ອົດສະຕາລີ ສະໜັບສະໜຸນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ 14-19 ທັນວາ 2025, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີ ໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບສປປລາວ ໃນຂະ ແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມ ກັບ ສປປລາວ.

ທ່ານທູດ ເມແກັນ ຈອນສ ໄດ້ໄປຢ້ຽມຢາມແຂວງສະຫວັນນະເຂດ ແລະ ຈຳປາສັກ, ພ້ອມດ້ວຍທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ, ກ່ອນທີ່ເພີ່ນຈະເດີນທາງຢ້ຽມຢາມແຂວງສາລະວັນ ແລະ ເຊກອງ ເປັນຄັ້ງທຳອິດ. ຢູ່ແຂວງສະຫວັນນະເຂດ, ທ່ານທູດ ເມແກນ ຈອນສ ໄດ້ໄປຢ້ຽມຢາມອະນຸສອນສະຖານ ທ່ານໄກສອນ ພົມວິຫານ ແລະ ຢ້ຽມຄຳນັບທ່ານ ບຸນໂຈມ ອຸບົນປະເສີດ, ເລຂາພັກແຂວງ, ເພື່ອເນັ້ນໜັກເຖິງການ ຮ່ວມມືດ້ານເສດຖະກິດ ແລະ ການສະໜັບສະໜູນຂອງອົດສະຕຣາລີຕໍ່ແຂວງດັ່ງກ່າວ.

ທ່ານທູດ ເມແກນ ຈອນສ ແລະ ທ່ານລັດຖະມົນຕີກະຊວງການ ຍັງໄດ້ໄປຢ້ຽມຢາມໂຮງຮຽນປະຖົມນາເດື່ອ ຢູເມືອງອຸທຸມພອນ ເພື່ອສະແດງໃຫ້ເຫັນເຖິງການສະໜັບສະໜູນຂອງອົດສະຕຣາລີໃນການປັບປຸງຄຸນນະພາບ ແລະ ການເຂົ້າເຖິງການສຶກສາໂດຍຜ່ານແຜນງານ ບີຄວາ (BEQUAL). ໂດຍຜ່ານໂຄງການ BEQUAL, ຄູອາຈານແມ່ນໄດ້ຮັບການພັດທະນາວິຊາຊີບຢ່າງຕໍ່ເນື່ອງເພື່ອເຮັດໃຫ້ການສິດສອນແບບມີສ່ວນຮ່ວມຫຼາຍຂື້ນ. ອິງຕາມການສຳຫຼວດກ່ຽວກັບການສຶກສາແບບມີສ່ວນຮ່ວມ ສະແດງໃຫ້ເຫັນວ່ານັກຮຽນທີ່ສອນໂດຍຄູອາຈານຜູ້ທີ່ສຳເລັດການຝຶກອົບຮົມປະຕິບັດຕົວຈິງ – ລວມທັງການເວົ້າພາສາລາວ ແລະ ຍຸດທະສາດແບບມີສ່ວນຮ່ວມ – ແມ່ນໄດ້ຜົນການຮຽນຮູ້ທີ່ດີຂື້ນ.

ຢູ່ແຂວງຈຳປາສັກ, ທ່ານທູດ ເມແກນ ຈອນສ ໄປຢ້ຽມຢາມຟາມບລູເບີຣີ ເຊິ່ງເປັນການລົງທຶນຂອງອົດສະຕຣາລີ.ໂຄງການດັ່ງກ່າວນີ້ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຂອງອົດສະຕຣາລີໃນການຫັນເປັນທັນສະໄໝຂອງຂະແໜງກະສິກຳ ແລະ ການພັດທະນາເສດຖະກິດ-ສັງຄົມຂອງສປປລາວ. ກຸ່ມບໍລິສັດ Costa, ເປັນບໍລິສັດດ້ານກະສີກຳໃຫຍ່ທີ່ສຸດຂອງອົດສະຕຣາລີ, ມີແຜນທີ່ຈະລົງທຶນ 100 ລ້ານໂດລາອົດສະຕຣາລີ ໃນໂຄງການປູກໝາກບລູເບີຣີ ໃນສປປລາວໃນໄລຍະຫ້າປີຂ້າງໜ້າ, ເຊິ່ງຈະສ້າງວຽກເຮັດງານທຳ ໃຫ້ປະຊາຊົນທ້ອງຖິ່ນປະມານ 2,000 ຕຳແໜ່ງ. ການຢ້ຽມຢາມຄັ້ງນີ້ສະແດງໃຫ້ເຫັນວ່າ Costa, ໃນຖານະທຸລະກິດຊັ້ນນຳຂອງອົດສະຕຣາລີ, ໄດ້ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ການແຂ່ງຂັນດ້ານການສົ່ງອອກໃນ ສປປ ລາວ.

ທ່ານທູດ ເມແກນ ຈອນສ ແລະ ທ່ານລັດຖະມົນຕີກະຊວງການເງີນ ຍັງໄດ້ພົບປະກັບການນຳແຂວງຈຳປາສັກກ່ອນທີ່ເພີ່ນຈະໄປຢ້ຽມຢາມສາມບ້ານເພື່ອ ຕິດຕາມການຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສຄັ້ງທີ 5. ອົດສະຕຣາລີ ໄດ້ໃຫ້ການຊ່ວຍເຫຼືອຈຳນວນ 5.45 ລ້ານໂດລາອົດສະຕຣາລີ ເພື່ອຈັດຕັ້ງປະຕິບັດໂຄງການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສຄັ້ງທີ 5 ໃຫ້ມີຜົນສຳເລັດ.

ທ່ານທູດ ເມແກນ ຈອນສ ໄດ້ກ່າວເນັ້ນໜັກເຖິງຄວາມສຳຄັນຂອງການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສ, ໂດຍກ່າວວ່າ “ການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສ ແມ່ນໜຶ່ງໃນເຫດການທີ່ສຳຄັນທີ່ສຸດຂອງປະເທດໜຶ່ງໆ. ມັນແມ່ນພື້ນຖານສຳລັບການສ້າງນະໂຍບາຍ, ການຈັດສັນຊັບພະຍາກອນທີ່ມີປະສິດທິພາບ, ແລະ ການວາງແຜນທີ່ອີງໃສ່ຂໍ້ມູນເປັນຫຼັກ. ອົດສະຕຣາລີມີຄວາມພູມໃຈທີ່ໄດ້ສະໜັບສະໜູນວຽກງານນີ້ ພາຍໃຕ້ກອບການຮ່ວມມືຮອບດ້ານລະຫວ່າງລາວ-ອົດສະຕຣາລີ, ເຊິ່ງສຸມໃສ່ການພັດທະນາແບບມີສ່ວນຮ່ວມ, ການປົກຄອງທີ່ດີ, ແລະ ການສົ່ງເສີມການສ້າງລະບົບແຫ່ງຊາດ.”

ຫຼັງຈາກນັ້ນ ທ່ານທູດ ເມແກນ ຈອນສ ຈະໄດ້ເດີນທາງໄປຢ້ຽມຢາມແຂວງເຊກອງ ແລະ ສາລະວັນເພື່ອພົບປະກັບການຜູ້ນຳຂອງສອງແຂວງ, ແລະຮັບຟັງກ່ຽວກັບໂອກາດ ແລະສິ່ງທ້າທາຍຕ່າງໆໃນສອງແຂວງ.

ຢູ່ແຂວງເຊກອງ, ທ່ານທູດ ເມແກນ ຈອນສ ຈະໄດ້ໄປຢ້ຽມຢາມສູນຄົ້ນຄວ້າຕ້ານພະຍາດມັນຕົ້ນ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ສູນຄົ້ນຄວ້າກະສິກຳສາກົນຂອງອົດສະຕຣາລີ (ACIAR) ຢູ່ເມືອງທ່າແຕງ. ນີ້ແມ່ນໃນກິດຈະກຳການສະເຫຼີມສະຫຼອງວັນຄົບຮອບ 35 ປີ ຂອງສູນຄົ້ນຄວ້າກະສິກຳສາກົນຂອງອົດສະຕຣາລີ (ACIAR) ໃນລາວ. ທ່ານທູດ ພົບປະກັບນັກຄົ້ນຄວ້າ, ຊາວສວນ ແລະ ຕົວແທນຈາກອຸດສະຫະກຳມັນຕົ້ນ ກ່ອນທີ່ເພີ່ນຈະເດີນທາງໄປມອບອຸປະກອນການແພດທໃຫ້ແກ່ໂຮງໝໍແຂວງເຊກອງ ໂດຍຜ່ານກອງທຶນຊ່ວຍເຫຼືອລ້າຂະໜາດນ້ອຍຂອງອົດສະຕຣາລີ.

ຢູ່ແຂວງສາລະວັນ, ທ່ານທູດ ເມແກນ ຈອນສ ຈະໄດ້ໄປຢ້ຽມຢາມໂຄງການກຽມຄວາມພ້ອມເຂົ້າໂຮງຮຽນຂອງ ຊຸມຊົນເພື່ອຕິດຕາມເບິ່ງໝາກຜົນຂອງການຮ່ວມມືລະຫວ່າງອົດສະຕຣາລີກັບກະຊວງສຶກສາທິການ ແລະກິລາ ແລະ ອົງການ UNICEF.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles