ແຈ້ງທຶນການສຶກສາ National Academy of Sciences of Belarusian ປະເທດ ສ. ເບລາຣຸດ ປະຈໍາປີ 2026

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ ແລະ ທົ່ວປວງຊົນ ຊາບ ວ່າ: National Academy of Sciences of Belarusian ປະເທດ ສ. ເບລາຣຸດສະເຫນີໃຫ້ທຶນການສຶກສາ ໃຫ້ແກ່ ສປປ ລາວ ປະຈໍາປີ 2026 ເປີດສະຫມັກຮັບຜູ້ທີ່ມີຈຸດປະສົງຢາກໄປສຶກສາຕໍ່ທີ່ປະເທດດັ່ງກ່າວ, ໃນລະດັບປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ ທີ່ສະຖານການສຶກສາຂອງປະເທດ ສ. ເບລາຣຸດ.

ສໍາລັບສາຂາວິຊາຮຽນ, ຂໍ້ມູນລາຍລະອຽດຜູ້ສົນໃຈສາມາດເຂົ້າເບີ່ງທີ່ເວັບໄຊ https:// unan.by/en/. ຫຼື e-mail info@ipnk.basnet. ແລະ ເບີໂທພົວພັນ Mr. Dmitry Mazarchuk ໂທ: +375(17) 202-16-55; (29) 632-742-74-09. ພາຍຫຼັງໄດ້ຮັບທຶນເປັນທີ່ຮຽບຮ້ອຍແລ້ວ, ຜູ້ສະຫມັກຕ້ອງນໍາສົ່ງສໍາເນົາເອກະສານ 01 ຊຸດ, ມາຍັງກົມກິດຈະການນັກສຶກສາ, ພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ (ຫ້ອງ107-108) ຕາມໂມງລັດຖະການ.

ລາຍລະອຽດຕາມແຈ້ງການ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles