ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນ ຫລວງວຽງຈັນ (ນວ) ວາງມາດຕະການຄຸ້ມຄອງລາຄາສິນຄ້າ ໄລຍະບຸນປີໃໝ່ລາວ ໂດຍຈະຮ່ວມກັບຕະຫລາດຂະໜາດໃຫຍ່ ແລະ ຂະໜາດກາງ, ສູນການຄ້າ, ບໍລິສັດຂາເຂົ້າ-ຂາອອກ ລວມທັງຮ້ານມິນີບິກຊີ, ເຊເວັນອີເລເວັນ, ຮ້ານເຈມາກ ແລະ ຮ້ານສະດວກຊື້ອື່ນໆ ເຮັດບົດບັນທຶກສັນຍາ ບໍ່ໃຫ້ມີການກັກຕຸນ ແລະ ສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈ, ລວມທັງກະຕ່າຂອງຂວັນ, ຫ້າມຈຳໜ່າຍສິນຄ້າທີ່ບໍ່ມີຄຸນນະພາບ, ສິນຄ້າໝົດອາຍຸ, ສິນຄ້າທີ່ນຳມາຈຳໜ່າຍ ຕ້ອງຕິດສະຫລາກເປັນພາສາລາວ, ຕິດລາຄາສິນຄ້າເປັນເງິນກີບ.
ທ່ານ ນາງ ທັດດາວອນ ສີກະເສີມຄ່ຽມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດ ໃນວັນທີ 7 ເມສາ 2026 ວ່າ: ໃນໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ປະຈຳປີ 2026 ຫ້ອງການອຸດສາຫະກຳ ແລະ ການຄ້າ 9 ຕົວເມືອງ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ຈະໄດ້ລົງກວດກາ, ຕິດຕາມ ລາຄາສິນຄ້າຢຸ່ບັນດາຕະຫລາດ, ຮ້ານມິນີມາກ ແລະ ຮ້ານສະດວກຊື້ຕ່າງໆ ເພື່ອຮັບປະກັນບໍ່ໃຫ້ເກີດການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ໂດຍສະເພາະແມ່ນ ການຄວບຄຸມລາຄາ (ຕາມບັນຊີ ກ ລວມມີ 8 ປະເພດສິນຄ້າຄື: ນໍ້າມັນເຊື້ອໄຟ, ອາຍແກັສຫຸງຕົ້ມ, ເຂົ້າສານໜຽວປະເພດ 2, ຊີ້ນໝູປະເພດ 1, ຊີ້ນໝູປະເພດ 2, ປານິນກະຊັງ, ໄຂ່ໄກ່ພັນ, ປະເພດໄກ່ພັນສາມສາຍເລືອດ ແລະ ສິນຄ້າຕາມບັນຊີ ຂ (ສິນຄ້າທີ່ນຳເຂົ້າປະເພດເຄື່ອງແຫ້ງ ເຊັ່ນ: ນໍ້າປາ, ສະອິວ, ແປງນົວ ແລະ ອື່ນໆ) ຖ້າຫາກກໍລະນີພົບເຫັນ ສວຍໂອກາດຂຶ້ນລາຄາຕາມລໍາພັງໃຈ ແມ່ນຈະໄດ້ປະຕິບັດມາດຕະການຕາມລະບຽບ ທີ່ໄດ້ກໍານົດໄວ້; ຈະປະສານສົມທົບກັບຂັ້ນເທິງ ແລະ ຊາຍແດນ ລະຫວ່າງແຂວງຕໍ່ແຂວງ ເພື່ອຄຸ້ມຄອງ ແລະ ສະກັດກັ້ນການເຄື່ອນຍ້າຍພືດ, ຜະລິດຕະພັນພືດ ທີ່ບໍ່ຖືກຕ້ອງຕາມລະບຽບການເຄື່ອນຍ້າຍເຂົ້າມາໃນນະຄອນຫລວງວຽງຈັນ ເປັນຕົ້ນ ແມ່ນການນຳເຂົ້າທີ່ບໍ່ໄດ້ຮັບອະນຸຍາດ.
ໃນໄລຍະຜ່ານມາ, ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງວຽງຈັນ ສົມທົບກັບຫ້ອງການອຸດສາຫະ ກຳ ແລະ ການຄ້າເມືອງ ລົງຕິດຕາມ ກວດກາສະພາບລາຄາສິນຄ້າ ຢ່າງເປັນປົກກະຕິ, ເຫັັນວ່າໃນໄລຍະທ້າຍປີ 2025 ຫາເດືອນກຸມພາ 2026 ລາຄາສິນຄ້າແມ່ນຢູ່ໃນສະພາບປົກກະຕິ, ສະເພາະເດືອນກຸມພາ ຫາ ເດືອນມີນານີ້ ເຫັນວ່າປະເພດຊີ້ນໜູລາຄາ 80.000-88.000 ກີບ, ປະເພດປານິນ 45.000-49.000 ກີບ, ໄຂ່ໄກ່ 70.000-75.000 ກີບ.
ສໍາລັບປະເພດພືດຜັກເປັນລະດູ ການຜະລິດ ລາຄາໃນໄລຍະນີ້ກໍຫລຸດລົງ ແລະ ໃນໄລຍະລາຄານໍ້າມັນເຊື້ອໄຟ ມີການປັບເພີ່ມຂຶ້ນນີ້ ເຮັດໃຫ້ລາຄາສິນຄ້າມີການເໜັງຕີງ ໂດຍສະເພາະສິນຄ້າປະເພດນໍາເຂົ້າເຮັດໃຫ້ຄ່າຄອງຊີບເພີ່ມຂຶ້ນ ຊື່ງສາເຫດແມ່ນມາຈາກຫລາຍປັດໄຈ ແຕ່ສິນຄ້າບາງປະເພດກໍຍັງຄົງທີ່ຢູ່.
ທີ່ມາ: ປະເທດລາວ

