ທີມງານພາກສະໜາມຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ (UXO Lao) ປະຈຳ ແຂວງເຊກອງ ໄດ້ລົງເຄື່ອນໄຫວຢ່າງເຮັດດ່ວນ ເພື່ອພິສູດ ແລະ ດຳເນີນການເກັບກູ້ລະເບີດ ພາຍຫຼັງປະຊາຊົນແຈ້ງພົບວັດຖຸອັນຕະລາຍຈຳນວນ 9 ໜ່ວຍ ຢູ່ແຄມ ແມ່ນ້ຳເຊກອງ ໃນເຂດ ບ້ານບາກ ແລະ ບ້ານກຣຸງຕາສິງ, ເມືອງກະລຶມ.
ສາເຫດຈາກການເຊາະເຈື່ອນຕາຝັ່ງ
ການເຊາະເຈື່ອນຂອງຕາຝັ່ງແມ່ນ້ຳໃນຊ່ວງຜ່ານມາ ເປັນສາເຫດໃຫ້ລະເບີດທີ່ຝັງຢູ່ໃຕ້ດິນມາດົນ ປາກົດຂຶ້ນສູ່ຜິວດິນ. ຈາກການພິສູດທາງວິຊາການ ຢືນຢັນວ່າ:
ລະເບີດປະເພດ MK82 ນ້ຳໜັກ 500 ປອນ (226.7 ກິໂລກຼາມ) ຈຳນວນ 7 ໜ່ວຍ
ລະເບີດປະເພດ MK81 ນ້ຳໜັກ 250 ປອນ (113.3 ກິໂລກຼາມ) ຈຳນວນ 2 ໜ່ວຍ
ລະເບີດທັງໝົດເປັນລະເບີດຂະໜາດໃຫຍ່ ທີ່ຍັງມີອັນຕະລາຍສູງ ຖ້າບໍ່ໄດ້ຈັດການຕາມມາດຕະຖານ.
ຂົນຍ້າຍທາງນ້ຳ ດຳເນີນການ 5 ວັນເນື່ອງຈາກຈຸດພົບເຫັນຢູ່ແຄມແມ່ນ້ຳ ທີມງານໄດ້ນຳໃຊ້ເຮືອເປັນພາຫະນະໃນການຂົນຍ້າຍ ເພື່ອນຳໄປທຳລາຍຢູ່ຈຸດທີ່ປອດໄພ ຕາມຂັ້ນຕອນທາງວິຊາການຢ່າງເຄັ່ງຄັດ.
ພາລະກິດຄັ້ງນີ້ ກຳນົດດຳເນີນເປັນເວລາ 5 ວັນ ນັບແຕ່ວັນທີ 5-9 ມີນາ 2026 ໂດຍຄາດວ່າຈະສຳເລັດຕາມແຜນ
ຄວາມຮ່ວມມື ແລະ ຄຳຊົມເຊີຍ
ການດຳເນີນງານຄັ້ງນີ້ ບໍ່ພຽງແຕ່ສະທ້ອນເຫັນຄວາມຊຳນານ ແລະ ຄວາມກ້າຫານຂອງທີມງານພາກສະໜາມ ແຕ່ຍັງສະທ້ອນເຫັນຄວາມຮ່ວມມືອັນດີລະຫວ່າງ ລາວ ແລະ ຍີ່ປຸ່ນ ທີ່ໃຫ້ການສະໜັບສະໜູນໂຄງການຢ່າງຕໍ່ເນື່ອງ.
ພາລະກິດເກັບກູ້ລະເບີດ ແມ່ນພາລະກິດທີ່ມີຄວາມສ່ຽງສູງ ແຕ່ທີມງານທຸກທ່ານໄດ້ປະຕິບັດໜ້າທີ່ດ້ວຍຄວາມອົດທົນ ແລະ ຮັບຜິດຊອບສູງ ເພື່ອເປົ້າໝາຍດຽວກັນຄື: ຄວາມປອດໄພຂອງປະຊາຊົນ
ຂໍຊົມເຊີຍທີມງານພາກສະໜາມທຸກທ່ານ ທີ່ສືບຕໍ່ພາລະກິດອັນສຳຄັນນີ້ ເພື່ອເຮັດໃຫ້ດິນແດນລາວປອດໄພ ແລະ ຍືນຍົງຫຼາຍຂຶ້ນ.
ທີ່ມາ: UXO LAOS

