ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ພິທີມອບ-ຮັບ ແລະ ເປີດນຳໃຊ້ອາຄານສຸກສາລາຫລັງໃໝ່ ບ້ານໜອງແຕ້ ເມືອງຈຳປາສັກ ແຂວງຈຳປາສັກຈັດຂຶ້ນວັນທີ 30 ມັງກອນ 2026 ໂດຍມີ ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ, ທ່ານ ໂຄຢາຢະຊິ ເຄັນອິຈິ (KOBAYASHI Kenichi) ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ຄຳພູ ສີພົມມາ ປະທານກວດກາພັກ-ລັດ ເມືອງຈຳປາສັກ ພ້ອມດ້ວຍອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ທ່ານ ດຣ. ນາງ ສັງວານ ແສນສຸກ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ໃຫ້ຮູ້ວ່າ: ອາຄານສຸກສາລາຫລັງໃໝ່ແຫ່ງນີ້ ໄດ້ຮັບທຶນຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ຜ່ານສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ໃນມູນຄ່າ 66.599 ໂດລາສະຫະລັດ. ໂຄງການດັ່ງກ່າວແມ່ນຮັບເໝົາກໍ່ສ້າງໂດຍ ບໍລິສັດ ເອສພີ ເທເລຄອມ ມູນີເຄເຊີນ (SP Telecommunication), ປັດຈຸບັນ ການກໍ່ສ້າງໄດ້ສຳເລັດ 100% ແລະ ພ້ອມທີ່ຈະເປີດໃຫ້ບໍລິການ.
ໂອກາດດຽວກັນນີ້, ທ່ານ ໂຄຢາຢະຊິ ເຄັນອິຈິ ກໍໄດ້ກ່າວມອບອາຄານສຸກສາລາດັ່ງກ່າວ ໃຫ້ແກ່ທາງການແຂວງຈຳປາສັກ ເພື່ອນຳໃຊ້ເຂົ້າໃນການບໍລິການປິ່ນປົວ ແລະ ເບິ່ງແຍງສຸຂະພາບຂອງປະຊາຊົນໃນເຂດກຸ່ມ 4 ບ້ານໜອງແຕ້ ຊຶ່ງກວມເອົາທັງໝົດ 13 ບ້ານ.
ທ່ານ ສົມບູນ ເຮືອງວົງສາ ໄດ້ກ່າວຮັບອາຄານຢ່າງເປັນທາງການ ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໃຫ້ການຊ່ວຍເຫລືອອັນລໍ້າຄ່າໃນຄັ້ງນີ້, ຊຶ່ງຈະເປັນການຍົກລະດັບພື້ນຖານໂຄງລ່າງດ້ານສາທາລະນະສຸກໃຫ້ດີຂຶ້ນ, ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການທາງການແພດທີ່ສະດວກ ແລະ ມີຄຸນນະພາບກວ່າເກົ່າ.

