ກົມການຄ້າພາຍໃນ ອອກແຈ້ງການເຂັ້ມ! ຄວບຄຸມລາຄາສິນຄ້າ-ຄ່າບໍລິການ ໄລຍະບຸນປີໃໝ່ລາວ 2026

ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 0602/ກຄພໃນ.ວ4 ລົງວັນທີ 7 ເມສາ 2026 ເຖິງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ/ນະຄອນຫຼວງວຽງຈັນ ເພື່ອເພີ່ມທະວີມາດຕະການຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃນໄລຍະເທສະການບຸນປີໃໝ່ລາວ ພ.ສ 2569 (ຄ.ສ 2026).

ແຈ້ງການດັ່ງກ່າວ ມີເປົ້າໝາຍສຳຄັນໃນການສະກັດກັ້ນການສວຍໂອກາດປັບຂຶ້ນລາຄາສິນຄ້າໂດຍບໍ່ສົມເຫດສົມຜົນ ໃນຊ່ວງທີ່ຄວາມຕ້ອງການຂອງປະຊາຊົນສູງຂຶ້ນ ໂດຍໃຫ້ພາກສ່ວນທີ່ກ່ຽວຂ້ອງເພີ່ມທະວີການກວດກາ ແລະ ຕິດຕາມລາຄາສິນຄ້າຕາມຕະຫຼາດຢ່າງເຂັ້ມງວດ.

ພ້ອມນີ້ ກົມການຄ້າພາຍໃນ ຍັງໄດ້ຂໍຄວາມຮ່ວມມືຈາກຜູ້ປະກອບການ ໃຫ້ດຳເນີນທຸລະກິດຕາມລະບຽບກົດໝາຍ ຫ້າມສວຍໂອກາດຂຶ້ນລາຄາ ແລະ ຄວນຈັດຫາສິນຄ້າໃຫ້ພຽງພໍກັບຄວາມຕ້ອງການໃນໄລຍະບຸນ

ທັງນີ້ ຖ້າພົບເຫັນການລະເມີດ ຫຼື ການກຳນົດລາຄາບໍ່ເໝາະສົມ ທາງອຳນາດການຈະດຳເນີນມາດຕະການວິໄນ ແລະ ປັບໃຊ້ກົດໝາຍຢ່າງເດັດຂາດ.

ນອກຈາກນີ້ ຍັງໄດ້ກຳນົດໃຫ້ມີການຈັດສົ່ງເຈົ້າໜ້າທີ່ລົງພື້ນທີ່ເພື່ອກວດກາລາຄາສິນຄ້າ ແລະ ຄ່າບໍລິການໃນສະຖານທີ່ຈິງ ເພື່ອຮັບປະກັນການບັງຄັບໃຊ້ມາດຕະການໃຫ້ເກີດຜົນຈິງ.

ການອອກມາດຕະການໃນຄັ້ງນີ້ ມີເປົ້າໝາຍເພື່ອປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກ ແລະ ຮັບປະກັນໃຫ້ການຊື້-ຂາຍໃນໄລຍະບຸນປີໃໝ່ລາວ 2026 ເປັນໄປຢ່າງມີລະບຽບ ໂປ່ງໃສ ແລະ ເປັນທຳ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles