24 C
Vientiane
Sunday, February 8, 2026

10 ປີທີ່ລໍຄອຍ ຈາກຄູອາສາຜູ້ເສຍສະຫຼະ ສູ່ແມ່ພິມຂອງຊາດ 100%

ໃນວັນທີ 28 ມັງກອນ 2026​ ທີ່ຜ່ານມາ,​ ແຂວງຈໍາປາສັກໄດ້ຈັດພິທີປະກາດລົບລ້າງຄູອາສາ​ ໃຫ້ກາຍເປັນພະນັກງານຄູ 100% ແລະ​ ເປັນບາດກ້າວໃໝ່ຂອງການພັດທະນາຂະແໜງງການສຶກສາ​ ທີ່ສະທ້ອນໃຫ້ເຫັນວ່າ​ ພັກ-ລັດ​ ໄດ້ເລັງເຫັນເຖິງຄວາມສຳຄັນ ແລະ​ ຍົກສູງບົດບາດຂອງບຸກຄະລາກອນທາງດ້ານການສຶກສາ, ໂດຍສະເພາະກໍແມ່ນຄູອາສາສະໝັກຜູ້ມີນ້ຳໃຈເສຍສະຫຼະໃນການປະຕິບັດໜ້າທີ່ວຽກງານເປັນແມ່ພິມຂອງຊາດ, ໜຶ່ງໃນນັ້ນກໍແມ່ນ ຄູ ສຸກສາຄອນ ທົງໄຊໂຍ ຄູອາສາຜູ້ໃຊ້ເວລາເຖິງ 1 ທົດສະວັດ​ ເພື່ອລໍຄອຍວັນທີ່ຝັນເປັນຈິງ.

ຄູ​ ສຸກສາຄອນ ທົງໄຊໂຍ​ ເປັນລູກຫລານຊາວນາທີ່ເມືອງສຸຂຸມາ ແຂວງຈຳປາສັກ ໃນປີ 2015 ພາຍຫຼັງຮຽນຈົບການສຶກສາ​ ຈາກວິທະຍາໄລຄູປາກເຊ ກໍໄດ້ຮັບຮູ້ເຖິງບັນຫາການຂາດແຄນຄູໃນບ້ານເກີດ ຈຶ່ງໄດ້ຕັດສິນໃຈເປັນຄູອາສາ​ ອາຊີບທີ່ເຮັດດ້ວຍໃຈ ບໍ່ມີຕົວເລກລັດຖະກອນ ແລະ ບໍ່ມີເງິນເດືອນ​ “ທັ້ງໆທີ່ລາວສາມາດເລືອກອາຊີບອື່ນໄດ້”​.

ຕະຫຼອດ​ 10 ປີ​ ໃນອາຊີບຄູອາສາ, ຄູສຸກສາຄອນ ໄດ້ເຮັດວຽກຢູ່ໂຮງຮຽນ 3 ແຫ່ງ​ ແລະ​ ປັດຈຸບັນແມ່ນສອນຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນໂຄກກ່ອງ, ເຂດຫ່າງໄກສອກຫລີກ,​ທີ່ຕ້ອງເດີນທາງຈາກບ້ານ​ ໄກກວ່າ 50 ກິໂລແມັດ​ ເພື່ອໄປເຮັດໜ້າທີ່ເປັນ​ “ແມ່ພິມຂອງຊາດ”.

ຄູ ສຸກສາຄອນ ທົງໄຊໂຍ​ ກ່າວວ່າ: ລາວສອນຢູ່ໂຮງຮຽນນ້ອຍໆ​ ທີ່ຂາດແຄນຫລາຍປັດໄຈ, ຕົນເອງຕ້ອງໄດ້ເຮັດບົດບາດຫຼາຍຢ່າງ​ ທັງເປັນຄູສອນ, ເປັນຄູປະຈຳຫ້ອງ; ກະກຽມບົດສອນຫລາຍວິຊາ, ຈັດກິດຈະກຳນອກໂມງຮຽນ; ເບິ່ງແຍງດູແລໃສ່ໃຈການຮຽນຂອງນັກຮຽນ, ຕິດຕາມຊີວິດການເປັນຢູ່ຂອງເຂົາເຈົ້າ.

ສາມາດເວົ້າໄດ້ວ່າ​ ຄູສຸກສາຄອນໄດ້ທຸ້ມເທທັງເຫື່ອແຮງ ແລະ​ ສະຕິປັນຍາເພື່ອການສຶກສາຂອງນັກຮຽນໃນເຂດຊົນນະບົດຫ່າງໄກສອກຫຼີກ​ ໃຫ້ຄ່ອຍໆເກີດດອກອອກຜົນພາຍໃຕ້ການສິດສອນ, ໂດຍສະເພາະໃນງານແຂ່ງຂັນສອບເສັງນັກຮຽນເກັ່ງວິຊາພາສາລາວຂັ້ນເມືອງ ນັກຮຽນຂອງເພິ່ນກໍສາມາດຍາດໄດ້ຮອງອັນດັບທີສອງ ແລະ ຮັບການຍ້ອງຍໍໃນຖານະຄູຕົວແບບໃນລະດັບເມືອງ ແລະ​ ແຂວງ.

ຕະຫລອດໄລຍະເວລາ​ 10 ປີຂອງການຍຶດໝັ້ນຕໍ່ອຸດົມການ: “ຄູຄືແມ່ພິມຂອງຊາດ, ຄູຄືຄົນຂອງພັກ” ບວກກັບຈິດໃຈທີ່ສັດຊື່ບໍລິສຸດ​ ແລະ​ ເຂັ້ມແຂງ.

ສຸກສາຄອນ​ ໄດ້ໃຊ້ເວລາໃນໄວໜຸ່ມ ແລະ​ ຄວາມມຸ່ງໝັ້ນຂອງຕົນເອງເພື່ອສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະ​ ແບກຫາບພາລະກິດຂອງໄວໜຸ່ມລາວຍຸກໃໝ່.

ຍ້ອນເຫັນໄດ້ເຖິງຜົນງານດັ່ງກ່າວ, ໃນວັນທີ 15 ສິງຫາ 2025 ທີ່ຜ່ານມາ​ ຄູສຸກສາຄອນ ໄດ້ເປັນໜຶ່ງໃນ​ 10 ຄົນ​ ທີ່ໄດ້ຮັບລາງວັນ “ຊາວໜຸ່ມຕົວແບບດີເດັ່ນ” ເຊິ່ງເປັນໂຄງການທີ່ຈັດໂດຍວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວ ແລະ​ ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ.

ສິ້ນສຸດການລໍຄອຍ… ສູ່​ບາດກ້າວ​ໃໝ່​ທີ່​ໝັ້ນຄົງ,​ ໃນທີ່ສຸດ​ ສະຖານະພາບຄູອາສາສະໝັກທີ່ຍາວນານມາ 10 ປີ​ ກໍ່ສິ້ນສຸດລົງ ຄູສຸກສາຄອນ ທົງໄຊໂຍ ໄດ້ກາຍເປັນພະນັກງານລັດຖະກອນຢ່າງເຕັມຕົວ.​

ຄູສຸກສາຄອນ​ ໄດ້ກ່າວອີກວ່າ ຕົນເອງສຸດທີ່ພາກພູມໃຈຈົນບໍ່ອາດຈະບັນຍາຍເປັນຄຳເວົ້າໄດ້ ແລະ​ ພ້ອມທີ່ຈະເຮັດໜ້າທີ່ນີ້ໃຫ້ດີທີ່ສຸດ ແລະ​ ຈະທຸ່ມເທສຸດຄວາມສາມາດ ເພື່ອຫຼໍ່ຫຼອມເຍົາວະຊົນລາວ ໃຫ້ກາຍເປັນໜໍ່ແໜງທີ່ເຂັ້ມແຂງຂອງປະເທດຊາດສືບຕໍ່ໄປ.​

ຂໍສະແດງຄວາມຍິນດີ ແລະ ສັນລະເສີນ ຫົວໃຈຂອງ ຄູ ສຸກສາຄອນ ທົງໄຊໂຍ ແລະ ຄູອາສາທຸກໆທ່ານ ທີ່ໄດ້ບັນຈຸ​ເປັນຄູ​ລັດຖະກອນ​ 100%.

Cr: ສຸກສາຄອນ​ ທົງໄຊໂຍ, CMG

Lao Youth Radio FM90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles