ໂຄງການພັດທະນາຊົນນະບົດ ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກປະຊາຊົນ ແລະ ລັດຖະບານເຢຍລະມັນ ໄດ້ມີຜູ້ແທນຈາກທະນາຄານເພື່ອການພັດທະນາ KfW ລົງຕິດຕາມ ຄວາມຄືບໜ້າການກໍ່ສ້າງເສັ້ນທາງເລກທີ 1205 ແຕ່ແຍກທາງ 2E ບ້ານນໍ້າງາ ຫາ ບ້ານສະຫຼວງ ຢູ່ເມືອງໃໝ່ ແຂວງຜົ້ງສາລີ ໃນວັນທີ 23 ກຸມພາ 2026 ໂດຍການຕ້ອນຮັບຂອງ ທ່ານ ສັນຕິ ແກ້ວຍະສານ ປະທານຄະນະກຳມະການປົກຄອງແຂວງຜົ້ງສາລີ ທ່ານ ບຸນພານິດ ແກ້ວຮຸ່ງ ຫົວນ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ຄະນະຜູ້ແທນຈາກ KfW ນໍາໂດຍ ທ່ານ ນາງ ສະເຕຟັນນີ ປີຕັດ ຫົວໜ້າໂຄງການ ແລະ ທ່ານ ນາງ ນາອາເລັກຊັນດາ ສະເປໂນ ຊ່ຽວຊານວິສະວະກອນທາງ ແລະ ທ່ານ ນາງ ອາເລັກຊັນດາ ເຊວ ຊ່ຽວຊານສີງແວດລ້ອມສັງຄົມ.
ໂດຍຄະນະຜູ້ແທນຈາກທະນາຄານເພື່ອການພັດທະນາ KfW ໄດ້ປະເມີນການຈັດຕັ້ງປະຕິບັດໂຄງການ ແລະ ແລກປ່ຽນຄໍາຄິດເຫັນໃນການຈັດຕັ້ງປະຕິບັດ ບັນຫາຕ່າງໆ ແລະ ໄດ້ເນັ້ນໜັກຄວາມປອດໄພໃນການສັນຈອນໃນຊວ່ງເວລາກໍ່ສ້າງເສັ້ນທາງ ແລະ ຊຸກຍູ້ບໍລິສັດຜູ້ຮັບເໝົາ ໃຫ້ເອົາໃຈໃສ່ເລື່ອງສີ່ງແວດລ້ອມສັງຄົມ ກ່ອນການກໍ່ເສັ້ນທາງເສັ້ນທາງເລກທີ 1205 ແຕ່ແຍກທາງ 2E ບ້ານນໍ້າງາ ຫາ ບ້ານສະຫຼວງ ມີຄວາມຍາວທັງໝົດ 65.3 ກິໂລແມັດ ໄດ້ມີແຜນ ປູຢາງທັບຢາງທັບທາງປູຢາງເກົ່າ 1.22 ກີໂລເມັດ, ປູຢາງໃໝ່ 2 ຊັ້ນ 14.66 ກິໂລແມັດ, ປູເບຕົງ 6.5 ກີໂລແມັດ, ປູໜ້າທາງຫີນແຮ່ 27 ກິໂລແມັດ ແລະ ຟື້ນຟູທາງເກົ່າອັດແໜ້ນຄືນ 15.8 ກີໂລແມັດ ລວມທັງວຽກພື້ນຖານໂຄງລ່າງຂະໜາດນ້ອຍ ເປັນຕົ້ນ ໂຮງຮຽນປະຖົມ, ຫ້ອງການປົກຄອງບ້ານ, ສຸກສາລາ ແລະ ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງໃໝ່
ທີ່ມາ: ເສດຖະກິດ-ການຄ້າ

