ວັງວຽງຄິດອັນດັບ4 ຄຳຄົ້ນຫາສະຖານທີ່ທ່ອງທ່ຽວ ຂອງຄົນໄທ ຈາກgoogle trend 2025

ຮອດປີ 2025 ກະແສການເດີນທາງ ທ່ອງທ່ຽວຕ່າງປະເທດ ຂອງນັກທ່ອງທ່ຽວຊາວໄທ ແມ່ນມີທ່າອ່ຽງຂະຫຍາຍຕົວຢ່າງຕໍ່ເນື່ອງ. ໂດຍອີງຕາມຂໍ້ມູນການວິເຄາະຈາກ Google Trends 2025 ທີ່ໄດ້ເປີດເຜີຍ 5 ຄຳຄົ້ນຫາ ສະຖານທີ່ທ່ອງທ່ຽວຕ່າງປະເທດ ຍອດນິຍົມຂອງຄົນໄທ ໄດ້ບອກໃຫ້ຮູ້ວ່າ: ຈຸດໝາຍປາຍທາງ ທີ່ຖືກຄົ້ນຫາຫຼາຍທີ່ສຸດ ໃນກຸ່ມນັກທ່ອງທ່ຽວຄົນໄທ 5 ອັນດັບທຳອິດ ປະກອບມີ: ພູຖານ, ເມືອງຈູໄຫ່, ຊິນຈຽງ ສ.ປ ຈີນ, ເມືອງວັງວຽງ ສປປ ລາວ ແລະ ປະເທດ ນອກແວ.

ໂດຍສະເພາະ ເມືອງວັງວຽງ ແຂວງວຽງຈັນ ສປປ ລາວ ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວຍອດນິຍົມ ທັງພາຍໃນ ແລະ ຕ່າງປະເທດ ໂດຍເວັບໄຊທ໌ kapook ຂອງໄທ ໄດ້ບັນຍາຍສະຖານທີ່ແຫ່ງນີ້ວ່າ:

ເປັນເມືອງນ້ອຍ ທ່າມກາງສາຍພູຂອງ ສປປ ລາວ ທີ່ເຕັມໄປດ້ວຍສະເໜ່ ທາງທຳມະຊາດ ແລະ ວິຖີຊີວິດຂອງຊຸມຊົນ ທີ່ມີຄວາມລຽບງ່າຍ. ເໝາະສົມ ສຳລັບຄົນທີ່ຕ້ອງການຫຼີກໜີຄວາມວຸ້ນວາຍ ເພື່ອຜ່ອນຄາຍ ທ່າມກາງເປິ່ນພູສີຂຽວ ແລະ ລຳນໍ້າຊອງໃສສະອາດ, ເຊິ່ງສາມາດພາຍເຮືອຄາຍັກ, ລ່ອງນ້ຳ, ຊົມພາບທິວທັດຕາເວັນຕົກດິນ ຫຼື ຍ່າງເລາະຕາມຊຸມຊົນ ທີ່ຍັງຄົງຮັກສາຄວາມດັ່ງເດີມໄດ້ຢ່າງອົບອຸ່ນ. ສະນັ້ນ, ເມືອງວັງວຽງ ຈຶ່ງເປັນຈຸດໝາຍປາຍທາງ ທີ່ສະຫງົບ, ຜ່ອນຄາຍ ແລະ ງົດງາມແບບທຳມະຊາດຢ່າງແທ້ຈິງ ທີ່ບໍ່ຄວນພາດ.

ປະກົດການດັ່ງກ່າວ, ຖືເປັນການສະແດງໃຫ້ເຫັນບົດບາດຂອງ ສປປ ລາວ ທີ່ເພີ່ມຂຶ້ນ, ໃນຖານະຈຸດໝາຍປາຍທາງ ການທ່ອງທ່ຽວ ທີ່ສຳຄັນຂອງພາກພື້ນ ແລະ ຂອງໂລກ. ຕະຫຼອດເຖິງເປັນທ່າແຮງສຳຄັນ ທີ່ກະຕຸກຊຸກຍູ້ ການຟື້ນຕົວຂອງພາກບໍລິການ ແລະ ເສດຖະກິດຂອງປະເທດ ທີ່ນັບມືນັບຂະຫຍາຍຕົວ ຢ່າງຕໍ່ເນື່ອງ.

ໝາຍເຫດ: ຂໍ້ມູນ ແລະ ອັນດັບທີ່ ສາມາດປ່ຽນແປງໄດ້ຕະຫຼອດເວລາ

ທີ່ມາ: Google Trends ປະຈຳວັນທີ 10/12/2025

Lao Youth Radio

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles