ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ໃນວັນທີ 18 ທັນວາ 2025 ທີ່ຜ່ານມາ ທີ່ຫ້ອງວ່າການແຂວງຫົວພັນ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ຜູ້ເກົ່າ ແລະ ທ່ານ ພອນສຸກ ອິນທະວົງ ປະທານຄະນະກຳມະການປົກຄອງແຂວງຫົວພັນ ຜູ້ໃໝ່, ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ.
ໃນພິທີ, ຄະນະຈັດຕັ້ງໄດ້ຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 30/ກມສພ, ລົງວັນທີ 10 ພະຈິກ 2025 ແລະ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 807/ນຍ, ລົງວັນທີ 9 ທັນວາ 2025 ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເຈົ້າແຂວງຫົວພັນ ອອກພັກການ-ຮັບອຸດໜູນບຳນານ ແລະ ດຳລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 813/ນຍ, ລົງວັນທີ 10 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ພອນສຸກ ອິນທະວົງ ເປັນປະທານຄະນະກຳມະການປົກຄອງແຂວງຫົວພັນຜູ້ໃໝ່.
ທີ່ມາ: ປະເທດລາວ

