຈະມາເຜີຍຄວາມຈິງທີ່ອາດເຮັດໃຫ້ເຈົ້າຮູ້ສຶກເບົາສະໝອງຂຶ້ນທັນທີ.

ຄວາມຈິງທີ່ໜ້າສົນໃຈ: ຄວາມຢ້ານແມ່ນ “ພາບລວງຕາ”

ມີງານວິໄຈຈາກ Penn State University ໄດ້ສຶກສາກຸ່ມຄົນທີ່ມີຄວາມກັງວົນ ໂດຍໃຫ້ພວກເຂົາຈົດບັນທຶກທຸກເລື່ອງທີ່ຢ້ານເປັນເວລາ 1 ເດືອນ. ຜົນປາກົດວ່າ:

1. 91% ຂອງເລື່ອງທີ່ກັງວົນ ບໍ່ເຄີຍເກີດຂຶ້ນເລີຍ.

2. ບາງຄົນ ບໍ່ມີເລື່ອງໃດທີ່ຢ້ານເກີດຂຶ້ນເລີຍແມ່ນແຕ່ເລື່ອງດຽວ.

3. ຫາກເລື່ອງໃດເກີດຂຶ້ນແທ້ ຜົນຂອງມັນກໍມັກຈະ “ດີກວ່າ” ທີ່ຄິດໄວ້ຫຼາຍ.

ເຖິງຈະບໍ່ເກີດຂຶ້ນ ແຕ່ “ຮ່າງກາຍ” ຖືກທຳລາຍ

ເຖິງແມ່ນວ່າຄວາມກັງວົນຈະເປັນພຽງຈິນຕະນາການ ແຕ່ສະໝອງເຮົາແຍກບໍ່ອອກ ເມື່ອເຮົາກັງວົນ:

1. ສະໝອງຈະສັ່ງໃຫ້ຮ່າງກາຍເຂົ້າສູ່ລະບົບ “ສູ້ ຫຼື ໜີ” ຄືກັບວ່າເຮົາກຳລັງປະເຊີນກັບອັນຕະລາຍແທ້ໆ.

2. ຮ່າງກາຍຫຼັ່ງ ຄໍຕິຊໍ (Cortisol) ຫຼື ຮໍໂມນຄວາມຄຽດອອກມາ.

3. ຫາກກັງວົນເລື້ອຍໆ ຈະສົ່ງຜົນເສຍຕໍ່ສຸຂະພາບ: ນອນບໍ່ຫຼັບ, ຄວາມຈຳເສື່ອມລົງ, ພູມຄຸ້ມກັນຕ່ຳ ແລະ ສ່ຽງຕໍ່ພະຍາດຫົວໃຈ.

ເປັນຫຍັງເຮົາຈຶ່ງຢຸດກັງວົນບໍ່ໄດ້?

ໃນທາງວິທະຍາສາດ ມັນເກີດຈາກການເຮັດວຽກທີ່ບໍ່ສົມດຸນລະຫວ່າງ ສະໝອງສ່ວນການຕັດສິນໃຈ ກັບ ອະມິກດະລາ (ສູນຄວບຄຸມຄວາມຢ້ານ). ມັນເຮັດໃຫ້ເຮົາຮູ້ສຶກຄືກັບມີໄພຂົ່ມຂູ່ຢູ່ຕະຫຼອດເວລາ ທັງທີ່ຄວາມຈິງແລ້ວທຸກຢ່າງປົກກະຕິດີ.

ບົດຮຽນຈາກນັກປັດຊະຍາ

ເມື່ອຫຼາຍຮ້ອຍປີກ່ອນ, ນັກປັດຊະຍາຊາວຝຣັ່ງ Michel de Montaigne ເຄີຍກ່າວໄວ້ວ່າ: “ຊີວິດຂອງຂ້ອຍເຕັມໄປດ້ວຍເລື່ອງຮ້າຍໆ… ແຕ່ສ່ວນໃຫຍ່ມັນບໍ່ເຄີຍເກີດຂຶ້ນເລີຍ.”

ສະຫຼຸບແນວຄິດ: ຄວາມກັງວົນບໍ່ໄດ້ຊ່ວຍແກ້ໄຂບັນຫາ ແຕ່ມັນກຳລັງ “ລັກ” ສຸຂະພາບ ແລະ ຄວາມສຸກຂອງເຈົ້າໄປ. ລອງຫັນມາຢູ່ກັບປັດຈຸບັນ, ທົບທວນຄວາມຈິງ, ແລ້ວເຈົ້າຈະພົບວ່າ… ເລື່ອງທີ່ເຈົ້າຢ້ານຢູ່ນັ້ນ ມັນອາດຈະບໍ່ມີຫຍັງເລີຍກໍໄດ້.

ທີ່ມາ: TNN Health

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles