ເມື່ອກ້າວລົງໄປໃນນ້ຳທີ່ເຢັນຈັດ ຮ່າງກາຍຂອງທ່ານຈະເລີ່ມສ້າງ “ພາຍຸທາງເຄມີ” ທີ່ໜ້າອັດສະຈັນ. ພາຍໃນບໍ່ເທົ່າໃດວິນາທີ ລະດັບໂດພາມີນ (Dopamine) ເຊິ່ງເປັນສານສົ່ງສັນຍານຄວາມເພິ່ງພໍໃຈ ແລະ ແຮງຈູງໃຈໃນສະໝອງ ສາມາດເພີ່ມສູງຂຶ້ນໄດ້ເຖິງ 250 %. ນັກວິໄຈກ່າວວ່າ ຜົນກະທົບນີ້ແມ່ນມີພະລັງ ແລະ ຄົງຢູ່ໄດ້ດົນກວ່າສານເສບຕິດຫຼາຍຊະນິດຊ້ຳ.
ແຕ່ສິ່ງທີ່ຕ່າງຈາກຄວາມຮູ້ສຶກຕື່ນເຕັ້ນຊົ່ວຄາວທີ່ໄດ້ຈາກ ໂຄເຄນ ຫຼື ນ້ຳຕານ ກໍຄື: ການເພີ່ມຂຶ້ນຂອງໂດພາມີນຈາກຄວາມເຢັນຈະຄ່ອຍໆເກີດຂຶ້ນ ແລະ ຄົງຢູ່ໃນລະດັບສູງໄດ້ດົນຫຼາຍຊົ່ວໂມງ. ຜົນທີ່ໄດ້ຮັບແມ່ນຄວາມຮູ້ສຶກ “ຕື່ນຕົວແບບສະຫງົບ” ບໍ່ແມ່ນຄວາມວຸ່ນວາຍ. ເຮົາຈະຮູ້ສຶກມີສະມາທິ, ຕື່ນຕົວ ແລະ ມີຊີວິດຊີວາຢ່າງງຽບໆ.
ນັກວິທະຍາສາດອະທິບາຍວ່ານີ້ຄື ກົນໄກການເອົາຕົວລອດແບບບູຮານຂອງຮ່າງກາຍ. ການສຳຜັດກັບຄວາມເຢັນຈະໄປກະຕຸ້ນລະບົບປະສາດຊິມພາເທຕິກ (Sympathetic nervous system) ເຮັດໃຫ້ຮ່າງກາຍຫຼັ່ງສານນໍອະດຣີນາລີນ ແລະ ໂດພາມີນ ເຂົ້າມາຢ່າງຫຼວງຫຼາຍ ເພື່ອເຮັດໃຫ້ຄວາມຄິດຄົມຊັດຂຶ້ນ ແລະ ອາລົມດີຂຶ້ນ. ມັນຄືການປ່ຽນຄວາມບໍ່ສະບາຍກາຍໃຫ້ກາຍເປັນຄວາມເຂັ້ມແຂງຂອງຈິດໃຈ.
ນອກຈາກນີ້, ການສຶກສາຍັງພົບວ່າ ການແຊ່ນ້ຳເຢັນໃນໄລຍະເວລາສັ້ນໆ ຊ່ວຍໃຫ້ພູມຄຸ້ມກັນແຂງແຮງຂຶ້ນ ລະບົບເຜົາຜານດີຂຶ້ນແລະ ຫຼຸດຜ່ອນຄວາມຄຽດ. ສິ່ງທີ່ເລີ່ມຕົ້ນດ້ວຍຄວາມຮູ້ສຶກ “ຕົກໃຈ” ຈາກຄວາມເຢັນ ໄດ້ກາຍມາເປັນການຝຶກຝົນທັງຮ່າງກາຍ ແລະ ຈິດໃຈ. ການລົງແຊ່ນ້ຳເຢັນໃນແຕ່ລະຄັ້ງຄືການສົນທະນາລະຫວ່າງ “ຊີວະວິທະຍາ” ກັບ “ພະລັງໃຈ” ຂອງພວກເຮົາເອງ. ມັນເປັນການເຕືອນໃຫ້ຮູ້ວ່າ: ຄວາມຊັດເຈນ ແລະ ຄວາມປອດໂປ່ງ ມັກຈະລໍຖ້າເຮົາຢູ່ອີກຟາກໜຶ່ງຂອງຄວາມລຳບາກສະເໝີ.
ໝາຍເຫດ: ສໍາລັບຄົນທີ່ມີໂລກປະຈຳຕົວບາງໂລກຄວນປຶກສາແພດໝໍກ່ອນລົງແຊ່ນໍ້າເຢັນ
ທີ່ມາ: Educated minds

