ໃຫ້ມາຕໍ່ທະບຽນພາຍໃນ 60 ວັນ! ແຈ້ງໂຈະການນຳໃຊ້ທະບຽນວິສະຫະກິດ ທີ່ບໍ່ມີເລກປະຈຳຕົວຜູ້ເສຍອາກອນ ທີ່ບໍ່ໄດ້ເຂົ້າມາແປງເນື້ອໃນທະບຽນວິສະຫະກິດຈຳນວນ 16,616 ຫົວໜ່ວຍ

ແຈ້ງການ: ໂຈະການນໍາໃຊ້ໃບທະບຽນວິສາຫະກິດ ຈໍານວນ 16,616 ຫົວຫນ່ວຍ ທີ່ບໍ່ມີເລກປະຈໍາຕົວຜູ້ເສຍອາ ກອນ ຊຶ່ງບໍ່ໄດ້ເຂົ້າມາປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ແລະ ຍຸບເລີກວິສາຫະກິດນໍາເຈົ້າຫນ້າທີ່ ທະບຽນວິສາຫະກິດ ກົມຄຸ້ມຄອງວິສາຫະກິດ ຕາມກໍານົດເວລາທີ່ໄດ້ລະບຸໄວ້ໃນແຈ້ງການ (ຄັ້ງສຸດທ້າຍ) ສະບັບເລກທີ 0099/ກທວ, ລົງວັນທີ 31 ມີນາ 2025.

ເຈົ້າຫນ້າທີ່ທະບຽນວິສາຫະກິດ ກົມຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍຖືເປັນກຽດແຈ້ງໃຫ້ ບັນດາ ພາກສ່ວນຕ່າງໆທັງພາກລັດ, ພາກເອກະຊົນໃນຂອບເຂດທົ່ວປະເທດ ແລະ ວິສາຫະກິດທີ່ກ່ຽວຂ້ອງຊາບ ດັ່ງນີ້:

1. ໂຈະການນໍາໃຊ້ໃບທະບຽນວິສາຫະກິດ ຈໍານວນ 16,616 ຫົວຫນ່ວຍ ທີ່ບໍ່ມີເລກປະຈໍາຕົວຜູ້ເສຍອາກອນ ຊຶ່ງບໍ່ໄດ້ ເຂົ້າມາປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ແລະ ຍຸບເລີກວິສາຫະກິດນໍາເຈົ້າຫນ້າທີ່ທະບຽນວິສາຫະກິດ ກົມຄຸ້ມຄອງວິ ສາຫະກິດ ຕາມກໍານົດເວລາທີ່ໄດ້ລະບຸໄວ້ໃນແຈ້ງການ (ຄັ້ງສຸດທ້າຍ) ສະບັບເລກທີ 0099/ກທວ, ລົງວັນທີ 31 ມີນາ 2025 (ລາຍຊື່ວິສາຫະກິດທີ່ຖືກໂຈະການເຄື່ອນໄຫວທຸລະກິດ ແມ່ນສາມາດກວດສອບຕາມລາຍຊື່ທີ່ລະບຸໃນ QR Code ດ້ານລຸ່ມຂອງແຈ້ງການສະບັບນີ້).

2. ຜົນຂອງການໂຈະການນໍາໃຊ້ໃບທະບຽນວິສາຫະກິດ ມີດັ່ງນີ້:

1) ວິສາຫະກິດທີ່ຖືກໂຈະການນໍາໃຊ້ໃບທະບຽນວິສາຫະກິດ ແມ່ນບໍ່ສາມາດນໍາໃຊ້ໃບທະບຽນວິສາຫະກິດ ແລະ ບໍ່ ສາມາດປ່ຽນແປງເນື້ອໃນທະບຽນວິສາຫະກິດ ດັ່ງກ່າວໄດ້;

2) ກໍລະນີ ວິສາຫະກິດທີ່ຖືກໂຈະການນໍາໃຊ້ໃບທະບຽນວິສາຫະກິດ ມີຈຸດປະສົງສືບຕໍ່ນໍາໃຊ້ໃບທະບຽນວິສາຫະກິດ ແມ່ນໃຫ້ເຂົ້າມາພົວພັນກັບ ເຈົ້າຫນ້າທີ່ທະບຽນວິສາຫະກິດ ກົມຄຸ້ມຄອງວິສາຫະກິດ ພາຍໃນເວລາ 60 ວັນລັດຖະການນັບແຕ່ ວັນອອກແຈ້ງການສະບັບນີ້ເປັນຕົ້ນໄປ.

ພາຍຫຼັງຫມົດກໍານົດເວລາດັ່ງກ່າວແລ້ວ ຖ້າຫາກບໍ່ເຂົ້າມາພົວພັນນັ້ນ ແມ່ນຈະຖືກຍ້າຍ ຂໍ້ມູນໄປຢູ່ໃນຖານຂໍ້ມູນທີ່ບໍ່ເຄື່ອນໄຫວທຸລະກິດ.

ລາຍລະອຽດຕາມແຈ້ງການດ້ານລຸ່ມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles