ນະຄອນຫຼວງວຽງຈັນ ທີ່ຢູ່ໃນອັນດັບ 676 ຂອງໂລກ ດ້ານຄຸນນະພາບຊີວິດຂອງຄົນ

ສະຖາບັນວິໄຈເສດຖະກິດລະດັບໂລກ Oxford Economics ໄດ້ເປີດເຜີຍດັດຊະນີເມືອງທົ່ວໂລກ (Global Cities Index) ປະຈຳປີ 2025. ໂດຍໜຶ່ງໃນຫົວຂໍ້ທີ່ໜ້າສົນໃຈແມ່ນການຈັດອັນດັບ “ດ້ານທຶນມະນຸດ – ຄຸນນະພາບຊີວິດຂອງຄົນໃນເມືອງ” (Human Capital) ເຊິ່ງເປັນການວັດແທກຄຸນນະພາບ, ທັກສະຄວາມຮູ້ ແລະ ສັກກະຍະພາບຂອງປະຊາກອນໃນແຕ່ລະເມືອງ.

ຈາກການຈັດອັນດັບ 1,000 ເມືອງ​ ໃນທົ່ວໂລກ, ນີ້ຄືລາຍຊື່ເມືອງຫຼວງໃນອາຊຽນທີ່ຕິດອັນດັບ:

ກົວລາລຳເປີ (ມາເລເຊຍ): ອັນດັບ 16 ຂອງໂລກ (ຄອງແຊ້ມອາຊຽນ).

ບາງກອກ (ໄທ): ອັນດັບ 27 ຂອງໂລກ.

ສິງກະໂປ: ອັນດັບ 41 ຂອງໂລກ.

ຈາກາຕາ (ອິນໂດເນເຊຍ): ອັນດັບ 75 ຂອງໂລກ.

ມະນີລາ (ຟີລິບປິນ): ອັນດັບ 93 ຂອງໂລກ.

ຮ່າໂນຍ (ຫວຽດນາມ): ອັນດັບ 157 ຂອງໂລກ.

ພະນົມເປັນ (ກຳປູເຈຍ): ອັນດັບ 362 ຂອງໂລກ.

ຊຽງໃໝ່ (ໄທ): ອັນດັບ 599 ຂອງໂລກ.

ນະຄອນຫຼວງວຽງຈັນ (ລາວ): ອັນດັບ 676 ຂອງໂລກ.

ເນປີດໍ (ມຽນມາ): ອັນດັບ 789 ຂອງໂລກ.

ການທີ່ເມືອງໃດໜຶ່ງຈະມີອັນດັບສູງໄດ້ນັ້ນ ບໍ່ໄດ້ເບິ່ງແຕ່ຈຳນວນຄົນ, ແຕ່ Oxford Economics ເບິ່ງຈາກປັດໄຈສຳຄັນ​ ຄື:

​ລະດັບການສຶກສາ: ຄົນມີຄວາມຮູ້ ແລະ ມີທັກສະທີ່ຕະຫຼາດໂລກຕ້ອງການ.

ສະຖາບັນການສຶກສາ: ມີມະຫາວິທະຍາໄລຊັ້ນນຳທີ່ຜະລິດຄົນເກັ່ງ.

ໂອກາດໃນການເຮັດວຽກ: ມີບໍລິສັດໃຫຍ່ໆ ຫຼື ສຳນັກງານໃຫຍ່ຕັ້ງຢູ່ເພື່ອດຶງດູດຄົນມີຄວາມສາມາດ.

​ໂຄງສ້າງປະຊາກອນ: ມີສັດສ່ວນໄວໜຸ່ມ ແລະ ໄວເຮັດວຽກທີ່ເຂັ້ມແຂງ.

ມຸມມອງສຳລັບ ສປປ ລາວ:

ສຳລັບ ນະຄອນຫຼວງວຽງຈັນ ທີ່ຢູ່ໃນອັນດັບ 676 ຂອງໂລກ, ນີ້ຄືບົດຮຽນ ແລະ ສິ່ງທ້າທາຍທີ່ເຮົາຕ້ອງຮ່ວມກັນພັດທະນາ ໂດຍສະເພາະການຍົກລະດັບຄຸນນະພາບການສຶກສາ ແລະ ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ຄົນເກັ່ງມີໂອກາດສ້າງສັນຜົນງານ ເພື່ອຂັບເຄື່ອນເສດຖະກິດຂອງຊາດໃຫ້ເຕີບໂຕໃນອະນາຄົດ.

ທີ່ມາ: ASEAN Skyline Malaysia

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles