ລາວ – ສ.ເກົາຫຼີ ຮ່ວມກັນມ້າງກຸ່ມແກ້ງຄໍເຊັນເຕີ ຂ້າມຊາດ ຈັບຜູ້ຖືກຫາໄດ້ 14 ຄົນ

ກຳລັງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ຮ່ວມກັບ ເຈົ້າໜ້າທີ່ຕຳຫຼວດ ສ.ເກົາຫຼີ ປະສົບຜົນສຳເລັດໃນການບຸກທະລາຍສູນຄໍເຊັນເຕີຜິດກົດໝາຍໃນລາວ ເມື່ອເດືອນຕຸລາ 2025 ທີ່ຜ່ານມາ, ສາມາດຈັບກຸມສະມາຊິກແກ້ງສໍ້ໂກງຊາວເກົາຫຼີໄດ້ທັງໝົດ 14 ຄົນ.

ອີງຕາມການລາຍງານຂອງສື່ມວນຊົນ ສ.ເກົາຫຼີ (Chosun Ilbo) ໃນວັນທີ 26 ກຸມພາ 2026, ເຈົ້າໜ້າທີ່ໄດ້ເປີດເຜີຍຂໍ້ມູນທີ່ໜ້າສົນໃຈດັ່ງນີ້:

ກຸ່ມອາດຊະຍາກຳ: ຊື່ວ່າກຸ່ມ “Songnampa” ມີສະມາຊິກທັງໝົດ 35 ຄົນ (ຖືກຈັບແລ້ວ 23 ຄົນ), ນຳພາໂດຍຫົວໜ້າກຸ່ມ​ ເຊື້ອສາຍ​ ສ.​ເກົາຫຼີ ສັນຊາດຈີນ.

ມູນຄ່າຄວາມເສຍຫາຍ: ສໍ້ໂກງເງິນໄປໄດ້ກວ່າ 24,5 ຕື້ວອນ (ປະມານ 18 ລ້ານໂດລາສະຫະລັດ).

ຈຳນວນຜູ້ຖືກເຄາະຮ້າຍ: ພົບເຫັນຜູ້ເສຍຫາຍແລ້ວ 224 ຄົນ ໃນຫຼາຍປະເທດ.

ກົນອຸບາຍທີ່ກຸ່ມມິດສາຊີບໃຊ້:

ແກ້ງດັ່ງກ່າວມີການເຮັດວຽກທີ່ເປັນລະບົບ ຄືກັບບໍລິສັດ ແລະ ໃຊ້ເລ່ຫຼ່ຽມທີ່ແນບນຽນ ເພື່ອຫຼອກລວງເຫຍື່ອ:

ແອບອ້າງເປັນເຈົ້າໜ້າທີ່: ປອມຕົວເປັນໄອຍະການ ຫຼື ເຈົ້າໜ້າທີ່ສານ ໂດຍໃຊ້ໝາຍຈັບປອມ ແລະ ເວັບໄຊຂອງລັດທີ່ເຮັດຮຽນແບບຂຶ້ນມາ.

ຂົ່ມຂູ່ທາງຈິດໃຈ: ຕົວະວ່າເຫຍື່ອມີສ່ວນກ່ຽວຂ້ອງກັບຄະດີຟອກເງິນ ແລະ ຂົ່ມຂູ່ຈະອາຍັດຊັບສິນ ຫຼື ຈັບກຸມ ເພື່ອໃຫ້ເຫຍື່ອເກີດຄວາມຢ້ານກົວ.

ຄວບຄຸມທາງໄກ: ຫຼອກໃຫ້ເຫຍື່ອຕິດຕັ້ງແອັບພລິເຄຊັນທີ່ເປັນອັນຕະລາຍ ເພື່ອເຂົ້າຄວບຄຸມໂທລະສັບ, ຈາກນັ້ນກໍ່ສັ່ງໃຫ້ຖອນເງິນ ຫຼື ກູ້ຢືມເງິນ ແລ້ວໂອນອອກໄປ.

ຝ່າຍ ສ.ເກົາຫຼີ: ທ່ານ ປະທານາທິບໍດີ ລີ ແຈມຽງ ໄດ້ອອກມາຢ້ຳເຕືອນວ່າ “ຜູ້ທີ່ມາກະທຳຜິດໃສ່ຄົນ​ ສ.​ເກົາຫຼີ ຈະຕ້ອງໄດ້ຮັບໂທດ” ພ້ອມທັງປະກາດຈະຂະຫຍາຍການສືບສວນໃນພາກພື້ນອາຊີຕາເວັນອອກສຽງໃຕ້ຢ່າງຕໍ່ເນື່ອງ.

ຝ່າຍ ສປປ ລາວ: ລັດຖະບານລາວຖືວ່າການປາບປາມແກ້ງສະແກມເມີ (Scammer) ເປັນ “ວຽກງານຈຸດສຸມ” ໃນປີ 2026. ທ່ານ ພົນຈັດຕະວາ ກອງສະຫວັດ ບຸນລ້ຽງ, ຫົວໜ້າກົມໃຫຍ່ຕຳຫຼວດ ໄດ້ເນັ້ນໜັກວ່າ ເຈົ້າໜ້າທີ່ກຳລັງຕິດຕາມຂຶ້ນບັນຊີເປົ້າໝາຍທັງຄົນລາວ ແລະ ຕ່າງປະເທດຢ່າງເຂັ້ມງວດ.

ຂໍໃຫ້ທຸກທ່ານຈົ່ງຍົກສູງສະຕິລະວັງຕົວ, ບໍ່ຫຼົງເຊື່ອການໂທຂົ່ມຂູ່ ຫຼື ຊັກຊວນໃຫ້ຕິດຕັ້ງແອັບ​ ທີ່ບໍ່ຮູ້ຈັກ ເພື່ອປ້ອງກັນການຕົກເປັນເຫຍື່ອຂອງກຸ່ມມິດສາຊີບເຫຼົ່ານີ້.

ທີ່ມາ: ປະຊາຊົນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles