ນະຄອນຫຼວງວຽງຈັນ, ບໍລິສັດ ເບຍລາວ ຈຳກັດ ຜ່ານຜະລິດຕະພັນນ້ຳດື່ມຫົວເສືອ ແລະ ເຄື່ອງດື່ມເກືອແຮ່ ຣີໄວຟ໌ (Revive) ເປັນຜູ້ສະໜັບສະໜູນຫຼັກຂອງງານແລ່ນວຽງຈັນມາຣາທອນ ນານາຊາດ 2025 ປີທີ 5 ຢ່າງພາກພູມໃຈ ພ້ອມຢັ້ງຢືນຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງໃນການສົ່ງເສີມກິດຈະກຳຮັກສາສຸຂະພາບ, ຄວາມເປັນຢູ່ທີ່ດີຂອງຊຸມຊົນ ແລະ ການພັດທະນາຢ່າງຍືນຍົງໃນ ສປປ ລາວ.
ງານວຽງຈັນມາຣາທອນ ນານາຊາດ ປີນີ້ຈັດຂຶ້ນໃນວັນທີ 14 ທັນວາ 2025, ນໍ້າດື່ມຫົວເສືອ ມີຄວາມພາກພູມໃຈທີ່ໄດ້ເປັນສະໜັບສະໜູນຫຼັກຂອງງານສົ່ງເສີມກິດຈະກຳເພື່ອສຸຂະພາບທີ່ສ້າງສະຖິຕິໃໝ່ດ້ານຈຳນວນຜູ້ເຂົ້າຮ່ວມ ເຊິ່ງເປັນການຢັ້ງຢືນສະຖານະຂອງງານໃນຖານະທີ່ເປັນງານແລ່ນມາຣາທອນທີ່ໃຫຍ່ທີ່ສຸດໃນ ສປປ ລາວ ແລະ ສະທ້ອນໃຫ້ເຫັນເຖິງຜົນກະທົບທີ່ດີຈາກການເພີ່ມຂຶ້ນຂອງເສດຖະກິດ ແລະ ການທ່ອງທ່ຽວຂອງປະເທດ. ງານນີ້ໄດ້ຊ່ວຍສົ່ງເສີມໃຫ້ອັດຕາການເຂົ້າພັກໂຮງແຮມເພີ່ມຂື້ນ, ສະໜັບສະໜູນທຸລະກິດທ້ອງຖິ່ນ ແລະ ກະຕຸ້ນກິດຈະກຳໃນພາກການຂົນສົ່ງ ແລະ ບັນດາສາຍການບິນຕ່າງໆ.

ປີ 2025 ມີນັກແລ່ນຫຼາຍກວ່າ 7,000 ຄົນ ເຂົ້າຮ່ວມ ເຊິ່ງເພີ່ມຂຶ້ນປະມານ 56% ເມື່ອທຽບໃສ່ຈຳນວນນັກແລ່ນທີ່ເຂົ້າຮ່ວມໃນປີ 2024 ປະມານ 4,500 ຄົນ. ນັກແລ່ນຈາກ 45 ສັນຊາດ ທົ່ວໂລກໄດ້ເຂົ້າຮ່ວມງານໃນປີນີ້ ສະທ້ອນໃຫ້ເຫັນເຖິງຄວາມນິຍົມທີ່ເພີ່ມຂຶ້ນໃນລະດັບພາກພື້ນ ແລະ ສາກົນ ພ້ອມທັງຍົກລະດັບບົດບາດຂອງ ສປປ ລາວ ໃນຖານະເປັນຈຸດໝາຍປາຍທາງໃໝ່ສຳລັບງານກິລາລະດັບນານາຊາດ.

ທ່ານ Henrik Juel Andersen, ຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ, ໄດ້ກ່າວວ່າ:
“ຕະຫຼອດໄລຍະເວລາ 5 ປີທີ່ພວກເຮົາມີຄວາມພາກພູມໃຈໃນການສະໜັບສະໜູນງານວຽງຈັນມາຣາທອນ ນານາຊາດ, ເນື່ອງຈາກງານນີ້ສະທ້ອນໃຫ້ເຫັນເຖິງຄຸນຄ່າທີ່ພວກເຮົາເຊື່ອໝັ້ນຢ່າງແທ້ຈິງ ນັ້ນກໍ່ຄື: ສຸຂະພາບ, ຊຸມຊົນ ແລະ ການພັດທະນາຢ່າງຍືນຍົງ. ຄວາມມຸ່ງໝັ້ນຂອງພວກເຮົາໃນການຜະລິດນ້ຳດື່ມທີ່ມີຄຸນນະພາບສູງ ແລະ ໄດ້ຮັບລາງວັນຫຼຽນຄຳ ມີພື້ນຖານມາຈາກຄວາມເຊື່ອວ່າ ຄຸນນະພາບແມ່ນສິ່ງສຳຄັນ ໂດຍສະເພາະເມື່ອເວົ້າເຖິງສຸຂະພາບ. ຜ່ານຜະລິດຕະພັນນ້ຳດື່ມຫົວເສືອ ແລະ ຣີໄວຟ໌, ພວກເຮົາມຸ່ງໝັ້ນສົ່ງເສີມໃຫ້ປະຊາຊົນໄດ້ເລືອກວິຖີຊີວິດທີ່ມີຄວາມກະຕືລືລົ້ນທາງດ້ານສຸຂະພາບດີ ແລະ ຄວາມເປັນຢູ່ທີ່ດີຂຶ້ນ ພ້ອມກັນນັ້ນກໍ່ມີສ່ວນຊ່ວຍສະໜັບສະໜູນການພັດທະນາທາງເສດຖະກິດ ແລະ ການທ່ອງທ່ຽວຂອງ ສປປ ລາວ.”

ໃນຖານະທີ່ເປັນຜູ້ສະໜັບສະໜູນຫຼັກ ແລະ ຜູ້ສົ່ງເສີມກິດຈະກຳເພື່ອສຸຂະພາບຕ່າງໆມາຢ່າງຕໍ່ເນື່ອງ, ບໍລິສັດ ເບຍລາວ ຈຳກັດ ໄດ້ມຸ່ງໝັ້ນເອົາໃຈໃສ່ຕໍ່ທຸກບາດກ້າວຂອງການດຳລົງຊີວິດຂອງປະຊາຊົນ ໂດຍການຢັ້ງຢືນວ່າຜູ້ເຂົ້າຮ່ວມທຸກຄົນໄດ້ເຂົ້າເຖິງນ້ຳດື່ມທີ່ມີຄຸນນະພາບສູງ ພ້ອມທັງສົ່ງເສີມການຮັກສາຄວາມຊຸ່ມຊື່ນຂອງຮ່າງກາຍຢ່າງເໝາະສົມຕະຫຼອດທຸກການແຂ່ງຂັນ. ຜ່ານຜະລິດຕະພັນ ນ້ຳດື່ມຫົວເສືອ ແລະ ຣີໄວຟ໌, ບໍລິສັດ ເບຍລາວ ຈຳກັດ ຈະສືບຕໍ່ຢືນຄຽງຂ້າງນັກກິລາ, ຄອບຄົວ ແລະ ຊຸມຊົນ ໂດຍການມີບົດບາດອັນສຳຄັນໃນກິດຈະກຳກິລາທົ່ວປະເທດຂອງແຕ່ລະປີ ເພື່ອສົ່ງເສີມການຮັກສາສຸຂະພາບ ແລະ ຮ່ວມສ້າງອະນາຄົດທີ່ດີຂື້ນໄປພ້ອມກັນກັບທຸກຄົນ.


