ວັນທີ 25 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນ ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ-ກຸມພາ 2026
ວາລະທີ 1 ວຽກງານຈຸດສຸມຮີບດ່ວນ ຄື:
1) ຮ່າງເນື້ອໃນບົດເຜີຍແຜ່ ຂອງນາຍົກລັດຖະມົນຕີ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030);
2) ຄວາມຄືບໜ້າໃນການແກ້ໄຂຜົນກະທົບດິນຍຸບ ຢູ່ເຂດບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ;
3) ສະພາບ ນັກທ່ອງທ່ຽວຢູ່ລາວ ໃນປີ 2025 ແລະ ສະເໜີທິດທາງສົ່ງເສີມການທ່ອງທ່ຽວໃນຕໍ່ໜ້າ.
ວາລະທີ 2: ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 4 ສະບັບຄື:
1) ນະໂຍບາຍ ການນຳໃຊ້ລົດໄຟຟ້າຢູ່ ສປປ ລາວ;
2) ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ (2026-2035) ແລະ ວິໄສທັດຮອດປີ 2055 ຂອງ ສປປ ລາວ;
3) ຮ່າງດໍາລັດ ວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍທາງບົກ ແລະ ທາງລົດໄຟ;
4) ຮ່າງດໍາລັດວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ.
ທິດທາງແຜນການປີ 2026 ແລະ ແຜນການ 5 ປີ (2026-2030) ຂອງລັດຖະບານ
ສືບຕໍ່ແກ້ໄຂບັນຫາ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະ ການປະຕິບັດບັນດາມາດຕະການ ຂອງຄະນະສະເພາະ ກິດ 19/ກມສພ;
ໃຫ້ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ປະເມີນການຈັດຕັ້ງປະຕິບັດນະໂຍບາຍ ການສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ;
ສືບຕໍ່ຊຸກຍູ້ບັນດາໂຄງການພັດທະນາດ້ານພະລັງງານໄຟຟ້າສະອາດ ແລະ ພະລັງ ງານທາງເລືອກ, ໂຄງການສາຍສົ່ງເຊື່ອມຕໍ່ (ລາວ-ຈີນ, ລາວ-ຫວຽດນາມ) ເຊື່ອມຕໍ່ພາຍໃນປະເທດ;
ຄຸ້ມຄອງໂຄງ ການຂຸດຄົ້ນ-ປຸງແຕ່ງແຮ່ທາດ ໃຫ້ເຂັ້ມງວດ, ສົ່ງເສີມການປຸງແຕ່ງເປັນຜະລິດຕະພັນ ສຳລັບແຮ່ທາດທີ່ສາມາດສ້າງ ມູນຄ່າເພີ່ມກ່ອນສົ່ງອອກຈຳໜ່າຍ;
ສືບຕໍ່ຕິດຕາມສະພາບການເໜັງຕີງຂອງລາຄາສິນຄ້າໃນທ້ອງຕະຫລາດໃຫ້ ເປັນປົກກະຕິ, ແກ້ໄຂບັນຫາໝູລົ້ນຕະຫລາດ;
ແກ້ໄຂບັນຫາດິນຍຸບຜ່ານມາ ໂດຍໃຫ້ສືບຕໍ່ປະເມີນສາເຫດ ແລະ ແກ້ໄຂຕາມທິດຊີ້ນໍາຂອງກົມການເມືອງສູນກາງພັກ;
ສຸມໃສ່ການເກັບລາຍຮັບງົບປະມານຈາກແຫລ່ງລາຍຮັບທີ່ມີແລ້ວ ໃຫ້ໄປຕາມທິດຫັນເປັນທັນສະໄໝ, ຮີບຮ້ອນປັບປຸງຮ່າງມະຕິວ່າດ້ວຍກຳນົດໜ້າວຽກ ແລະ ແບ່ງຄວາມຮັບ ຜິດຊອບ ໃນການຈັດຕັ້ງປະຕິບັດການຫັນການເກັບລາຍຮັບເປັນທັນສະໄໝ ທີ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2025 ໄດ້ຊີ້ນໍາຜ່ານມາ ໃຫ້ສໍາເລັດໄວ;
ສືບຕໍ່ປັບປຸງ ແລະ ກໍ່ສ້າງບັນດາເສັ້ນທາງ ແລະ ຂົວຕ່າງໆ ດ້ວຍທຶນທີ່ມີແລ້ວ ໃຫ້ສໍາເລັດຕາມແຜນກຳນົດ, ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງເສັ້ນທາງ ໃນໄລຍະໃໝ່ ຕາມມະຕິ 10/ລບ, ລົງວັນທີ 01 ກັນຍາ 2025 ໂດຍໃຫ້ຮີບຮ້ອນປັບປຸງມະຕິ ວ່າດ້ວຍການຮັບຮອງແຜນການກໍ່ສ້າງ ແລະ ປັບປຸງຂົວທາງ ໄລຍະ 2026-2030 ໃຫ້ສຳເລັດ ແລະ ໄດ້ລົງລາຍ ເຊັນໄວ;
ເອົາໃຈໃສ່ຕິດຕາມສະພາບການ ແລະ ສະກັດກັ້ນບັນຫາໄຟໄໝ້ລາມປ່າແຕ່ຫົວທີ ໂດຍສະເພາະເຂດທ່ອງທ່ຽວທຳມະຊາດ, ເຂດຕົ້ນນ້ຳຕ່າງໆ ໂດຍສືບຕໍ່ຈັດຕັ້ງປະຕິບັດຕາມ ຄຳສັ່ງເລກທີ 11/ນຍ ຢ່າງເຂັ້ມງວດ;
ເອົາໃຈໃສ່ ຄົ້ນຄວ້າອອກໃບຕາດິນ ໃຫ້ບັນລຸຕາມແຜນການທີ່ວາງໄວ້; ຍົກລະດັບດ້ານປະລິມານ ແລະ ຄຸນນະພາບ ຂອງວຽກ ງານພັດທະນາການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາ ໃຫ້ສາມາດຕອບສະໜອງໄດ້ກັບຄວາມຮຽກ ຮ້ອງຕ້ອງການຂອງການພັດທະນາ ແລະ ສະພາບການໃນໄລຍະໃໝ່, ສຸມໃສ່ການຄົ້ນຄວ້າວິທະຍາສາດ, ສ້າງເປັນຜະລິດຕະພັນອອກສູ່ສັງຄົມ ໃຫ້ນັບມື້ຫລາຍຂຶ້ນຕາມທິດເສດຖະກິດເອກະລາດ, ເປັນເຈົ້າຕົນເອງ;
ທີ່ມາ: ກົມປະຊາສໍາພັນ ຫສນຍ

