ຮູ້ວ່າເລື່ອງການແຂ່ງຂັນມັນຍອມກັນບໍ່ໄດ້… ແຕ່ອັນນີ້ກໍຖືວ່າ “ເກີນໄປ” ແທ້ໆ ຫຼ້າສຸດໃນເທສະການປະກວດອູດງາມປະຈຳປີ 2026 ທີ່ປະເທດໂອມານ ໄດ້ເກີດປະເດັນຖົກຖຽງຢ່າງຮ້ອນແຮງ ເມື່ອສັດຕະວະແພດກວດພົບວ່າ ມີອູດເຂົ້າປະກວດລັກ “ສີດໂບທັອກ ແລະ ຟິນເລີ” ເພື່ອອັບຄວາມງາມ.
ມາດຕະຖານຄວາມງາມຂອງ “ນາງງາມອູດ” ຕ້ອງເປັນແນວໃດ?
ການຈະເປັນຜູ້ຊະນະໃນເວທີນີ້ ບໍ່ແມ່ນເລື່ອງງ່າຍ ເພາະກຳມະການຈະຕັດສິນຈາກ 4 ສ່ວນຫຼັກ:
1. ຂົນ: ຕ້ອງເປັນຊົງສວຍງາມ ແລະ ເງົາງາມ.
2. ຄໍ: ຕ້ອງຍາວ ແລະ ມີຂະໜາດໃຫຍ່ສົມສ່ວນ.
3. ໃບໜ້າ: ປາກຕ້ອງບວມ, ຂົນຕາສີເຂັ້ມງອນງາມ.
4. ໂໜກ: ຮູບຊົງຕ້ອງມີສະເໜ່, ທ່າທາງການຍ່າງຕ້ອງສະຫງ່າງາມ.
ເປັນຫຍັງຕ້ອງ “ໂກງ”? ຍ້ອນລາງວັນ ແລະ ອະນາຄົດທີ່ກິນບໍ່ໝົດ
ເຫດຜົນທີ່ເຈົ້າຂອງອູດຍອມສ່ຽງກໍຄື “ຊື່ສຽງ ແລະ ເງິນ” ນັ້ນເອງ ອູດທີ່ຊະນະຈະກາຍເປັນພໍ່ພັນ-ແມ່ພັນຊັ້ນດີ ທີ່ມີຄົນຢາກໄດ້ມາປະສົມພັນນຳຫຼາຍທີ່ສຸດ. ນອກຈາກເງິນລາງວັນທີ່ສູງແລ້ວ ຍັງເປັນການກາລັນຕີລາຍໄດ້ມະຫາສານໃນອະນາຄົດນຳອີກ.
ສັນຍະກຳອູດ: ໂບທັອກ-ຟິນເລີ ມາຄົບ
ດ້ວຍຄວາມຢາກຊະນະ ເຈົ້າຂອງອູດບາງຄົນເລີຍຈັດເຕັມ “ສັນຍະກຳ” ໃຫ້ນ້ອງອູດ:
1. ສີດຟິນເລີປາກ: ໃຫ້ປາກເບິ່ງບວມງາມຕາມສະເປັກກຳມະການ.
2. ສີດຟິນເລີດັງ: ປັບຮູບຊົງດັງໃຫ້ເປະ.
3. ສີດໂບທັອກ: ໃຫ້ໃບໜ້າເບິ່ງອ່ອນເຍົາ, ບໍ່ມີຮອຍຫ່ຽວ.
4. ສີດຮໍໂມນ: ເພື່ອເພີ່ມຂະໜາດກ້າມເນື້ອໃຫ້ເບິ່ງແຂງແຮງ.
ຈົບເກມ ສັດຕະວະແພດກວດພົບ “ບໍ່ໄດ້ໄປຕໍ່”
ເຖິງຈະພະຍາຍາມປົກປິດປານໃດ ແຕ່ກໍບໍ່ລອດສາຍຕາຂອງທີມສັດຕະວະແພດ ໃນປີນີ້ ມີອູດກວ່າ 20 ໂຕ ທີ່ຖືກຕັດສິດທັນທີ ຫຼັງຈາກກວດພົບສານແປກປອມໃນຮ່າງກາຍ.
ແປກທີ່ສຸດກໍຄື… ເຫດການນີ້ ບໍ່ແມ່ນຄັ້ງທຳອິດ ເພາະໃນປີຜ່ານໆມາ ກໍມີການໂກງແບບນີ້ເກີດຂຶ້ນຕະຫຼອດ ເຖິງວ່າຈະມີການກວດກາທີ່ເຂັ້ມງວດຂຶ້ນແລ້ວ ແຕ່ກໍຍັງມີຄົນກ້າສ່ຽງຢູ່ທຸກປີ.
ແຫຼ່ງຂໍ້ມູນ: BBC News, CatDumb

